Wednesday, May 20, 2026
Kbank Laos โอน รับ จ่าย
-->

15 ກຸມພາ ວັນລິ່ນສາກົນ ເຮົາຄົນລາວ ຮູ້ຈັກໂຕລິ່ນພື້ນຖິ່ນຂອງເຮົາກັນດີແລ້ວບໍ່ ?

ທົ່ວໂລກມີໂຕລິ່ນທັງໝົດ 8 ສາຍພັນ ໂດຍລິ່ນໃນອາຊີຕາເວັນອອກສຽງໃຕ້ ສ່ວນໃຫຍ່ເປັນສາຍພັນດຽວກັນທັງໝົດ ແຕ່ມີຊື່ເອີ້ນຕ່າງກັນໄປເຊັ່ນ ລິ່ນຊຸນດາ ລິ່ນມາລາຍູ ແລະ ລິ່ນຊວາ ມີຊື່ເອີ້ນທາງວິທະຍາສາດວ່າ Manis Javanica ໂດຍລິ່ນອີກຊະນິດໜຶ່ງທີ່ພົບໄດ້ໃນແຖບນີ້ ຄືລິ່ນຈີນ ( Manis pentadactyla ) ຊຶ່ງເປັນລິ່ນທີ່ພົບເຫັນຫຼາຍທີ່ສຸດໃນການຈັບກຸມຜູ້ຄ້າສັດປ່າໃນພູມມິພາກນີ້

ຂໍ້ມູນຈາກ USAID Wildlife Asia ໄດ້ລະບຸຄວາມແຕກຕ່າງຂອງລິ່ນອາຊີ ຊຶ່ງມີຢູ່ທັງໝົດ 4 ສາຍພັນດ້ວຍກັນຄື ນອກຈາກລິ່ນຊຸນດາແລ້ວ ຍັງມີ ລິ່ນຈີນ, ລິ່ນຟີລິປິນ ແລະ ລິ່ນອິນເດຍ ໂດຍລັກສະນະເດັ່ນຂອງລິ່ນຊຸນດາ ຄື ມີສີທີ່ລຳໂຕອ່ອນ ເປັນສີນໍ້າຕານເຫຼືອງ ຫຼື ອາດເປັນນໍ້າຕານເຂັ້ມ ແລະ ມີຂົນບາງໆ ຂຶ້ນແຊກຢູ່ໜ້ອຍໜຶ່ງ ຊ່ວງຈາກຄໍເຖິງປາຍດັງ ຈະຍາວກວ່າ ລິ່ນຈີນ ແລະ ລິ່ນຟິລິປິນ ມີຈຳນວນແຖວຂອງເກັດໜ້ອຍກວ່າສາຍພັນຟິລິປິນ ແຕ່ຫຼາຍກວ່າລິ່ນອິນເດຍ ສ່ວນເລັບຕີນໜ້າ-ຫຼັງ ມີລັກສະນະ ແລະ ຂະໜາດບໍ່ຕ່າງກັນຫຼາຍ ແລະ ມີຫາງໄວ້ຢືດສິ່ງຕ່າງໆ ໂດຍຫາງມີລັກສະນະນ້ອຍກວ່າ ລິ່ນຈີນ ແລະ ລິ່ນອິນເດຍ

ລິ່ນຊຸນຕາ(ທີ່ມາ:USAID Wildlife Asia)
ຖິ່ນອາໄສຂອງລິ່ນຊຸນຕາ
ລັກສະນະສ່ວນຫົວຂອງລິ່ນຊຸນຕາ (ທີ່ມາ:USAID Wildlife Asia)

ທີ່ເປັນແບບນີ້ ເພາະມີຄວາມເຊື່ອທີ່ວ່າ ເກັດໂຕລິ່ນມີຄຸນນະສົມບັດເປັນຢາ ບໍາລຸງຜູ້ຍິງທີ່ມີປະຈຳເດືອນ ກະຕຸ້ນການໃຫ້ນົມລູກ ແລະ ຮັກສາໄຂຂໍ້ອັກເສບໄດ້ ທັ້ງໆ ທີ່ເກັດຂອງໂຕລິ່ນ ມີອົງປະກອບສ່ວນໃຫຍ່ຄ້າຍຄືກັບເລັບຂອງມະນຸດ ແລະ ນັກວິທະຍາສາດຍັງຢືນຢັນວ່າ ເກັດຂອງລິ່ນ ບໍ່ໄດ້ມີຊັບພະຄຸນທາງຢາ ທີ່ໄດ້ກ່າວມານີ້ເລີຍ

ຄວາມໂຊກຮ້າຍຂອງໂຕລິ່ນທັງ 8 ສາຍພັນຄື ທັງໝົດແມ່ນຖືກຈັດຢູ່ໃນກຸ່ມໃກ້ຈະສູນພັນທັງໝົດ ໂດຍສະເພາະ 3 ສາຍພັນຄື ລິ່ນຕົ້ນໄມ້ທອງຄໍາ ກັບ ລິ່ນຍັກ ຈາກອາຟຣິກກາ ແລະ ລິ່ນຟິລິປິນ ຊຶ່ງອົງການອະນຸລັກທຳມະຊາດໂລກ ( IUCN ) ຍົກລະດັບຈາກກຸ່ມໃກ້ສູນພັນ ມາເປັນກຸ່ມສ່ຽງຕໍ່ການສູນພັນຂັ້ນວິກິດ ເມື່ອຕົ້ນປີ 2020 ທີ່ຜ່ານມາ

ລິ່ນຈີນ (ທີ່ມາ:USAID Wildlife Asia)
ຖິ່ນອາໄສຂອງລິ່ນຈີນ
ລັກສະນະສ່ວນຫົວຂອງລິ່ນຈີນ (ທີ່ມາ:USAID Wildlife Asia)

ເຖິງຢ່າງນັ້ນການລ່າໂຕລິ່ນ ກໍ່ຍັງເກີດຂຶ້ນຈຳນວນຫຼາຍຢ່າງໜ້າເປັນຫ່ວງ ເຊັ່ນການຈັບກຸມທີ່ເກີດຂຶ້ນໃນເດືອນ ກຸມພາ 2017 ໄດ້ເກັດລິ່ນສູງເຖິງ 2,9 ຕັນ ທຽບໄດ້ກັບໂຕລິ່ນ ອາຟຣິກກາຫຼາຍເຖິງ 6.000 ໂຕ ໂດຍລະບຸປາຍທາງແມ່ນ ສປປ ລາວ ເຊິ່ງເປັນເລື່ອງທີ່ເຮັດໃຫ້ຊື່ສຽງຂອງ ສປປ ລາວ ເສຍຫາຍຢ່າງຫຼວງຫຼາຍ

ຢ່າງໃດກໍຕາມ ເຖິງລິ່ນຊຸນດາຈະບໍ່ຢູ່ໃນກຸ່ມວິກິດ ແລະ ກຸ່ມທີ່ຖືກຕວດຈັບ ເຊິ່ງອາດເປັນຍ້ອນຂະໜາດໂຕ ແລະ ຈຳນວນຂອງເກັດທີ່ບໍ່ມີຫຼາຍຄືກັບສາຍພັນອື່ນ ຍິ່ງໃນຊ່ວງເກີດໂລກລະບາດໂຄວິດ-19 ຊຶ່ງຕວດພົບເຊື້ອດັ່ງກ່າວ ໃນໂຕເຈຍ ແລະ ໂຕລິ່ນ  ເລີຍເຮັດໃຫ້ມີການຄາດການວ່າ ຈະມີການຂ້າໂຕລິ່ນໜ້ອຍລົງ ແຕ່ກໍຍືນຍັນບໍ່ໄດ້ວ່າ ການລັກລອບຄ້າຂາຍໂຕລິ່ນຈະຫຼຸດລົງໄປນຳບໍ່ ໃນ ສປປ ລາວ

ດັ່ງນັ້ນ ໃນຖານະຂອງສິ່ງທີ່ມີຊີວິດອັນປະເສີດ ແລະ ປະຊາຊົນໃນປະເທດທີ່ຖືກລະບຸວ່າ ເປັນປາຍທາງການສົ່ງອອກໂຕລິ່ນຂອງໂລກ ເຮົາຄວນເປັນຫູເປັນຕາ ເພື່ອບໍ່ໃຫ້ໃຜມາໃຊ້ເຮົາເປັນຖານໃນການຄ້າຂາຍໂຕລິ່ນຕໍ່ໄປອີກ

ຖ້າອີງຕາມກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ ກໍຈະມີການຄຸ້ມຄອງສັດເຫຼົ່ານີ້ ບໍ່ໃຫ້ມີການລ່າ ຫຼື ການຂາຍ ແລະ ຕໍ່ຜູ້ລະເມີດຕໍ່ກົດໝາຍ ກໍຈະຖືກສຶກສາອົບຮົມ, ລົງວິໄນ, ປັບໄໝ ຫຼື ລົງໂທດຕາມກໍລະນີເບົາ ຫຼື ໜັກ ຕາມກົດໝາຍພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕະການສຶກສາອົບຮົມ: ບຸກຄົນໃດທີ່ໃດລະເມີດ ໃນລັກສະນະສະຖານເບົາ ບໍ່ກະທຳຜິດທາງອາຍາ ກໍ່ສ້າງຄວາມເສຍຫາຍ ຕໍ່າກວ່າ 200.000 ກີບ ແລະ ຍິນດີທີ່ຈະສາລະພາບ ຈະຖືກຕັກເຕືອນ ແລະ ສຶກສາອົບຮົມ

ມາດຕະການທາງວິໄນ: ພະນັກງານ ແລະ ເຈົ້າໜ້າທີ່ ທີ່ໄດ້ລະເມີດຕໍ່ກົດໝາຍກ່ຽວກັບສັດນໍ້າ ແລະ ສັດປ່າ ບໍ່ກະທຳຜິດທາງອາຍາ ກໍ່ສ້າງຄວາມເສຍຫາຍ ຕໍ່າກວ່າ 200.000 ກີບ ແຕ່ບໍ່ມີຄວາມຈິງໃຈລາຍງານ ຈະຖືກຕິຕຽນ ຂຽນໃສ່ຊີວະປະຫວັດ, ໂຈະການເລື່ອນຊັ້ນ,​ ປົດຕໍາແໜ່ງ ຫຼື ຍົກຍ້າຍໄປເຮັດໜ້າທີ່ອື່ນທີ່ຕໍ່າກວ່າເກົ່າ, ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ

ມາດຕະການການປັບໃໝ: ກໍ່ຄວາມເສຍຫາຍຫຼາຍກວ່າ 200.000 ປັບເທົ່າຕົວຂອງຄວາມເສຍຫາຍ, ກໍລະນີລະເມີດຄັ້ງທີ2 ຫຼື ອາຈີນ ກໍ່ຈະຖືກປັບໃໝ ສາມເທົ່າຂອງປະເພດສັດ ທີ່ຖືກຫວງຫ້າມ, ສອງເທົ່າ ຂອງສັດປະເພດຄຸ້ມຄອງ ແລະ ເທົ່າຕົວຂອງສັດປະເພດທົ່ວໄປ

ສຳລັບຜູ້ທີ່ພົບເຫັນຄວາມຜິດປົກກະຕິ ຫຼື ເບາະແສໃນການຄ້າຂາຍໂຕລິ່ນໃນອາຊີ ສາມາດແຈ້ງໄດ້ທີ່ ສູນປະສານງານຊ່ວຍເຫຼືອສັດປ່າ ໃນໄທ +66 2561 0777 ຫຼື ໃນຫວຽດນາມ +84 2293 848 053 ແລະ ຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ຂອງລາວ  021-412345 Email: maf.infro@gmail.com

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ