Friday, March 21, 2025

ຢູນິເຊບ ມອບອຸປະກອນຕ້ານໂຄວິດ-19 ໃຫ້ນັກຮຽນໃນ ສປປ ລາວ ເກືອບ 1 ລ້ານຄົນ

ຢູນິເຊບ ສືບຕໍ່ມອບອຸປະກອນການສຶກສາ ແລະ ອຸປະກອນຕ້ານໂຄວິດ-19 ໃຫ້ແກ່ລາວ

ຢູນີເຊັບປະຈໍາ ສປປ ລາວ ມອບປຶ້ມຮຽນ, ປຶ້ມຄູ່ມືຄູ ແລະ ອຸປະກອນການສຶກສາ ໂດຍໄປແຈກຢາຍໃຫ້
ນັກຮຽນນັບແຕ່ຊັ້ນກຽມປະຖົມຈົນຮອດຊັ້ນ ມັດທະຍົມ ແລະ ຄູສອນໃນທົ່ວປະເທດ

ອຸປະກອນຮັກສາຄວາມສະອາດເພື່ອປ້ອງກັນໂຄວິດ-19 ໃຫ້ນັກຮຽນເກືອບ 1 ລ້ານຄົນໃນ
ໂຮງຮຽນອະນຸບານ, ໂຮງຮຽນກຽມປະຖົມ ແລະ ໂຮງຮຽນປະຖົມ…ອ່ານຕໍ່

ກະຊວງປ້ອງກັນປະເທດ ຈັດຕັ້ງແນວທາງ ແລະ ວຽກງານຈຸດສຸມ ປະຈຳປີ 2021

ສຸມໃສ່ຮັບປະກັນປົກປັກຮັກສາອໍານາດອະທິປະໄຕຂອງຊາດ, ສັງຄົມມີຄວາມສະຫງົບ-ປອດໄພໂດຍພື້ນຖານ, ການປະຕິບັດແນວທາງແຜນນະໂຍບາຍຂອງພັກ, ການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ

ການປັບປຸງກໍ່ສ້າງ ກອງທັບ ກໍມີຫຼາຍດ້ານພົ້ນເດັ່ນຂຶ້ນແລະ ກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບແຜນ ແລະທັນສະໄໝ ແຕ່ເຫັນວ່າຍັງມີຫຼາຍບັນຫາ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂ…ອ່ານຕໍ່

ຈັດເວທີ ເພື່ອປັບປຸງຂະແໜງການໄຟຟ້າ ເພື່ອໃຫ້ນັກຄົ້ນຄວ້າໄດ້ໂອກາດສະເໜີ ຄຳຄິດເຫັນ

ເປັນເວທີ ສໍາລັບນັກວິຊາການ, ນັກຄົ້ນຄວ້າ ແລະ ຜູ້ສ້າງນະໂຍບາຍເພື່ອປຶກສາຫາລື ແລະ ນຳສະເໜີມາດຕະການຕ່າງໆເພື່ອປັບປຸງຂະແໜງໄຟຟ້າລາວ

ເຊິ່ງອະທິການບໍດີ ມະຫາວິທະຍາໄລຈຳປາສັກ ແລະ ບໍລິສັດ EXP-LAPEE ຈະຮ່ວມກັນຈັດກອງປະຊຸມວິຊາການເພື່ອປຶກສາຫາລືກ່ຽວກັບ ແລະ ສະເໝີແນວຄວາມຄິດທາງດ້ານວິຊາການເພື່ອປັບປຸງຂະແໜງໄຟຟ້າຂອງລາວ…ອ່ານຕໍ່

ເລີ່ມເປີດແລ້ວ ເທດສະການອາຫານປະຈຳປີ 2021 ທີ່ນະຄອນຫຼວງວຽງຈັນ

ງານເທດສະການອາຫານລາວປະຈຳປີ 2021 ເປີດຢ່າງເປັນທາງການທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍມີ 100 ກວ່າຮ້ານເຂົ້າຮ່ວມ ທີ່ມາຈາກນະຄອນຫຼວງວຽງຈັນ, ຈາກຕ່າງແຂວງ ແລະ ຈາກຮ້ານອາຫານພື້ນເມືອງ 9 ປະເທດ ງານຈະເປີດແຕ່ວັນທີ 23 ກຸມພາ 2021 ຈົນຮອດ ວັນທີ 27 ກຸມພາ 2021…ອ່ານຕໍ່

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່