Thursday, March 20, 2025

ສາລະວັນ ສືບຕໍ່ເສັງນັກຮຽນເກັ່ງ ປະຈຳປີ2021 ພາຍໃນແຂວງ

ສາລະວັນ ສືບຕໍ່ເສັງນັກຮຽນເກັ່ງ ປະຈຳປີ2021 ພາຍໃນແຂວງ

ຫຼັງຈາກກະຊວງສຶກສາທິການ ແລະກິລາ ໄດ້ໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ເນື່ອງຈາກຜົນກະທົບການແຜ່ລະບາດຂອງເຊື້ອພະຍາດ Covid-19, ສ່ວນລະດັບແຂວງແມ່ນໄດ້ສືບຕໍ່ຈັດຕັ້ງສອບເສັງເປັນປົກກະຕິ.

ການສອບເສັງໃນປີນີ້ມີນັກສອບເສັງຈາກ 8 ຕົວເມືອງ ທົ່ວແຂວງເຂົ້າຮ່ວມ 88 ຄົນ ( ຍິງ 46 ຄົນ ), ວິຊາທີ່ສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນ ມ 4 ແລະ ມ 7 ມີ 4 ວິຊາ ຄື: ພາສາລາວ – ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ…ອ່ານຕໍ່

ອັດຕະປື ໄດ້ຮັບຕົວເລກທີ່ຕ້ອງເກັບລາຍຮັບເຂົ້າແຂວງ 85 ຕື້ກີບ

ປີ 2021 ຂະແໜງສ່ວຍສາອາກອນ ແຂວງອັດຕະປື ໄດ້ຮັບໂຕເລກການຈັດເກັບລາຍຮັບເຂົ້າ ງົບປະມານຕ້ອງໄດ້ຈຳນວນ85 ຕື້ກີບ, ໃນນີ້ ຂັ້ນແຂວງສູ້ຊົນເກັບໃຫ້ໄດ້ 74,3 ຕື້ກວ່າກີບ ແລະ ຂັ້ນເມືອງ ສູ້ຊົນເກັບໃຫ້ໄດ້ 10,6 ຕື້ກວ່າກີບ

ເພີ່ມຂຶ້ນ 29% ເມື່ອທຽບໃສ່ແຜນດັດແກ້ປີຜ່ານມາ ແລະ ເທົ່າກັບ 2,73% ຂອງ GDP ຊຶ່ງລາຍຮັບສ່ວນໃຫຍ່ແມ່ນ​ໄດ້ຈາກພາສີ-ສ່ວຍສາອາກອນທາງກົງ ມີ 45,9 ຕື້ກວ່າກີບ…ອ່ານຕໍ່

ການສ້າງຮ່ອມບ້ານບີໝີ ຈະສຳເລັດກ່ອນແຜນທີ່ວາງໄວ້

ວິຊາການພາກສະໜາມ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງເງິນ ໄດ້ໃຫ້ຮູ້ວ່າ: ການກໍາສ້າງຕົວຈິງ ແມ່ນເລີ່ມໃນ ວັນທີ 3 ມັງກອນ 2021 ມາຮອດປັດຈຸບັນ ແມ່ນສຳເລັດ 90% ກຳນົດແຜນຈັດຕັ້ງປະຕິບັດ ໃຫ້ສຳເລັດແລ້ວ ແມ່ນໃຊ້ເວລາ 7 ເດືອນ

ຄາດວ່າຈະໃຫ້ສຳເລັດ ໃນທ້າຍເດືອນມີນານີ້ ໂດຍແມ່ນ ບໍລິສັດ ຊະນະໄຊ ກໍ່ສ້າງຂົວ-ທາງ ເປັນຜູ້ຈັດຕັ້ງປະຕິບັດ…ອ່ານຕໍ່

ເຈົ້າເມືອງທ່າປາງທອງ ສືບຕໍ່ແຜນພັດທະນາ ແຜນເສດຖະກິດ-ສັງຄົມ

ເຈົ້າເມືອງ ທ່າປາງທອງໄດ້ໃຫ້ຮູ້ວ່າ: ແຜນການພັດທະນາເສດຖະກິດ – ສັງຄົມປີ 2021 ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໂດຍສະເລ່ຍໃນລະດັບ 5,20% ລວມຍອດຜະລິດຕະພັນພາຍໃນຂອງເມືອງ ທ່າປາງທອງໃຫ້ບັນລຸ 443,35 ຕື້ກີບ

ສະເລ່ຍລາຍຮັບໃສ່ພົນລະເມືອງໃຫ້ໄດ້ 9,18 ລ້ານກີບຕໍ່ຄົນຕໍ່ປີ ເທົ່າກັບ 1 ພັນ 93ໂດລາຕໍ່ຄົນຕໍ່ປີ, ຂະແໜງກະສິກຳໃຫ້ໄດ້ 330,72 ຕື້ກີບ, ຂະແໜງອຸດສາຫະກຳ ໃຫ້ໄດ້ 48,64 ຕື້ກີບ ແລະ ຂະແໜງການບໍລິການ 53,99 ຕື້ກີບ…ອ່ານຕໍ່

ດາຕາຄອມ ມອບຄອມຕັ້ງໂຕະ ຈຳນວນ 10 ຊຸດ ໃຫ້ແກ່ຂະແໜງການຈັດຕັ້ງລັດ

ຮອງປະທານບໍລິສັດ ດາຕາຄອມ ໄດ້ນໍາເອົາຄອມພິວເຕີ້ຕັ້ງໂຕະ ຈຳນວນ 10 ຊຸດ ລວມມູນຄ່າປະມານ 80 ລ້ານກີບ ມາມອບໃຫ້ແກ່ 5 ພາກສ່ວນໃນຂະແໜງການຈັດຕັ້ງລັດຂອງແຂວງຄຳມ່ວນ

ເພື່ອປະກອບສ່ວນດ້ານວັດຖຸອຸປະກອນ ກໍ່ຄືເຄື່ອງຄອມພິວເຕີ້ ຮັບໃຊ້ວຽກງານພາຍໃນຫ້ອງການ ໃຫ້ມີຄວາມສະດວກສະບາຍ…ອ່ານຕໍ່

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.