Monday, February 10, 2025

ຈັດເຝິກອົບຮົມ ການປະຖົມພະຍາບານ ໃຫ້ກັບນັກຮຽນ

ຈັດເຝິກອົບຮົມ ການປະຖົມພະຍາບານໃຫ້ກັບນັກຮຽນ

ອົງການກາແດງແຂວງເຊກອງ ໄດ້ຈັດຝຶກອົບຮົມການປະຖົມພະຍາບານຂັ້ນເບື້ອງຕົ້ນໃຫ້ແກ່ ນັກຮຽນທີ່ໂຮງຮຽນ ມສ ກິນນອນຊົນເຜົ່າແຂວງເຊກອງ

ສອນກ່ຽວກັບການປະຖົມພະຍາບານເບື້ອງຕົ້ນໃຫ້ແກ່ຄົນເຈັບ ເພື່ອຊ່ວຍເຫຼືອຄົນເຈັບໃນກໍລະນີທີ່ເກີດມີອຸປະຕິເຫດຂື້ນພາຍໃນໂຮງຮຽນ ແລະສະຖານທີ່ຕ່າງໆ ນອກນີ້ຍັງເປັນການສ້າງບຸກຄະລາກອນ ທີ່ເປັນພື້ນຖານປະກອບສ່ວນຢ່າງຕັ້ງໜ້າຂອງອົງການກາແດງລາວ…ອ່ານຕໍ່

ຜູ້ຖືກຜົນກະທົບຈາກການສ້າງເຂື່ອນ ນໍາເງິນຊົດເຊີຍເຂົ້າເຝິກອົບຮົມໃນການປູກເຫັດ ສ້າງລາຍໄດ້

ທ່ານ ດວງ​ມະນີ ພັນທະ​ວິຈິດ ປັດຈຸບັນ ອາຍຸ​ 38 ປີ ອາຊີບຫຼັກແມ່ນຄ້າຂາຍເຄື່ອງຍ່ອຍ ຫຼັງຈາກມີໂຄງການສ້າງເຂື່ອນເຮັດໃຫ້ຊີວິການເປັນຢູ່ຫຍຸ້ງຍາກ

ເລີຍເຂົ້າຮ່ວມຝຶກອົບຮົມ​​ເຕັກນິກ​ ເຕັກນິກ​ການ​ຜະລິດ​ຫົວກ້ອນເບົ້າ​ເຊື້ອ​ເຫັດ ເຊິ່ງເລີ່ມແລກກໍ່ໄດ້ຊື້ແນວພັນມາແຕ່ນະຄອນຫຼວງວຽງຈັນ ແລະ ເລີ່ມຜະລິດກ້ອນເບົ້າຫົວເຊື້ອເອງໂດຍສ້າງເຮືອນຕູບວາງຖົງກ້ອນເບົ້າເຮັດ 2 ຫຼັງ, ປັດຈຸບັນ​ ເຮັດກ້ອນ​ເບົ້າ​ເຫັດໄດ້​ 3.000 ກ້ອນ​ຕໍ່​ຫຼັງ ການ​ເກັບ​ເຫັດ​ແມ່ນ​ໄດ້​ເກັບ​ຕະຫຼອດ​ຈົນ​ກວ່າ​ຈະໝົດ​ເຊື້ອ (ປະມານ 6 ເດືອນ)…ອ່ານຕໍ່

ຖວທ ມອບ-ຮັບ ລົດບັນທຸກໃຫ້ອົງການພັດທະນາ

ພະແນກຖະແລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ແຂວງເຊກອງ ໄດ້ມີພິທີມອບ-ຮັບລົດບັນທຸກ, ຈຳນວນ 1 ຄັນ ໃຫ້ອົງການພັດທະນາ ແລະບໍລິຫານຕົວເມືອງ ( ອພບຕ) ເມືອງລະມາມ, ເພື່ອໄປນຳໃຊ້ເຂົ້າໃນວຽກງານວິຊາສະເພາະທີ່ຕົນຮັບພິດຊອບ, ໂດຍສະເພາະນຳໃຊ້ເຂົ້າໃນການຂົ່ນສິ່ງເສດເຫຼືອ ຫຼື ຂີ້ເຫຍື້ອຕ່າງໆ…ອ່ານຕໍ່

7ກຸ່ມ ທີ່ສ້າງລາຍຮັບຫຼັກໃຫ້ແກ່ແຂວງບໍລິຄຳໄຊ

7 ກຸ່ມໃຫຍ່ ທີ່ສ້າງລາຍຮັບ ດ້ານສ່ວຍສາອາກອນ ໄດ້ແກ່: ກຸ່ມກໍ່ສ້າງເຂື່ອນ, ກຸ່ມໂທລະຄົມສື່ສານ, ກຸ່ມໄຟຟ້າ, ກຸ່ມນ້ຳມັນເຊື້ອໄຟ, ກຸ່ມກໍ່ສ້າງ ແລະ ສ້ອມແປງ, ກຸ່ມຊັບພະຍາກອນໄມ້ ເຄື່ອງປ່າຂອງດົງ ແລະ ກຸ່ມແຮ່ທາດ ກວມເອົາ 70,55% ຂອງລາຍຮັບທັງໝົດ

ເຊິ່ງໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ການເກັບລາຍຮັບສ່ວຍສາອາກອນ ປີ 2020 ສາມາດຈັດເກັບລາຍຮັບທ້ອງຖິ່ນໄດ້ 152,02 ຕື້ກີບ ເທົ່າກັບ 101,23% ຂອງແຜນການດັດແກ້ປີ, ລື່ນແຜນການປີ 1,23% ແລະ ການເກັບລາຍຮັບສ່ວຍສາອາກອນ ກໍ່ເຂົ້າສູ່ລະບົບແທັກຣິດ…ອ່ານຕໍ່

ຄຳມ່ວນ ຈັດການຄັດເລືອກເອົານັກຮຽນເກັ່ງ

ການສອບເສັງຄັດເລືອກເອົານັກຮຽນເກັ່ງຄັ້ງນີ້ ສາຍສາມັນສຶກສາ ( ປ5, ມ4 ແລະ ມ7 ) ລວມມີ 10 ຕົວເມືອງໃນທົ່ວແຂວງ, ນັກສອບເສັງທັງໝົດ 123 ຄົນ ( ຍິງ 43 ຄົນ) , ໃນນັ້ນຊັ້ນປະຖົມສຶກສາ ( ປ5 ) ມີຈໍານວນນັກສອບທັງໝົດ 32 ຄົນ ( ຍິງ 09 ຄົນ ), ຊັ້ນມັດທະຍົມສຶກສາມີຈໍານວນນັກສອບທັງໝົດ 91 ຄົນ ( ຍິງ 34 ຄົນ )

ໂດຍການເຂົ້າຮ່ວມເປັນປະທານ ແລະ ເປີດຊອງຫົວບົດສອບເສັງຂອງທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ…ອ່ານຕໍ່

ຮ່ວມກັນທຳລາຍ ແລະ ປ້ອງກັນ ບ່ອນເພາະພັນໜອນນໍ້າຍຸງລາຍ

ແຕ່ວັນທີ 26 ທັນວາ 2020 – 23 ກຸມພາ 2021 ມີຜູ້ຕິດເຊື້ອສະສົມທັງໝົດ 120 ຄົນ (ມີລາຍງານກໍລະນີໃນ 12 ແຂວງ, ແຂວງທີ່ມີການລາຍງານ ຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ ຖັດລົງມາ ອັດຕະປຶ ແລະ ຫລວງພະບາງ), ບໍ່ມີຜູ້ເສຍຊີວິດຍ້ອນພະຍາດ ໄຂ້ຍຸງລາຍ

ເຮົາຕ້ອງຮ່ວມກັນສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງ ເພາະພັນຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 5ປ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນ ໂຕຍຸງທີ່ນຳເຊື້ອ ພະຍາດໄຂ້ຍຸງລາຍ ມາສູ່ຄົນ…ອ່ານຕໍ່

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: