Monday, May 19, 2025
Kbank Laos โอน รับ จ่าย

ລະດັບນໍ້າຂອງປ່ຽນແປງກະທັນຫັນ ກະທົບການດຳລົງຊີວິດຂອງປະຊາຊົນແຄມຝັ່ງ

ແມ່ນໍ້າຂອງໄດ້ຮັບຜົນກະທົບຢ່າງໜັກໃນຮອບສິບປີ ຕັ້ງແຕ່ພາກເໜືອ ຂອງລາວຈົນຮອດກຳປູເຈຍ ເຮັດໃຫ້ນໍ້າຫຼຸດລົງ ຈົນມີບ່ອນຢ່າງຜ່ານໄດ້ຫຼາຍຂື້ນກວ່າເກົ່າ. ອະເມລິກາຊີ້ ຈີນຄວນເຮັດຕາມຄຳສັນຍາໃນການແບ່ງປັນນໍ້າໃຫ້ກັບພູມມິພາກອາຊີຕາເວັນອອກສຽງໃຕ້ ໃນຂະນະທີ່ປະເທດລາວຖືກພາດພິງຫຼັງເຂື່ອນໄຊຍະບຸລີເລິ່ມເປິດໃຊ້

ສາກົນສືບຕໍ່ສົ່ງຂ່າວກ່ຽວກັບການຫຼຸດລົງຂອງແມ່ນ້ຳ ຂອງຢ່າງຕໍ່ເນື່ອງ ໂດຍທັງໝົດລ້ວນແຕ່ແມ່ນແນເປົ້າໃສ່ການລະບາຍນ້ຳຂອງເຂື່ອນໄຟຟ້າຈິງຫົງ ປະເທດຈີນ, ທີ່ສົ່ງຜົນກະທົບຕໍ່ລະດັບແມ່ນໍ້າຂອງ ແລະ ເຮັດໃຫ້ຕະກອນຫຼຸດລົງ ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນໃນແຄມແມ່ນໍ້າຂອງ ຍ້ອນປະລິມານປາຫຼຸດລົງ ການກະສິກຳເຮັດໄດ້ບໍ່ຕໍ່ເນື່ອງ ແລະ ສະພາບແວດລ້ອມໄດ້ຮັບຄວາມເສຍຫາຍ

ບົດລາຍງານການອ້າງອີງຂອງ ຄະນະກຳມາທິການແມ່ນໍ້າຂອງ (MRC) ໃນສອງສະບັບທຳອິດໃນເດືອນມັງກອນ ແລະ ເດືອນກຸມພາ ສະແດງໃຫ້ເຫັນການຫຼຸດລົງຂອງລະດັບນໍ້າ ແລະ ຄວາມກັງວົນຂອງບັນດາປະເທດໃນເຂດອ່າງແມ່ນ້ຳຂອງ ຊຶ່ງໄດ້ຜ່ອນຄາຍຄວາມຕຶງຄຽດລົງໃນບົດລາຍງານສະບັບທີສາມ ໂດຍລະບຸວ່າ ເນື່ອງຈາກເຂື່ອນໄຟຟ້າຈິງຫົງ ໄດ້ເພີ່ມປະລິມານການລະບາຍນໍ້າຈາກ 786 ແມັດກ້ອນຕໍ່ວິນາທີເປັນ 1,020 ແມັດກ້ອນຕໍ່ວິນາທີແລ້ວ ເຮັດໃຫ້ລະດັບນໍ້ານັບແຕ່ສະຖານີວັດແທກລະດັບນໍ້າຂອງເມືອງຊຽງແສນ ປະເທດໄທ ຈົນຮອດ ສະຖານີນະຄອນຫລວງວຽງຈັນສູງຂື້ນ ໃນລະຫວ່າງວັນທີ 16-22 ກຸມພາ 2021 ທີ່ຜ່ານມາ

ເຖິງຢ່າງໃດກໍ່ຕາມ, ການຂຶ້ນ-ລົງ ຂອງນໍ້າຂອງໄດ້ຜິດປົກກະຕິມາເປັນເວລາຫຼາຍປີແລ້ວ ໂດຍນັກວິຊາການເຊື່ອວ່າຈະສົ່ງຜົນກະທົບຕໍ່ປະຊາຊົນໃນເຂດອ່າງແມ່ນໍ້າຂອງໃນຫລາຍໆດ້ານ ບໍ່ພຽງແຕ່ຫາປາເທົ່ານັ້ນ ແຕ່ລວມໄປເຖິງການກະສິກຳ ທີ່ບໍ່ສາມາດຄາດເດົາປະລິມານນໍ້າສຳລັບການປູກຝັງຄືແຕ່ກ່ອນໄດ້

ຈາກການໃຫ້ສຳພາດຂອງພົນລະເມືອງຢູ່ເມືອງປາກຊົມ ຈັງຫວັດເລີຍ, ປະເທດໄທ, ເຊິ່ງຢູ່ກົງກັນຂ້າມກັບແຂວງໄຊຍະບູລີ ຜ່ານສຳນັກຂ່າວແນວໜ້າ ຂອງປະເທດໄທລະບຸວ່າ ລະດັບແມ່ນ້ຳຂອງ ໄດ້ເລີ່ມຫຼຸດລົງຕັ້ງແຕ່ປີໃໝ່ສາກົນທີ່ຜ່ານມາ ຮອດປະຈຸບັນ ໃນບາງຈຸດເຫັນ ມີດອນຊາຍ ແລະ ຫີນໄດ້ຊັດເຈນ ຍາວເປັນກິໂລແມັດ, ແຕ່ວ່າບາງມື້ ນໍ້າຂອງຈະເພີ່ມຂື້ນຢ່າງກະທັນຫັນປະມານ 1-2 ແມັດ ແລະ ຫຼັງຈາກນັ້ນກໍ່ຈະກັບຄືນໄປແຫ້ງອີກໃນມື້ຕໍ່ມາ ຈົນປະຊາຊົນບໍ່ສາມາດອີງໃສ່ກັບແມ່ນໍ້າຂອງເປັນຫຼັກ ໄດ້ຄືເກົ່າ

ລ່າສຸດ, ສະຫະລັດໄດ້ຮຽກຮ້ອງໃຫ້ຈີນຍຶດໝັ້ນຄຳສັນຍາ ທີ່ເຄີຍກ່າວຈະປ່ອຍນ້ຳອອກຈາກເຂື່ອນຢ່າງສະໝໍ່ສະເໝີ ເຊິ່ງຈີນກໍ່ໄດ້ຕອບວ່າ ບໍ່ເຄີຍປ່ອຍນໍ້າລົງຕໍ່າກວ່າ 1,000 ແມັດກ້ອນຕໍ່ວິນາທີເລິີຍ ຕັ້ງແຕ່ເດືອນມັງກອນທີ່ຜ່ານມາ, ແລະການວັດແທກການປ່ອຍນໍ້າຂອງ MRC ນັ້ນ ກໍ່ອາດຈະມີຂໍ້ຜິດພາດບາງຢ່າງ

ນອກຈາກເຂື່ອນຈິງຫົງ ໃນປະເທດຈີນແລ້ວ ເຂື່ອນໄຊຍະບູລີ ກໍ່ເປັນອີກໜຶ່ງປັດໃຈ ທີ່ເຮັດໃຫ້ນານາປະເທດຕ້ອງໄດ້ເລັ່ງສຶກສາ ຜົນກະທົບຂອງການນຳໃຊ້ນ້ຳ ທີ່ເຊື່ອມຕໍ່ກັບແມ່ນ້ຳຂອງ ຕອນກາງ ຢ່າງຮີບດ່ວນ. ລວມເຖິງການອອກມາຄັດຄ້ານການສ້າງເຂື່ອນໃນອະນາຄົດອີກຫຼາຍແຫ່ງຂອງທຸກປະເທດ ຕະຫຼອດເສັ້ນທາງນ້ຳຂອງແມ່ນ້ຳຂອງ

ເພື່ອໃຫ້ຄວາມຊັດເຈນກ່ຽວກັບການບໍລິຫານຈັດການນໍ້າ ຂອງແມ່ນໍ້າຂອງ ກະຊວງການຕ່າງປະເທດສະຫະລັດອາເມລິກາ ໄດ້ປະກາດໃນວັນທີ 22 ກຸມພາ 2021 ທີ່ຜ່ານມາວ່າ ສະຫະລັດອາເມລິກາ ເຊິ່ງເປັນຄູ່ຮ່ວມມືກັບບັນດາປະເທດທີ່ຢຸ່ເຂດອ່າງແມ່ນໍ້າຂອງ (Mekong-U.S. Partnership) ຈະໃຫ້ການສະໜັບສະໜູນ ເຄື່ອງມືເກັບກຳຂໍ້ມູນສະຖິຕິ ຂອງເຂື່ອນໄຟຟ້າແມ່ນໍ້າຂອງ ແລະ ຮຽກຮ້ອງໃຫ້ຈີນແບ່ງປັນຂໍ້ມູນກ່ຽວກັບການຄຸ້ມຄອງແມ່ນໍ້າຂອງ ຮ່ວມປະເທດອື່ນໆ ທີ່ກ່ຽວຂ້ອງດ້ວຍ ເພື່ອບັນລຸການຄຸ້ມຄອງຊັບພະຍາກອນຊາຍແດນທີ່ໂປ່ງໃສ ເພື່ອສົ່ງເສີມດ້ານຄວາມອຸດົມສົມບູນແບບຍືນຍົງ ຂອງເຂດອ່າງແມ່ນ້ຳ ຂອງ ຊຶ່ງຫຼໍ່ລ້ຽງປະຊາຊົນຫຼາຍກ່ວາ 70 ລ້ານຄົນ

ຂໍ້ມູນລະດັບແມ່ນໍ້າຂອງ ໃນລະຫວ່າງວັນທີ 16-22 ກຸມພາ 2021 ທີ່ຜ່ານມາ, ແບ່ງຕາມ ສະຖານີຕິດຕາມລະດັບນໍ້າຂອງປະເທດໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ, ສະແດງໃຫ້ເຫັນວ່າ ຈາກຈັງຫວັດຊຽງແສນ (ປະເທດໄທ) ຈົນເຖິງ ສະຖານີກະແຕ (Kratie) (ປະເທດກຳປູເຈຍ) ມີລະດັບນ້ຳແມ່ນສູງກວ່າລະດັບສະເລ່ຍໃນປີທີ່ຜ່ານມາ ໂດຍແມ່ນໍ້າຂອງທີ່ໄຫຼຜ່ານພາກກາງຂອງລາວ ຈະເລິ່ມຫຼຸດລົງໃນອາທິດນີ້
ເສັ້ນສະແດງດັ່ງກ່າວສະແດງໃຫ້ເຫັນລະດັບແມ່ນໍ້າຂອງໃນວັນທີ 22 ກຸມພາ 2021 ເຊິ່ງສູງກວ່າລະດັບສະເລ່ຍສໍາລັບປີກ່ອນ ໃນຂະນະທີ່ໃນໄລຍະສາມເດືອນທີ່ຜ່ານມາ ລະດັບນໍ້າໄດ້ຕໍ່າກວ່າຄ່າສະເລ່ຍມາຕະຫຼອດ

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້