Saturday, November 15, 2025
Kbank Laos โอน รับ จ่าย

ບຣາເດີໄດ້ຮັບການຮັບຮອງຄຸນນະພາບການໃຫ້ບໍລິການລະດັບ Gold ຈາກສະຖາບັນ SQI

ບຣາເດີນຳໜ້າດ້ານຄຸນນະພາບງານບໍລິການອີກຂັ້ນ ລ່າສຸດຜ່ານການຮັບຮອງຄຸນນະພາບການໃຫ້ບໍລິການລະດັບ Gold ຈາກສະຖາບັນ Service Quality Institution (SQI) ເພີ່ມຄວາມໝັ້ນໃຈໃຫ້ແກ່ລູກຄ້າອີກລະດັບ ພ້ອມກຽມເສີມການພັດທະນາການຕໍ່ຍອດງານບໍລິການດ້ວຍນະວັດຕະກຳເທັກໂນໂລຊີເພື່ອມອບຄວາມເພິ່ງພໍໃຈສູງສຸດແກ່ລູກຄ້າບຣາເດີທຸກຄົນ

     ທ່ານ ທີລະວຸດ ສຸພະພັນພິນໂຍ ກຳມະການຜູ້ຈັດການ ບໍລິສັດ ບຣາເດີ ຄອມເມີຊຽວ (ປະເທດໄທ) ຈຳກັດ  ເປີດເຜີຍວ່າ ທີ່ຜ່ານມາ ບຣາເດີ ໄດ້ໃຫ້ຄວາມສຳຄັນຕໍ່ການບໍລິການຫຼັງການຂາຍມາໂດຍຕະຫຼອດ ບໍລິສັດ ບໍ່ພຽງແຕ່ເພີ່ມທັກສະໃຫ້ແກ່ທີມບໍລິການເທົ່ານັ້ນແຕ່ເຮົາຍັງເສີມດ້ານການປັບ mindset ເຂົ້າໄປນຳ ເຊິ່ງເຊື່ອຢ່າງຍິ່ງວ່າການໄດ້ຮັບການຮັບຮອງຄຸນນະພາບການໃຫ້ບໍລິການລະດັບ Gold ຈາກສະຖາບັນ SQI ໃນຄັ້ງນີ້ ຈະເປັນອີກສ່ວນທີ່ຊ່ວຍຕໍ່ຍອດການບໍລິການຫຼັງການຂາຍຂອງບຣາເດີໃຫ້ສາມາດພັດທະນາຕໍ່ເນື່ອງສູ່ອະນາຄົດ

      at your side ຄືຫຼັກໃນການປະຕິບັດ ຫຼື motto ທີ່ບຣາເດີຍຶດຖືມາໂດຍຕະຫຼອດ ເຮົາພ້ອມສະເໝີທີ່ຈະຢູ່ຄຽງຂ້າງລູກຄ້າ ພັນທະມິດທາງທຸລະກິດ ແລະ ສັງຄົມ ເຊິ່ງຫຼັກໃນການດຳເນີນທຸລະກິດຂອງບຣາເດີຈະມຸ່ງໄປທີ່ 2 ສ່ວນຄື ການມຸ່ງພັດທະນາທຸລະກິດໃຫ້ເຕີບໂຕຢ່າງຍຶນຍົງ ແລະການສ້າງຄວາມເພິ່ງພໍໃຈສູງສຸດໃຫ້ແກ່ລູກຄ້າສະເໝີ ທ່ານ ທີລະວຸດ ສຸພະພັນພິນໂຍ ກ່າວຕື່ມ

     ທາງດ້ານ ດຣ ລັດຊຸມາ ຫຸຕາຍົນ ກຳມະການຜູ້ຈັດການສະຖາບັນ Service Quality Institution (SQI) ກ່າວເຖິງພາບລວມການພັດທະນາສັກກະຍະພາບການໃຫ້ບໍລິການຂອງ ບຣາເດີ ວ່າ ບຣາເດີຖືເປັນອີກໜຶ່ງອົງກອນທີ່ໃຫ້ຄວາມສຳຄັນຕໍ່ການພັດທະນາປະສິດທິພາບການໃຫ້ບໍລິການແກ່ລູກຄ້າຕັ້ງແຕ່ລະດັບຜູ້ບໍລິຫານທີ່ກຳນົດນະໂຍບາຍຈົນເຖິງລະດັບປະຕິບັດທີ່ຕ້ອງຮັບນະໂຍບາຍດັ່ງກ່າວມາສານຕໍ່ໃຫ້ເກີດເປັນຮູບປະທຳແຫ່ງການບໍລິການທີ່ເຕັມໄປດ້ວຍສັກກະຍະພາບ ແລະ ຖືເປັນບ່ອນທຳອິດທີ່ໃຊ້ເວລາໃນການທົດສອບຕາມເກນການຮັບຮອງຄຸນນະພາບງານບໍລິການໄດ້ວ່ອງໄວກວ່າທີ່ສະຖາບັນກຳນົດເນື່ອງຈາກຄວາມພ້ອມຂອງລະບົບການໃຫ້ບໍລິການທີ່ໄດ້ວາງຮາກຖານມາດີແລ້ວ ຍັງປະກອບກັບຄວາມຕັ້ງໃຈແລະມຸ່ງໝັ້ນທີ່ຈະພັດທະນາຢ່າງຈິງຈັງ ເຮັດໃຫ້ການກ້າວໄປອີກໜຶ່ງຂັ້ນບໍ່ໄດ້ເປັນອຸປະສັກແຕ່ຢ່າງໃດຕໍ່ບຣາເດີ

      ທ່ານ ວໍລະສັກ ປະດິດກຸນ ຜູ້ຈັດການທົ່ວໄປຝ່າຍບໍລິການລູກຄ້າ ບໍລິສັດ ບຣາເດີ ຄອມເມີຊຽວ (ປະເທດໄທ) ຈຳກັດ ເປີດເຜີຍວ່າ ປັດຈຸບັນ ບຣາເດີ ມີສູນບໍລິການຄວບຄຸມທົ່ວປະເທດ ດັ່ງນັ້ນການສ້າງມາດຕະຖານການບໍລິການທີ່ເປັນໜຶ່ງດຽວຈຶ່ງເປັນເລື່ອງສຳຄັນເພື່ອສ້າງຄວາມພຶງພໍໃຈສູງສຸດແກ່ລູກຄ້າທີ່ເຂົ້າມາໃຊ້ບໍລິການ ດັ່ງນັ້ນ ບຣາເດີ ຈຶ່ງໄດ້ພັດທະນາມາດຕະຖານ Service Excellence ຂື້ນ ເພື່ອວາງກອບການບໍລິການໃຫ້ແກ່ພະນັກງານຝ່າຍບໍລິການທຸກຄົນໃຫ້ຍຶດເປັນແນວທາງປະຕິບັດ ໂດຍນຳຄວາມຕ້ອງການຂອງລູກຄ້າເປັນປັດໃຈຫຼັກໃນການສົ່ງມອບງານບໍລິການເພື່ອສ້າງຄວາມປະທັບໃຈແກ່ລູກຄ້າ ນອກຈາກນີ້ ບຣາເດີ ຍັງໄດ້ຈັດຝຶກອົບຮົມທີມບໍລິການຢູ່ສະເໝີເພື່ອພັດທະນາສັກກະຍະພາບຄວາມພ້ອມໃນການສົ່ງມອບບໍລິການອັນເປັນເລີດສູ່ລູກຄ້າ ແລະເພື່ອການພັດທະນາອີກຂັ້ນ ບຣາເດີ ຈຶ່ງໄດ້ຂໍຮັບການປະເມີນການຮັບຮອງຄຸນນະພາບເກນການຮັບຮອງ SQI ເພື່ອໃຫ້ໜ່ວຍງານພາຍນອກທີ່ມີໜ້າທີ່ກວດສອບງານບໍລິການທີ່ໄດ້ຮັບຄວາມເຊື່ອໝັ້ນຈາກອົງກອນຊັ້ນນຳມາຮ່ວມປະເມີນຄຸນນະພາບເພື່ອເພີ່ມຄວາມໝັ້ນໃຈຍິ່ງຂຶ້ນແກ່ລູກຄ້າທີ່ເຂົ້າຮັບບໍລິການທີ່່ສູນບໍລິການຂອງບຣາເດີ

      ຕະຫຼອດໄລຍະເວລາທີ່ຜ່ານມາ ບຣາເດີ ໄດ້ໃຫ້ຄວາມສຳຄັນກັບການໃຫ້ບໍລິການລູກຄ້າຈຶ່ງໄດ້ມີການພັດທະນາຄຸນນະພາບງານບໍລິການມາຢ່າງຕໍ່ເນື່ອງ ແລະເພື່ອການພັດທະນາຢ່າງຍຶນຍົງ ບຣາເດີ ຈຶ່ງໄດ້ຂໍເຂົ້າຮັບການປະເມີນການຮັບຮອງຄຸນນະພາບເກນການຮັບຮອງ SQI ໂດຍເກນດັ່ງກ່າວໄດ້ໃຫ້ຄວາມສຳຄັນຕໍ່ແນວນະໂຍບາຍຄຸນນະພາບການໃຫ້ບໍລິການລູກຄ້າຕັ້ງແຕ່ພາຍໃນອົງກອນໄປຈົນເຖິງການມອບປະສົບການທາງບວກໃຫ້ແກ່ລູກຄ້າພາຍນອກ ທ່ານ ວໍລະສັກ ປະດິດກຸນ ກ່າວຕື່ມ

      ທ່ານນາງ ລັດສິຍາກອນ ຕັນທະວະນິດ ຮັກສາການຜູ້ຈັດການທົ່ວໄປຝ່າຍບໍລິການລູກຄ້າ ບໍລິສັດ ບຣາເດີ ຄອມເມີຊຽວ (ປະເທດໄທ) ຈຳກັດ ກ່າວເຖິງແນວທາງແລະແຜນການພັດທະນາງານບໍລິການຂອງບຣາເດີຈາກປັດຈຸບັນສູ່ອະນາຄົດວ່າ ເປົ້າໝາຍຂອງທີມບໍລິການຫຼັງການຂາຍຂອງບຣາເດີ ຄືການມອບບໍລິການຫຼັງການຂາຍທີ່ເປັນເລີດ ຫຼັກໃນການເຮັດວຽກແບບ outside in ຈຶ່ງເປັນອີກໜຶ່ງຫຼັກທີ່ບຣາເດີຍຶດຖືມາໂດຍຕະຫຼອດເພາະຄວາມຕ້ອງການຂອງລູກຄ້າຄືຫົວໃຈຫຼັກໃນການສົ່ງມອບບໍລິການ ລະຫວ່າງກາງການປ່ຽນແປງທີ່ວ່ອງໄວຍິ່ງຂຶ້ນໃນທຸກມື້ສົ່ງຜົນໂດຍກົງຕໍ່ໄລສະໄຕຂອງລູກຄ້າ ລວມເຖິງຄວາມຫຼາກຫຼາຍຂອງ generation ກໍເປັນຕົວແປສຳຄັນທີ່ບຣາເດີຕ້ອງນຳມາເປັນໜຶ່ງໃນປັດໃຈທີ່ຄຳນຶງເຖິງໃນທຸກຄັ້ງທີ່ເຮົາຕ້ອງການພັດທະນາງານບໍລິການ ນອກຈາກນີ້ ບຣາເດີ ຍັງໄດ້ພັດທະນາ product ດ້ານການບໍລິການເພື່ອເອື້ອອຳນວຍປະໂຫຍດແກ່ລູກຄ້າ ເຊັ່ນ Brother Care Pack  ບໍລິການເສີມພ້ອມເບິ່ງແຍງຫຼັງການຂາຍ ເພີ່ມຄວາມໝັ້ນໃຈຍິ່ງຂຶ້ນດ້ວຍການຂະຫຍາຍເວລາການຮັບປະກັນ ບໍລິການສ້ອມແປງນອກສະຖານທີ່ ບໍລິການຕິດຕັ້ງເຄື່ອງ ບໍລິການບຳລຸງຮັກສາ ບໍລິການກວດເຊັກບໍາລຸງຮັກສາລາຍປີ ແລະ Brother Care Express ບໍລິການຮັບສົ່ງສ້ອມແປງພ້ອມສົ່ງຄືນ ເພື່ອຄວາມສະດວກໃຫ້ແກ່ລູກຄ້າ ມອບບໍລິການພິເສດຮັບສົ່ງສ້ອມແປງພ້ອມສົ່ງຄືນແບບຮັບໄວເຖິງທີ່ ສົ່ງໄວເຖິງມື ປະຢັດເວລາບໍ່ຕ້ອງເດີນທາງ

      “ບຣາເດີ ພ້ອມນຳຄວາມແຂງແກ່ງຂອງທີມບໍລິການມາພັດທະນາຄວບຄູ່ໄປກັບການໃຊ້ເຕັກໂນໂລຊີເຂົ້າມາເສີມເພື່ອຕອບສະໜອງໄລສະໄຕການໃຊ້ຊີວິດຂອງລູກຄ້າໃນຍຸກປະຈຸບັນ ໂດຍລ່າສຸດ ບຣາເດີໄດ້ພັດທະນາ Brother Live Chat ແລະ  bot ເພື່ອເພີ່ມຄວາມສະດວກແລະວ່ອງໄວໃຫ້ແກ່ລູກຄ້າ ເສີມທີມ contact center ທີ່ພ້ອມໃຫ້ບໍລິການຢູ່ແລ້ວ ທ່ານນາງ ລັດສິຍາກອນ ຕັນທະວະນິດ ກ່າວເຖິງແນວທາງໃນການພັດທະນາງານບໍລິການຂອງບຣາເດີໃນອະນາຄົດ

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.