Saturday, April 26, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 1 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ສັງທອງ ຕ້ອງການນັກລົງທຶນໄປພັດທະນາແຫຼ່ງທ່ອງທ່ຽວໃໝ່ 6 ແຫ່ງ

ເຈົ້າເມືອງສັງທອງ ໃຫ້ກ່າວເມື່ອບໍ່ດົນມານີ້ວ່າ ສະຖານທີ່ທ່ອງທ່ຽວໃໝ່ທັງ 6 ແຫ່ງ ຍັງບໍ່ມີການພັດທະນາ ເຊິ່ງປັດຈຸບັນ ຍັງຢູ່ໃນຂັ້ນຕອນການສະເໜີ ຫຼື ແຈ້ງການເຖິງຄວາມຕ້ອງການອຳນາດການປົກຄອງເມືອງສັງທອງ ທີ່ຢາກໃຫ້ນັກລົງທຶນມາພັດທະນາເປັນແຫຼ່ງທ່ອງທ່ຽວ

ອົງການປົກຄອງເມືອງສັງທອງ ເຊື່ອວ່າແຫຼ່ງທ່ອງທ່ຽວດັ່ງກ່າວ ຖ້າໄດ້ຮັບການພັດທະນາຈະສາມາດດຶງດູດນັກທ່ອງທ່ຽວໄດ້ແນ່ນອນ ເພາະເມືອງສັງທອງແມ່ນບໍ່ໄກຈາກຕົວເມືອງນະຄອນຫຼວງວຽງຈັນຫຼາຍປານໃດ…ອ່ານຕໍ່

ການອັດຊ່ອງວ່າງຫົວໄຫຼຂອງງົບປະມານ ເປັນວຽກງານທີ່ຕ້ອງປັບປຸງກ່ອນຈະເປີດ ກອງປະຊຸມສະພາແຫ່ງຊາດ ຄັ້ງທີ່ IX



ສະເພາະຮ່າງແຜນງົບປະມານ 5 ປີ (2021-2025) ລັດຖະບານໄດ້ຊີ້ນຳໃຫ້ ພາກສ່ວນທີ່ກ່ຽວຂ້ອງໄປປັບປຸງແກ້ໄຂວິທີການ ແລະ ມາດຕະການ ການອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ, ປະຢັດມັດທະຍັດ, ການປະຕິບັດວິໄນແຜນການ-ການເງິນ, ການນຳໃຊ້ງົບປະມານລົງທຶນຂອງລັດ, ການສ້າງຖານລາຍຮັບໃໝ່ ແລະ ອື່ນໆ

ກ່ອນທີ່ຈະສົ່ງໄປສະເໜີຕໍ່ກອງປະຊຸມ ສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງ…ອ່ານຕໍ່

ທະນາຄານນະໂຍບາຍ ຈະປ່ອຍສິນເຊື່ອ 5,5 ຕື້ກີບ ອັດຕາດອກເບ້ຍຕໍ່າ ໃຫ້ເມືອງເປົ້າໝາຍຈະສຸມຂອງລັດ


ໂດຍຈະເລັ່ງໃສ່ປ່ອຍໃຫ້ສະມາຊິກຂອງທະນາຄານຢູ່ບັນດາເມືອງເປົ້າໝາຍຈຸດສຸມຂອງລັດຖະບານ ແລະ ບ້ານ 3 ສ້າງເພື່ອປະກອບສ່ວນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ

ເຊິ່ງເງິນທີ່ຈະປ່ອຍໃຫ້ນີ້ ມີທຶນໄລຍະສັ້ນມີ 23ລ້ານກີບ, ທຶນໄລຍະກາງ ມີ 610ລ້ານກີບ ແລະ ທຶນໄລຍະຍາວມີ 4,9ຕື້ກວ່າກີບ ເພື່ອໃຫ້ສະມາຊິກກຸ່ມ ກູ້ຢືມເພື່ອນຳໃຊ້ເຂົ້າໃນການຜະລິດ ໄດ້ທ່ວງທັນກັບລະດູການ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.