Saturday, April 26, 2025
Kbank Laos โอน รับ จ่าย

ອີກ 10 ເດືອນ ທາງລົດໄຟ ລາວ-ຈີນ ຄວາມຈິງໃຈທີ່ລໍຖ້າການພິສູດ

ເສັ້ນທາງລົດໄຟລາວ-ຈີນ ນັບວ່າເປັນເສັ້ນທາງສຳຄັນທີ່ມີການເວົ້າເຖິງຫຼາຍ ຢູ່ໃນມົນທົນຢູນານຂອງຈີນ ເນື່ອງດ້ວຍຫຼາຍປັດໃຈຫຼາຍໆຢ່າງນັບຕັ້ງແຕ່ ຄວາມສາມາດໃນການພັດທະນາເສດຖະກິດໃນພາກພື້ນອາຊີ ໄປຈົນຮອດ ຄວາມຈິງໃຈຂອງຈີນ ທີ່ມີຕໍ່ ສປປ ລາວ

ເສົາທາງລົດໄຟ ທີ່ເມືອງອຸດົມໄຊ

ຕະຫຼອດເສັ້ນທາງລົດໄຟຄວາມຍາວເກືອບພັນກິໂລແມັດ ຍາວຕັ້ງແຕ່ ຄຸນໝິງ ຜ່ານເມືອງ ຢູຊິ (Yuxi) ມົນທົນຢູນານ ມາຮອດ ເສດຖະກິດພິເສດບ່ໍເຕັນ-ບໍ່ຫານ ຊາຍແດນລາວ (556 ກິໂລແມັດ) ກ່ອນຈະຜ່ານຊາຍແດນເຂົ້າເມືອງບໍ່ເຕັນ ແຂວງຫຼວງນໍ້າທາ ຈົນຮອດນະຄອນຫຼວງວຽງຈັນ ( 414 ກິໂລແມັດ) ບໍ່ພຽງແຕ່ຈະສ້າງຄວາມໜ້າຕື່ນຕາຕື່ນໃຈ ຂອງໂຄງການກໍ່ສ້າງຂະໜາດໃຫຍ່ 6 ພັນລ້ານໂດລາສະຫະລັດ ເທົ່ານັ້ນ ແຕ່ຍັງສ້າງຄວາມທ້າທາຍໃນອີກຫຼາຍໆດ້ານ ຕໍ່ຄວາມສຳພັນ ລາວ-ຈີນ ແລະ ອາຊີຕາເວັນອອກສຽງໃຕ້

“ການສ້າງທາງລົດໄຟ ລາວ-ຈີນ ເປັນໜຶ່ງໃນໂຄງການ Belt and Road Initiative (BRI) ແລະ ຄວາມສຳພັນລະຫວ່າງຈີນແລະລາວ” ລາຍງານຈາກເວັບ South China Morning Post ໄດ້ບອກວ່າ ປ້າຍແຫ່ງໜຶ່ງຂອງໂຄງການ ໂຄງການໃນເມືອງຢູຊິ ( Yuxi ) ຂຽນໄວ້ແບບນັ້ນ, ໃນຂະນະທີ່ປ້າຍໂຄງການໃນລາວ ຂຶ້ນຂໍ້ຄວາມວ່າ “ຮ່ວມເສັ້ນທາງ ລາວ-ຈີນ ໃຫ້ສຳເລັດເປັນຢ່າງດີ ເພື່ອນໍາເອົາຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ”

ທິວທັດ ທີ່ເປັນພູຜາປ່າໄມ້ ທີ່ສະຫຼັບຊັບຊ້ອນ ຢູ່ທາງພາກເໜືອຂອງ ສປປ ລາວ

ຊູ ລີປິງ ( Xu Liping ) ຜູ້ຊ່ຽວຊານດ້ານຕາເວັນອອກສຽງໃຕ້ ຈາກສະຖາບັນຍຸດທະສາດນານາຊາດ ປະເທດ ສປ ຈີນ ໄດ້ກ່າວເຖິງໂຄງການນີ້ໄວ້ວ່າ ໃນບັນດາໂຄງການທາງລົດໄຟພາກພື້ນນີ້ ເຊິ່ງປະກອບດ້ວຍອີກ 2 ເສັ້ນທາງ ຄືທາງຕາເວັນອອກໄປທາງຫວຽດນາມ ແລະ ທາງຕາເວັນຕົກໄປທາງມຽນມາ ເສັ້ນທາງໃນ ສປປ ລາວ ນັບເປັນເສັ້ນທາງທີ່ຍາກທີ່ສຸດເພາະສະພາບພູມມິປະເທດເປັນພູສະຫຼັບສັບຊ້ອນ ແລະຍັງມີເສດຖະກິດນ້ອຍກວ່າທັງສອງເສັ້ນທາງ ເພາະຖືກວາງເປັນເສັ້ນທາງຂະຫຍາຍເພື່ອເຊື່ອມ ຄຸນໝິງ ໄປສິງກະໂປໃນອະນາຄົດ ແຕ່ວ່າເປັນໂຄງການທີ່ມີຄວາມເປັນໄປໄດ້ທີ່ຈະດຳເນີນການຫຼາຍກວ່າ ເນື່ອງຈາກລັດຖະບານມີສະຖຽນລະພາບສູງ

10 ເດືອນທີ່ລໍຖ້າການພິສູດ

ດຣາກັນ ພາຟລິເຊວິກ ( Dragan Pavlicevic ) ຜູ້ຊ່ວຍສາສະດາຈານຈີນສຶກສາ ມະຫາວິທະຍາໄລ ຊຽນ ຈຽວຕົງ-ລິເວີພູ ສະແດງຄວາມຄິດເຫັນເຖິງໂຄງການໃນພາກພື້ນອາຊີຕາເວັນອອກສຽງໃຕ້ນີ້ວ່າ ຈີນຍັງຕ້ອງຕໍ່ສູ້ກັບກະແສດ້ານລົບ ທີ່ເກີດຂຶ້ນໃນການຖືກເບິ່ງວ່າ ເປັນການສ້າງກັບດັກໜີ້ໃຫ້ປະເທດທີ່ເຂົ້າໄປລົງທຶນ ແລະ ສ່ວນຫຼາຍບໍ່ເປັນການສ້າງງານໃຫ້ຄົນທ້ອງຖິ່ນ ອັນເປັນສາເຫດເຮັດໃຫ້ໂຄງການລ່າຊ້າໃນທີ່ສຸດ

ເຊັ່ນດຽວກັບໃນ ສປປ ລາວ ເຊິ່ງເປັນໂຄງການທີ່ຄາດຫວັງວ່າ ຈະປ່ຽນລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ( Landlocked ) ເປັນປະເທດທີ່ເຊື່ອມຕໍ່ທັງພາກພື້ນນີ້ ( Land-linked ) ເຂົ້າໄວ້ດ້ວຍກັນ ເຊິ່ງກໍ່ມີການຕັ້ງຂໍ້ສັງເກດເຖິງໂຄງການທາງລົດໄຟ ລາວ-ຈີນ ຢຸ່ບໍ່ໜ້ອຍ ເຖິງຂໍ້ມູນຈາກສຳນັກຂ່າວວຽງຈັນທາຍຈະບອກວ່າ ເມື່ອໂຄງການນີ້ເລີ່ມເປີດໃຫ້ບໍລິການ ຈະສ້າງງານໃຫ້ຄົນລາວບໍ່ໜ້ອຍກວ່າ 600 ຕໍາແໜ່ງກໍ່ຕາມ

ພາຟລິເຊວິກ ກ່າວຕື່ມອີກວ່າ: ຄວາມທ້າທາຍຂອງຈີນ ໃນຂະນະນີ້ ຄືເປັນການໃຫ້ອາຊຽນປະເມີນໂຄງການຂອງຈີນໃໝ່ ແລະ ຄົ້ນຫາເຖິງຄວາມເປັນໄປໄດ້ທີ່ຈະພັດທະນາໂຄງການພື້ນຖານທາງລົດໄຟ ເພື່ອສ້າງໂອກາດໃຫ້ກັບບໍລິສັດຂອງຈີນ ແລະ ຍັງສ້າງຄວາມສຳພັນອັນດີລະຫວ່າງຈີນແລະປະເທດທີ່ໄປລົງທຶນນຳ ໃນເວລາດຽວກັນ

ບໍ່ພຽງແຕ່ຄວາມທ້າທາຍດ້ານຄວາມສຳພັນລະຫວ່າງປະເທດ ແລະ ການສ້າງງານພາຍໃນປະເທດເທົ່ານັ້ນ ໂຄງການນີ້ຍັງມີຄວາມທ້າທາຍໃນດ້ານວິສະວະກຳ ເຊິ່ງເນື່ອງມາຈາກ ມີອຸໂມງຕ້ອງຂຸດເຈາະຫຼາຍເຖິງ 168 ແຫ່ງ ໂດຍ 72 ແຫ່ງໃນຈຳນວນນີ້ເປັນພູເຂົາທີ່ທ້າທາຍການຂຸດເຈາະເປັນຢ່າງຍິ່ງ ເຊິ່ງຍັງບໍ່ນັບຂົວອີກເປັນຮ້ອຍທີ່ຕ້ອງຕໍ່ເຂົ້າດ້ວຍກັນ

ຫາກລົດໄຟລາວ-ຈີນ ປະສົບຜົນສຳເລັດຕາມທີ່ຫວັງໄວ້ ຈະເປັນອີກໃບປະກາດຄວາມຍິ່ງໃຫຍ່ຂອງຈີນໄດ້ອີກໂຄງການໜຶ່ງ ໃຫ້ນານາຊາດຍອມຮັບຈີນຫຼາຍຂຶ້ນໃນລະດັບໂລກ ໃນຖານະຜູ້ຍົກລະດັບເຄືອຂ່າຍການຂົນສົ່ງໃນລະດັບພາກພື້ນ

ຢ່າງໃດກໍ່ຕາມ ຈີນຍັງຕ້ອງດຳເນີນໂຄງການຄູ່ຂະໜານເພື່ອຕອບຄຳຖາມອີກຫຼາຍດ້ານເຊັ່ນ: ຜົນກະທົບດ້ານສິ່ງແວດລ້ອມ ແລະ ປະໂຫຍດໃນທາງເສດຖະກິດທີ່ຈະເກີດຂຶ້ນກັບ ສປປ ລາວ ຫຼາຍກວ່າ ການເກັບລາຍໄດ້ໃນການຜ່ານທາງ ລວມເຖິງຄວາມເປັນໄປໄດ້ ທີ່ຈະພັດທະນາປະເທດລາວໃຫ້ກ້າວໜ້າຕໍ່ໄປ ໃນອະນາຄົດ

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.