Thursday, March 20, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 2 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ໄດ້ມີການຍົກກາໝາຍຊາດຂຶ້ນຕິດຢູ່ສີໜ້າຈຸດສູງສຸດຂອງອາຄານ



ຫລັງຈາກເອົາກາໝາຍຊາດຂຶ້ນແລ້ວ ຈະໄດ້ເລີ່ມລົງມືຕົກແຕ່ງທັງສີໜ້າ ແລະ ທັງຂອບຫລັງຄາໃຫ້ສວຍງາມ
ເຊິ່ງວຽກຕ່າງໆຕ້ອງໄດ້ໃຫ້ສໍາເລັດ ເຊັ່ນ: ວຽກຕົບແຕ່ງນອກອາຄານ, ການຕົບແຕ່ງພາຍໃນ ແລະ ວຽກງານຕິດຕັ້ງລະບົບຈໍານວນໜຶ່ງ; ສໍາລັບວຽກໂຄງສ້າງທັງໝົດນັ້ນຖືວ່າສໍາເລັດ 100% ແລ້ວ

ການກໍ່ສ້າງຫໍສະພາແຫ່ງຊາດລາວຫລັງໃໝ່ ແມ່ນໄດ້ເລີ່ມກໍ່ສ້າງຕັ້ງແຕ່ເດືອນ 8 ປີ 2018 ຈົນມາຮອດປັດຈຸບັນ ຄາດວ່າຈະເປີດນຳໃຊ້ໃນອີກບໍ່ດົນນີ້…ອ່ານຕໍ່

ທີມງານສື່ມວນຊົນ ລົງຢ້ຽມຢາມຄອບຄົວຕົວແບບຂອບເຂດເຄື່ອນໄຟຟ້ານໍ້າເທີນ 2


ບັນດາຄອບຄົວຕົວແບບໄດ້ເວົ້າວ່າ: ດີໃຈທີ່ທາງເພິ່ນຊ່ວຍເຫຼືອ ນັບແຕ່ມີໂຄງການນີ້ມາແມ່ນບໍ່ໄດ້ຫຍຸ້ງຍາກປານໃດ ແຕ່ກ່ອນແມ່ນບໍ່ໄດ້ຢູ່ໄດ້ເຊົາ ແລະ ຍັງກ່າວຕື່ມອີກວ່າ ດີໃຈທີ່ທາງເພີ່ນຊ່ວຍເຫຼືອ ນັບແຕ່ມີໂຄງການນີ້ມາແມ່ນບໍ່ໄດ້ຫຍຸ້ງຍາກປານໃດ ແຕ່ກ່ອນແມ່ນບໍ່ໄດ້ຢູ່ໄດ້ເຊົາ

ການຜະລິດປູກຝັງກະສິກຳເປັນສິນຄ້າຢູ່ໃນຂອບເຂດຄວາມຮັບຜິດຊອບຂອງການຊ່ວຍເຫຼືອຂອງເຂືີ່ອນໄຟຟ້ານໍ້າເທີນ2…ອ່ານຕໍ່

ຖວທ ຢ້ຽມຢາມຜົນຜະລິດຂອງປະຊາຊົນ ບ້ານໂພນສະອາດ



ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ນໍາພາທາງໂດຍທີມງານວິຊາການຈາກເຂື່ອນໄຟຟ້ານໍ້າເທີນ2 ໄດ້ລົງຢ້ຽມຢາມພໍ່ແມ່ປະຊາຊົນຈຳນວນໜຶ່ງທີ່ເຮັດນາແຊງ

ທີ່ໄດ້ຮັບຜົນປະໂຫຍດຈາກຄອງລະບາຍນໍ້າທີ່ທາງເຂື່ອນໄຟຟ້ານໍ້າເທີນ2 ເຮັດຜ່ານບໍລິເວນດັ່ງກ່າວຈາກກ້ອງເຂື່ອນລົງໃສ່ເຊບັ້ງໄຟ 27 ກິໂລແມັດ ແລະ ໄດ້ຊ່ວຍ ເຫລືອປະຊາຊົນເຮັດປະຕູຫົວງານນໍ້າເຂົ້ານາ 5 ປ່ອງ ເພືີ່ອໃຫ້ປະຊາຊົນຈໍານວນ 227 ຄອບຄົວ ຜະລິດເຂົ້ານາແຊງໄດ້…ອ່ານຕໍ່

3ເມືອງ ແຂວງສະຫວັນນະເຂດ ຊ່ວຍເຫຼືອສັງຄົມ ແລະ ທັດສະນະທ່ອງທ່ຽວທຳມະຊາດ



ຄະນະບໍລິຫານງານຊາວໜຸ່ມແຂວງ ເມືອງ ຈຳພອນ, ເມືອງສອງຄອນ ແລະ ເມືອງຊົນນະບູລີ ສ້າງຂະບວນການ ຊາວໜຸ່ມອາສະໝັກຊ່ວຍເຫຼືອສັງຄົມ ແລະ ທັດສະນະທ່ອງທ່ຽວທຳມະຊາດເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ເຊີ່ງມູນຄ່າໃນການຊ່ວຍເຫືຼອຄັ້ງນີ້ເປັນຈຳນວນທັງໝົດ15 ລ້ານກີບ(ສີບຫ້າລ້ານກີບ) ເຊິ່ງຈຳນວນເຄື່ອງດັ່ງກ່າວແມ່ນໄດ້ມາຈາກການປະກອບສ່ວນຂອງບັນດາຊາວໜຸ່ມພະແນກການອ້ອມຂ້າງແຂວງ…ອ່ານຕໍ່

ແຜນທິດທາງຕໍ່ໜ້າ ຂອງອົງການກາແດງແຂວງປະຈຳປີ 2021 ແລະ ແຜນການ 5ປີ



ທິດທາງແຜນການ 2021 ແລະ ແຜນການ 5 ປີ (2021-2025) ອົງການກາແດງແຂວງໄດ້ໃຫ້ຮູ້ວ່າ:
ຄາດໝາຍໃນ ປີ 2020 ໃຫ້ບັນລຸ 4,500 ຖົງ ແລະປະຕິບັດໄດ້ 4,572 ຖົງ ເຫັນກໍ່ລື່ນຄາດໝາຍ2% ແລະ ອັດຕາສ່ວນຜູ້ບໍລິຈາກເລືອດແບບສະໝັກໃຈກໍ່ເພີ່ມຂຶ້ນ.

ສູນເລືອດອົງການກາແດງແຂວງ ແລະ ບັນດາອົງການຈັດຕັ້ງຕ່າງໆ ເພີ່ມທະວີຄວາມເອົາໃຈໃສ່ ຜັນຂະຫຍາຍວຽກງານ ໂດຍສ້າງເປັນແຜນການ, ແຜນງານໃຫ້ລະອຽດໃນແຕ່ລະໄລຍະ…ອ່ານຕໍ່

ອົງການອາສາສະໝັກນາໆຊາດຍີ່ປຸ່ນ ຈັດຝຶກອົບຮົມການດູແລເບິ່ງແຍງຜູ້ສູງອາຍຸ ລຸ້ນທີ I



ຜ່ານການຝຶກອົບຮົມຮ່ຳຮຽນດັ່ງກ່າວ ສຳມະນາກອນໄດ້ຮຽນຮູ້ກ່ຽວກັບ ຈະລິຍະທຳ, ການດູແລເບິ່ງແຍງ ແລະ ການຍ່ອມຮັບຜູ້ສູງອາຍຸ, ສິ່ງແວດລ້ອມ, ການປ່ຽນແປງທາງດ້ານຮ່າງກາຍແລະເຄັດລັບການດູແລເບິ່ງແຍງ, ການກວດຮ່າງກາຍໃນເບື້ອງຕົ້ນ, ການອາບນໍ້າ, ການສະຜົມ ແລະ ການປ່ຽນເຄື່ອງນຸ່ງຢູ່ເທິງຕຽງ, ການປູຕຽງແລະການອະນາໄມ້ຫລັງຂັບຖ່າຍ ການປ້ອນອາຫານຜູ້ສູງອາຍຸ, ການລຸກ, ຢືນ, ການນັ່ງ ແລະ ການຍ່າງ, ການຊ່ວຍເຫລືອຜູ້ສູງອາຍຸນັ່ງລໍ້, ການຮັບມືກັບພາວະສຸກເສີນ, ການຊ່ວຍບໍລິຫານຮ່າງກາຍສ່ວນຕ່າງໆ ຂອງຜູ້ສູງອາຍຸ

ການຝຶກອົບຮົມໃນຄັ້ງນີ້ ໄດ້ເລີ່ມຝຶກອົບຮົມແຕ່ຕົ້ນເດືອນທັນວາ 2020 ແລະ ສຳເລັດລົງໃນທ້າຍເດືອນກຸມພາ 2021…ອ່ານຕໍ່

ປະທານອົງການສູນກາງກາແດງລາວມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ເພື່ອນໍາໄປມອບຕໍ່ໃຫ້ກັບປະຊາຊົນ



ອົງການກາແດງ ແຂວງສະຫວັນນະເຂດ ອົງການສູນກາງກາແດງລາວໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົ່າທຸກ, ປະເພດເຄື່ອງໃຊ້ຄົວເຮືອນຈໍານວນໜຶ່ງ ເພື່ອນໍາໄປຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບຈາກນໍ້າຖ້ວມຢູ່ເມືອງວິລະບູລີ ໃນທ້າຍປີ 2020

ລວມມູນຄ່າເປັນເງິນທັງໝົດຈໍານວນ 127 ລ້ານກວ່າກີບ, ໂດຍນໍາມາມອບໃຫ້ ແຂວງສະຫວັນນະເຂດ, ເພື່ອນໍາໄປມອບຕໍ່ໃຫ້ກັບປະຊາຊົນທີ່ເມືອງວິລະບູລີ ໃນຈໍານວນ 570 ຄອບຄົວ…ອ່ານຕໍ່

ໃນປີ 2020 ແຂວງບໍລິຄຳໄຊ ພົບເຫັນການຊື້ຂາຍດິນບໍ່ຖືກຕ້ອງ ແລະ ຍຶດມາ 538 ເຮັກຕາ



ກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານໃນການປະຕິບັດວຽກງານໃນໄລຍະ 1 ປີຜ່ານມາວ່າ: ການເຄື່ອນໄຫວດ້ານວິຊາການ ໄດ້ສໍາເລັດການຮັບຮອງແຜນຈັດສັນທີ່ດິນ, ຄຸ້ມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຮອບດ້ານຂອງແຂວງ

ແກ້ໄຂການຮ້ອງຟ້ອງຈາກສັງຄົມດ້ານສິ່ງແວດລ້ອມ, ທີ່ດິນແລະອື່ນໆ 50ກວ່າເລື່ອງ, ພົບເຫັນການຊື້-ຂາຍດິນບໍ່ຖືກຕ້ອງ ແລະ ໄດ້ຢຶດມາເປັນຂອງລັດຄືນປະມານ 538 ເຮັກຕາ ພ້ອມທັງປັບໄໝເປັນເງິນ 300 ລ້ານກີບ ໃນ 3 ບ້ານຂອງເມືອງບໍລິຄັນ…ອ່ານຕໍ່

ຍົກສູງຄວາມສຳຄັນ ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັນນ້ອຍ



ແນໃສ່ຍົກສູງສິດທິ ແລະ ບົດບາດຍິງ-ຊາຍ ພ້ອມທັງຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ດ້ວຍການປ້ອງກັນ, ປົກປ້ອງ, ການຊ່ວຍເຫລືອຜູ່ຖືກເຄາະຮ້າຍ ແລະ ແກ້ໄຂການໃຊ້ຄວາມຮຸນແຮງ

ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກ, ຮັບປະກັນຄວາມສະເໝີພາບອັນແທ້ຈິງລະຫວ່າງຍິງຊາຍ ໃນເງື່ອນໄຂ ແລະ ໂອກາດທີ່ເທົ່າທຽມກັນ, ລົບລ້າງທຸກການກະທຳທີ່ເປັນການຈຳແນກຄວາມສະເໝີພາບຍິງ-ຊາຍ, ຍົກສູງຖານະບົດບາດ, ກຽດສັກສີຂອງແມ່ຍິງ ແລະ ເດັກ…ອ່ານຕໍ່



More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.