Saturday, November 1, 2025
Kbank Laos โอน รับ จ่าย

ໄປລ່ອງເຮືອ ຊົມໄຟຖໍ້າ ທີ່ຄໍາມ່ວນ

ນັບຕັ້ງແຕ່ມີການພັດທະນາ ຖໍ້ານາງແອ່ນ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ຈົນຮອດມື້ນີ້ເອີ້ນໄດ້ວ່າຫຼາຍກວ່າ 10 ປີແລ້ວ ຖ້າໃຜເຄີຍໄປທ່ອງທ່ຽວທີ່ຖໍ້ານາງແອ່ນໃນປີ 2013 ເຊິ່ງຫາກໍ່ເລີ່ມໃຫ້ບໍລິການໃຫມ່ໆ ແລ້ວກັບມາທ່ຽວອີກຄັ້ງໃນປີນີ້ ຈະເຫັນໄດ້ຊັດເຈນວ່າຖໍ້ານາງແອ່ນໄດ້ພັດທະນາ ມາໄກເກີນກວ່າ ຈະກັບໄປເປັນຖໍ້າທຳມະດາແບບເດີມໆ ໄດ້ອີກ

ດ້ວຍການຕົບແຕ່ງປະດັບປະດາໃສ່ແສງໄຟຫຼາກສີໃນຖໍ້າ ໃຫ້ເບິ່ງລຶກລັບໜ້າສົນໃຈ ຫຼາຍກວ່າການໃຫ້ເບິ່ງການເຕີບໃຫຍ່ຂອງຫີນຍ້ອຍ ແລະ ການໃສ່ເລື່ອງເລົ່າຕາມຄວາມເຊື່ອທ້ອງຖິ່ນໃຫ້ໂດດເດ່ັ່ນ ເຮັດໃຫ້ເຮົາອາດຈະຕ້ອງເບິ່ງຂ້າມເລື່ອງການອະນຸລັກຮັກສາຖໍ້າໃຫ້ຄົງສະພາບຄືແຕ່ເດີມໄວ້ກ່ອນ ແລ້ວຫັນມາເບິ່ງເລື່ອງຄວາມສຸກທີ່ຈະໄດ້ຮັບຈາກຖໍ້ານີ້ ເມື່ອໄດ້ເຂົ້າໄປຢ້ຽມຢາມ

ເປີດຈິນຕະນາການ ດ້ວຍຄວາມອະລັງການຂອງໄຟຫຼາກສີ

ນັບເປັນໂອກາດດີຂອງ ທີ່ອິນໄຊລາວເຮົາ ທີ່ມີໂອກາດໄດ້ແວ່ໄປຢ້ຽມຢາມຖໍ້ານົກແອ່ນ ໃນຊ່ວງຕົ້ນເດືອນກຸມພາທີ່ຜ່ານມາ ເພື່ອສຳຫຼວດສະພາບເບື້ອງຕົ້ນຂອງແຂວງຄໍາມ່ວນ ພາຍຫຼັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຊຶ່ງຫຼາຍຄົນອາດຄາດເດົາໄດ້ວ່າ ການທີ່ບໍ່ມີນັກທ່ອງທ່ຽວຕ່າງຊາດຫຼາຍ ຈະສົ່ງຜົນກະທົບຕໍ່ສະພາບການທ່ອງທ່ຽວແນ່ນອນ ແຕ່ເຮົາກໍ່ພົບວ່າ ຖໍ້ານົກນາງແອ່ນ ຍັງໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວລາວທີ່ມາຢູ່ເລື້ອຍໆ

ເຮົາອາດຕ້ອງຍອມຮັບວ່າ ຄວາມຈິງອັນໂຫດຮ້າຍຕໍ່ທຸລະກິດນີ້ ໄດ້ກັບກາຍເປັນຄວາມສຸກຂອງນັກທ່ອງທ່ຽວ ທີ່ໄດ້ຊື່ນຊົມ ແລະ ຖ່າຍຮູບຖໍ້າໂດຍບໍ່ຕ້ອງຫຼົບຫຼີກກັນໄປມາ ແລະ ຄົງຈະຫາບັນຍາກາດແບບນີ້ບໍ່ໄດ້ອີກແລ້ວ ເມື່ອວິກິດໂຄວິດ-19 ໝົດໄປຈາກພາກພື້ນອາຊີ

ຄວາມແຕກຕ່າງທີເຫັນໄດ້ຊັດແຈ້ງຂອງຖໍ້ານາງແອນ ທຽບໃສ່ລະຫ່ວາງ ປີ 2013 ກັບ 2021 ນັ້ນ ກໍຄືແສງໄຟຫຼາກສີທີ່ຫຼາຍກວ່າເກົ່າ ແລະ ອຸໂມງຫຼອດໄຟຢູ່ບໍລິເວນທາງຍ່າງຈາກທາງໜ້າຮູບປັ້ນນາງແອ່ນ ເຂົ້າໄປພາຍໃນໂຖງຖໍ້າ ທີ່ໃນອາດີດເຄີຍມີພະພຸດທະຮູບຂະໜາດຕ່າງໆວາງຮຽງຮ່ວມກັບກ້ອນຫີນນ້ອຍໆ ຕໍ່ໆ ກັນຂຶ້ນໄປ ຕາມຄວາມເຊື່ອເກົ່າແກ່ ແຕ່ຕອນນີ້ອຸໂມງຫຼອດໄຟໄດ້ປົກປິດໄປໝົດແລ້ວ ຖ້າຈະເບິ່ງແຕ່ຂໍ້ດີ ກໍຄືການຊ່ວຍບໍ່ໃຫ້ຫົວຕຳຫີນເທິງເພດານຖໍ້າ ແລະ ການລັກຈັບພະອົງນ້ອຍຂ້າງຝາຖໍ້າ ຕິດມືອອກໄປໄດ້

ນອກຈາກບໍລິເວນໂຖງໜ້າຖໍ້າແລ້ວ ຕະຫຼອດເສັ້ນທາງລ່ອງເຮືອເພື່ອເຂົ້າໄປໃນຖໍ້າຊັ້ນໃນ ລວມໄລຍະທາງ 700 ແມັດ ກໍມີການປະດັບຝາຖໍ້າດ້ວຍໄຟແສງສີຕ່າງໆ ຮ່ວມກັບການຕິດໂຄມໄຟສີທຳມະຊາດເພື່ອນໍາທາງໃຫ້ຄົນພາຍເຮືອ ແລະ ເພື່ອແຍງໄຟໃນບ່ອນແຄບ ແລະ ຮ່ອງລະບາຍນໍ້າພາຍໃນຖໍ້າໃຫ້ເຫັນລວດລາຍຄວາມງົດງາມໄດ້ຊັດເຈນຍິ່ງຂຶ້ນ

ສຳລັບບາງຄົນ ການລ່ອງເຮືອນີ້ອາດໃຫ້ຄວາມຮູ້ສຶກເປັນຕາຢ້ານ ເພາະມາດຕະຖານເລື່ອງການຄວບຄຸມຈໍານວນ ແລະ ນໍ້າໜັກຂອງຜູ້ໂດຍສານເທິງເຮືອແຕ່ລະລຳ ຍັງບໍ່ຊັດເຈນ ແລະ ຄະນະຜູ້ຮ່ວມເດີນທາງເຂົ້າຖໍ້ານຳເຮົາ ກໍບໍ່ໄດ້ມີຄວາມຊຳນານໃນການນັ່ງເຮືອໃນຖ້ຳປານໃດ ແຕ່ເຖິງຢ່າງໃດກໍ່ຕາມ ທຸກຄົນກໍ່ຖືກກຳນົດໃຫ້ໃສ່ເສື້ອນິລະໄພ ຂະນະທີ່ ຄວາມສະຫວ່າງພາຍໃນຖໍ້າ ກໍເຮັດໃຫ້ເຫັນນໍ້າໃສສະອາດ ແລະ ເຫັນແນວຫີນທີ່ພໍຍຶດເກາະໄດ້ຫາກເກີດເຫດການບໍ່ຄາດຝັນຂຶ້ນ ນອກນີ້ ແສງສະຫວ່າງພາຍໃນຖໍ້າແລະ ແສງສີຕ່າງໆ ເທິງກຳແພງຖໍ້າໃນຊ່ວງລ່ອງເຮືອນັ້ນ ກໍ່ເຮັດໃຫ້ເວລາ 20 ນາທີຕະຫຼອດທາງຄົດຄ້ຽວກະແສນໍ້າໃນຖໍ້ານາງແອນ ມີແນວໃຫ້ເບິ່ງໄດ້ຕະຫຼອດທາງ ຈົນເຮົາລືມຄວາມກັງວົນຕ່າງໆ ໄປ

ເຖິງຢ່າງໃດກໍ່ຕາມ, ເພື່ອຫຼຸດຜ່ອນຄວາມກັງວົນທີ່ອາດເກີດຂຶ້ນກັບນັກທ່ອງທ່ຽວອື່ນໆ. ພວກເຮົາຈຶ່ງຂໍແນະນຳວ່າ ຄວນລ່ອງເຮືອໄປເບິ່ງໄຟຢູ່ໃນຖໍ້າລໍາລະ 2 ຄົນຕໍ່ເຮືອ (ລວມເປັນ 3 ນຳຄົນຂັບເຮືອ), ເຊິ່ງຈະເຮັດໃຫ້ທ່ານຮູ້ສຶກປອດໄພກວ່າ

ເຖິງຖໍ້າຈະປອດໄພ ແຕ່ຕ້ອງອາໄສຄວາມພ້ອມ

ເຖິງວ່າຖໍ້ານາງແອ່ນຈະໄດ້ຮັບການປັບສະພາບໃຫ້ສະດວກສະບາຍພາຍໃນຖໍ້າຫຼາຍ ໂດຍມີການເຮັດຂັ້ນໄດຊີເມັນຕະຫຼອດທາງ ເພື່ອປ້ອງກັນບໍ່ໃຫ້ນັກທ່ອງທ່ຽວຢ່າງອອກໄປເຖິງບໍລິເວນທີ່ອາດຈະກໍ່ໃຫ້ເກີດອຸບັດຕິເຫດ ຫຼື ໄປທຳລາຍທຳມະຊາດທີ່ຍັງຫຼົງເຫຼືອພາຍໃນຖໍ້າໄດ້ ແຕ່ຫາກໃຜຕ້ອງການເຂົ້າໄປເບິ່ງດ້ານໃນສຸດຂອງຖໍ້າ ກໍຈຳເປັນຕ້ອງກຽມຄວາມພ້ອມໄປພໍສົມຄວນ ເຊັ່ນ: ເກີບທີ່ເກາະພື້ນໄດ້ດີ ແລະ ຮັດເຂົ້າກັບຮູບຂອງຕີນໃຫ້ພໍດີ ເພື່ອກັນຂໍ້ພິກ

ໃນຊ່ວງລະດູໜາວພາຍໃນຖໍ້າມີນໍ້າໜ້ອຍກວ່າປົກກະຕິ ນັກທ່ອງທ່ຽວອາດຈະຕ້ອງໃຊ້ຈັງຫວະການຍ່າງກ້າວແບບຍາວໆ ຈາກຂອບຂັ້ນໄດ ລົງໄປພື້ນຫີນ ກ່ອນຂຶ້ນເຮືອ ຫຼື ອາດຕ້ອງປີນກ້ອນຫີນທີ່ຍັງບໍ່ໄດ້ຝັງຕົວລົງພື້ນຖໍ້າຢ່າງແໜ້ນໜາ ດັ່ງນັ້ນ ຈຶ່ງຄວນໃສ່ເສື້ອຜ້າທີ່ໜາ ໃຫ້ຄວາມອົບອຸ່ນ ແຕ່ຢືດຢຸ່ນໄດ້ ເຊິ່ງຈະອຳນວຍຄວາມສະດວກໃນການປີນອີກດ້ວຍ ແຕ່ບໍ່ແນະນຳໃຫ້ໃສ່ໂສ້ງຂາສັ້ນ ເພາະຖ້າເກີດກະທົບກັບຫີນຈະເກີດບາດໄດ້ງ່າຍ

ສຳລັບໃນຊ່ວງລະດູຝົນ ສະພາບພາຍໃນຖໍ້າຈະມີຄວາມຊຸ່ມ ແລະ ມີນໍ້າໄຫຼພາຍໃນຖໍ້າ ຊຶ່ງອາດຈະເຮັດໃຫ້ພື້ນຖໍ້າໝື່ນກວ່າປົກກະຕິ ຜູ້ທ່ອງທ່ຽວຈະເປັນຕ້ອງມີຄວາມລະມັດລະວັງຍິ່ງຂຶ້ນ

ສິ່ງສຳຄັນທີ່ສຸດຄື ການຍ່າງເບິ່ງຖໍ້າຢ່າງມີສະຕິ ລະມັດລະວັງ ແລະ ເຊື່ອຟັງຄໍາແນະນໍາຂອງເຈົ້າໜ້າທີ່ ເນື່ອງຈາກແຕ່ລະຊ່ວງເວລາ ອາດມີການປ່ຽນແປງພາຍໃນຖໍ້າເກີດຂຶ້ນໄດ້ເຊັ່ນ ຈຸດທີ່ມີດິນຖະຫຼົ່ມບໍ່ສາມາດເຂົ້າໃກ້ໄດ້ ຫຼື ບາງຈຸດມີຄວາມຊຸ່ມສູງ ອາດເຮັດໃຫ້ຖືກໄຟຟ້າດູດຈາກ ແນວສາຍໄຟຟ້າພາຍໃນຖໍ້າເປັນຕົ້ນ

ນອກຈາກນີ້ນັກທ່ອງທ່ຽວຄວນຮູ້ໄວ້ວ່າ ໃນຖໍ້າດ້ານໃນແມ່ນບໍ່ມີສັນຍານໂທລະສັບມືຖື ແລະ ຈາກການສອບຖາມເຈົ້າໜ້າທີ່ນຳທາງພາຍໃນຖໍ້າ ຫາກເກີດອຸບັດຕິເຫດຮ້າຍແຮງພາຍໃນຖໍ້າ ເຮົາຈຳເປັນຕ້ອງລໍຖ້າໃຫ້ເຈົ້າໜ້າທີ່ພາຍເຮືອມາຂໍຄວາມຊ່ວຍເຫຼືອປາກທາງເຂົ້າຖໍ້າ ເຊິ່ງການເດີນທາງໄປ-ກັບ ອາດໃຊ້ເວລາກວ່າ 40 ນາທີ ແລະ ເຊື່ອວ່າໃນເວລານັ້ນ ຄວາມງາມໃນຖໍ້າດ້ານໃນອາດຈະບໍ່ດຶງດູດໃຈໄດ້ຄືເກົ່າ

ກ່ອນໝົດລະດູແລ້ງ ຄວນແວ່ມາຈັກຄັ້ງ

ສຳລັບປະຫວັດ ແລະ ຂໍ້ມູນພື້ນຖານຕ່າງໆ ຂອງຖໍ້ານາງແອ່ນນັ້ນ ສາມາດພົບໄດ້ທົ່ວໄປ ທັງເວັບໄຊ້ການທ່ອງທ່ຽວຄໍາມ່ວນ ແລະ ຈາກວີດີໂອພາທ່ຽວຕ່າງໆ ແຕ່ສຳລັບໃຜທີ່ຍັງບໍ່ເຄີຍອ່ານມາກ່ອນ ເລື່ອງທີ່ຄວນຮູ້ຂອງຖໍ້ານາງແອ່ນມີດັ່ງນີ້;

  1. ມີການບັນທຶກ ແລະ ເຮັດແຜນການສຳຫຼວດຖໍ້ານີ້ໃນປີ 1927 ໂດຍຊາວຝຣັ່ງເສດ ຊື່ ໂຟຣມາເຊ ຖໍ້ານາງແອ່ນຢູ່ຫ່າງຈາກເທດສະບານເມືອງ ໄປຕາມເສັ້ນທາງໝາຍເລກ 12 ປະມານ 18 ກິໂລແມັດ ມີບັນທຶກວ່າ ແຕ່ກ່ອນເຄີຍມີຊື່ວ່າ ” ຖໍ້ານົກແອ່ນ ” ເພາະມີນົກແອ່ນອາໄສຢູ່ ແຕ່ປັດຈຸບັນບໍ່ມີເຫຼືອແລ້ວ ເນື່ອງຈາກຖືກລົບກວນຈາກການສ້າງຖໍ້າເປັນສະຖານທີ່ທ່ອງທ່ຽວ ມີເລື່ອງເລົ່າທ້ອງຖິ່ນ ວ່າຊື່ “ຖໍ້ານາງແອ່ນ” ເພາະນາງແອ່ນ ຫຼື ຊື່ແທ້ຄື ນາງສຸພາວະດີ ຊຶ່ງພະລືສີທ່ານໜຶ່ງໄດ້ຮັບມາລ້ຽງເປັນລູກ ເຄີຍອາໄສຢູ່ໃນຖໍ້າແຫ່ງນີ້ ເປັນຖໍ້າທີ່ກ່ຽວພັນກັບຄວາມຮັກ ເພາະທ້າວຊຽງລຽບ ລັກມາເຈີ ແລະ ລົມນໍາ ນາງແອ່ນ ກ່ອນຂໍໃຫ້ພະລືສີ ຍົກນາງແອ່ນເປັນເມຍຕົນ ແລະ ຄູ່ຄອງກັນຈົນໝົດອາຍຸໄຂໃນຖໍ້າແຫ່ງນີ້
  2. ມີຫີນງອກຍ້ອຍເປັນຮູບຊົງຕ່າງໆ ທີ່ກ່ຽວຂ້ອງກັບນິທານເຊັ່ນ ຫີນສິວະລິງ, ຫີນໂຍນີ, ຫີນພະລືສີ ເປັນຕົ້ນ ລວມໄລຍະທາງຈາກປາກຖໍ້າດ້ານນອກ ຈົນໄປເຖິງປາກຖໍ້າອີກເບື້ອງໜຶ່ງຂອງກະແສນໍ້າ ປະມານ 1.5 ກິໂລແມັດ ຖ້ຳນາງແອ່ນເປັນຖໍ້າເປີດ ມີທາງໃຫ້ລົມເຂົ້າອອກຢ່າງໜ້ອຍ 3 ຈຸດ ຄືືທາງເຂ້າດ້ານໜ້າ ດ້ານໃນສຸດທີ່ຕ້ອງລ່ອງເຮືອເຂົ້າໄປ ແລະປ່ອງຖໍ້າດ້ານເທິງໃກ້ກັບທາງເຂົ້າດ້ານໜ໊າ ເຊິ່ງເປັນບ່ອນໃຫ້ນັກທ່ອງທ່ຽວສາມາດໂຫນສະລິງຊົມວິວອ້ອມຮອບໄດ້ ແຕ່ຈຳເປັນຕ້ອງມີເຈົ້າໜ້າທີ່ຢູ່ນໍາເທົ່ານັ້ນ
  3. ຖ້ຳໄດ້ຮັບການບັນທຶກລົງ ວິກິພີເດຍ (wikipedia.com) ຄັ້ງທຳອິດໃນເດືອນ ພຶດສະພາ ປີ 2011 ໂດຍລະບຸວ່າມີພາກເອກະຊົນເບິ່ງແຍງພັດທະນາຖໍ້າ ຄືວິສາຫະກິດພັດທະນາຖໍ້ານາງແອ່ນ ໂດຍໄດ້ຮັບສຳປະທານເປັນເວລາ 50 ປີ

ສຳລັບເຫດຜົນວ່າ ຍ້ອນຫຍັງນັກທ່ອງທ່ຽວຈຶ່ງຄວນມາຖໍ້ານີ້ຈັກຄັ້ງໜຶ່ງກ່ອນໝົດລະດູແລ້ງ ກໍເພາະວ່າເປັນຊ່ວງທີ່ມີຄວາມສະດວກສະບາຍໃນການເດີນທາງມາ ແລະທ່ຽວຊົມຖໍ້າ ອີກທັງການລ່ອງເຮືອຊົມຖໍ້ານາງແອ່ນຊ່ວງນີ້ ຍັງເປັນປະສົບການທີ່ໜ້າປະທັບໃຈ ໂດຍເຖິງແມ້ຖ້ຳຈະຖືກພັດທະນາທັງດ້ານນອກ ແລະ ດ້ານໃນ ຈົນຄວາມເປັນທຳມະຊາດແບບດັ້ງເດີມຫາຍໄປຫຼາຍ ແຕ່ສຳລັບເດັກນ້ອຍ ແລະ ຜູ້ທີ່ເຄີຍທ່ຽວຖໍ້າມາກ່ອນ ຖໍ້ານາງແອ່ນແມ່ນຈຸດເລີ່ມຕົ້ນຂອງຈິນຕະນາການ ແລະ ເປັນການຜະຈົນໄພນ້ອຍໆ ໃຫ້ກັບທ່ານໄດ້ເປັນຢ່າງດີ

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.