ສື່ສັງຄົມອອນລາຍ ສ້າງຄວາມກ້າວໜ້າ ໃຫ້ແກ່ແມ່ຍິງລາວ

ປະຊາກອນເຄິ່ງໜຶ່ງຂອງໂລກແມ່ນແມ່ຍິງ ເຊິ່ງໝາຍຄວາມວ່າຈະເປັນທ່າແຮງໃນການພັດທະນາຈະເຕີບໃຫຍ່ ແລະ ແກ້ໄຂຄວາມທຸກຍາກ ຈາກການຄົ້ນຄວ້າຫຼາຍຄັ້ງສະແດງໃຫ້ເຫັນວ່າ ແມ່ຍິງມີຄວາມສາມາດໃນຫຼາຍດ້ານ ແລະ ຖ້າຫາກວ່າປຽບທຽບເລື່ອງເຮັດວຽກ ແມ່ຍິງຈະເອົາລາຍໄດ້ເຂົ້າຄອບຄົວຫຼາຍກວ່າຜູ້ຊາຍ

ທ່ານ ນາງ ຈັນດາລີ ສິດພະໄຊ


ນາງ ຈັນດາລີ ສິດພະໄຊ ເປັນທີ່ຮູ້ຈັກກັນດີໃນນາມ “ໝໍແນ່ງ” ເຊິ່ງເປັນທີ່ຮັບຮູ້ດ້ານການຊ່ວຍເຫຼືອຜູ້ຄົນທີ່ຂາດແຄນ ຫຼື ປະສົບໄພພິບັດ ລາວໄດ້ການປຸກລະດົມຄົນລາວໂດຍຜ່ານ Facebook ເພື່ອລວມທຶນຊ່ວຍເຫຼືອໃຫ້ແກ່ ຜູ້ຖືກກະທົບຈາກເຫດການເຂື່ອນແຕກທີ່ ແຂວງ ອັດຕະປື ແລະ ໃນໄລຍະໂຄວິດ-19 ນີ້ອີກດ້ວຍ

ໜຶ່ງໃນຫຼາຍໂຄງການທີ່ໝໍແນ່ງ ໄດ້ມີສ່ວນຮ່ວມກໍແມ່ນ ໂຄງການຂອງ UNFPA (ກອງທຶນສະຫະປະຊາຊາດເພື່ອກິດຈະກຳປະຊາກອນ) ທີ່ມີຊື່ວ່າ ໂຄງການ “ນາງນ້ອຍ” ເພື່ອລົບລ້າງການກົດຂີ່ຂູດຮີດເພດຍິງ ແລະ ຍົກສູງສະຖານະໃນສັງຄົມ ເພື່ອສົ່ງເສີມຄວາມສະເໝີພາບຍິງຊາຍ

ການສື່ສານຜ່ານ Facebook ຈະເປັນສິ່ງທີ່ສຳຄັນຫຼາຍໃນການຂະຫຍາຍການເຜີຍແຜ່ ແລະ ຜົນກະທົບຂອງໂຄງການດັ່ງກ່າວ ເຊິ່ງເປັນວິທີເຜີຍແຜ່ທີ່ສາມາດເຂົ້າກຸ່ມຄົນໄດ້ຫຼາຍທີ່ສຸດໃນສັງຄົມລາວໃນຍຸກປັດຈຸບັນ

ໝໍແນ່ງກຳລັງຕໍ່ສູ້ເພື່ອການສ້າງຄວາມກ້າວໜ້າໃຫ້ແມ່ຍິງມີສິດທິເທົ່າທຽມກັນ ຫຼັກຖານທົ່ວໂລກໄດ້ສະແດງໃຫ້ເຫັນວ່າ ວິກິດການຕ່າງໆອາດຈະເຮັດໃຫ້ແມ່ຍິງໄດ້ພົບກັບຄວາມຮຸນແຮງ ເພາະມາດຕະການທີ່ວາງອອກເພື່ອຫຼຸດຜ່ອນການແຜ່ລະບາດຂອງ ໂຄວິດ-19 ເຊັ່ນ: ການກຳນົດບໍລິເວນຢູ່ໃນບ້ານ

ແມ່ຍິງຈະໄດ້ຮັບການສຶກສາໃນລະດັບສູງ ແລະ ມີຄວາມຄ່ອງແຄ້ວດ້ານດິຈິຕອນ ມີການເຂົ້າເຖິງການສະໜອງທຶນ ແລະ ທຸລະກິດຢ່າງເທົ່າທຽມ ເຊິ່ງໄດ້ມີການຮັບຮອງຈາກ Facebook’s Future of Business study ທີ່ໄດ້ເຮັດກັບ ທະນາຄານໂລກ ແລະ OECD ໂດຍຜ່ານຊ່ອງທາງ ດິຈິຕອນເຊັ່ນ Facebook ແລະ Instagram

ສະນັ້ນ, ການສ້າງຄວາມກ້າວໜ້າໃຫ້ແກ່ແມ່ຍິງໂດຍຜ່ານສື່ສັງຄົມອອນລາຍແມ່ນ ເປັນວິທີທີ່ຈະໄປສູ່ໂລກທີ່ຈະເລີນຮຸ່ງເຮືອງ ແລະ ພັດທະນາ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...