Friday, April 18, 2025

ຫຼຸດມື້ກັກໂຕລົງ! ສຳລັບຄົນລາວຫຼືຄົນຕ່າງຊາດຜູ້ທີ່ຈະຂ້າມໄປປະເທດໄທ

ປັດຈຸບັນ ຫຼາຍປະເທດໄດ້ມີການສີດວັກຊີນໃຫ້ກັບປະຊາກອນຫຼາຍລ້ານໂດຍ ເຮັດໃຫ້ມີພູຕ້ານທານແລະຫຼຸດການຕິດເຊື້ອໄດ້ຫຼາຍຂຶ້ນ ເຊິ່ງຄະນະສະເພາະກິດໂຄວິດ-19 ຂອງປະເທດໄທ ໄດ້ມີມາດຕະການຫຼຸດຜ່ອນມື້ກັກໂຕລົງສຳລັບຄົນຕ່າງຊາດ 3 ກໍລະນີດັ່ງນີ້

  1. ຄົນຕ່າງຊາດທີ່ມີເອກະສານຮັບຮອງການສັກວັກຊີນໂຄວິດ-19 ຢ່າງໜ້ອຍ 14ມື້ ບໍ່ເກີນ 3ເດືອນກ່ອນເດີນທາງ, ມີໃບຮັບຮອງກວດບໍ່ພົບໂຄວິດ 72ຊົ່ວໂມງກ່ອນເດີນທາງ ແລະຕວດຫາເຊື້ອບໍ່ພົບໃນໄທ ຈະໄດ້ຫຼຸດການກັກໂຕລົງເຫຼືອ 7ມື້
  2. ສຳລັບຄົນໄທທີ່ຢູ່ຕ່າງປະເທດເດີນທາງເຂົ້າ ແມ່ນຕ້ອງມີເອກະສານຮັບຮອງການສັກວັກຊີນ 14ມື້ບໍ່ເກີນ 3ເດືອນ ຖ້າບໍ່ມີເອກະສານຮັບຮອງບໍ່ມີເຊື້ອໂຄວິດ ຜົນກວດທີ່ກວດຢູ່ໄທບໍ່ພົບເຊື້ອ 2ຄັ້ງ ໃຫ້ຫຼຸດການກັກໂຕລົງເຫຼືອ 7ມື້
  3. ຄົນຕ່າງຊາດທີ່ບໍ່ມີມີເອກະສານຮັບຮອງການສັກວັກຊີນໂຄວິດ-19 ແຕ່ມີເອກະສານຮັບຮອງບໍ່ມີເຊື້ອ 72ຊຢ່ວໂມງກ່ອນເດີນທາງ ຈະຫຼຸດມື້ກັກໂຕລົງ 10ມື້

ເຊິ່ງຖ້າຫາກວ່າໄທສາມາດສັກວັກຊີນໃຫ້ກັບກຸ່ມສ່ຽງໄດ້ປະມານ 70% ຄາດວ່າບາງເຂດຈະສາມາດຫຼຸດຜ່ອນໃຫ້ບໍ່ມີການກັກໂຕໄດ້ ເຊິ່ງຢູ່ໃນຊ່ວງກຳລັງພິຈາລະນາ

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.