Wednesday, March 26, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ ⠚ 10 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ແຂວງສາລະວັນ ເລີ່ມສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ກຸ່ມທີ່ມີຄວາມສ່ຽງ 9.600 ໂດສ



ແຂວງສາລະວັນ ໄດ້ເລີ່ມພິທີສັກວັກຊິນປ້ອງກັນພະຍາດໂຄວິດ-19 ເປັນທາງການ ໃຫ້ກັບກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ພາຍຫຼັງໄດ້ຮັບການແບ່ງປັນວັກຊິນ ຈາກລັດຖະບານ ກໍ່ຄືກະຊວງສາທາລະນະສຸກ ຈຳນວນ 9.600 ໂດສ

ເນັ້ນໃສ່ສັກວັກຊິນໃຫ້ກັບກຸ່ມເປົ້າໝາຍທີ່ມີຄວາມສ່ຽງເຊັ່ນ: ພະນັກງານແພດໝໍ, ພະນັກງານທີ່ປະຕິບັດໜ້າທີ່ຕາມຈຸດຜ່ານແດນສາກົນຕ່າງໆ ແລະ ກຸ່ມຄົນທີ່ເຮັດວຽກຢູ່ສູນຈຳກັດບໍລິເວນ, ປະຊາຊົນທີ່ຢູ່ໃນກຸ່ມສ່ຽງຕ່າງໆ…ອ່ານຕໍ່

ແຂວງຫຼວງນໍ້າທາ ເລີ່ມສັກຢາວັກຊີນປ້ອງກັນພະຍາດໂຄວິດ – 19 ເຂັມທໍາອິດ



ທ່ານ ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ໄດ້ລາຍງານວ່າ: ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ແບ່ງອອກເປັນ 3 ກຸ່ມເປົ້າໝາຍ ເຊີ່ງກຸ່ມທີ ແມ່ນກຸ່ມຄະນະນໍາຂອງແຂວງ, ເມືອງ, ພະນັກງານແພດ-ໝໍ, ບັນດາຜູ້ໃຫ້ບໍລິການນັກທ່ອງທ່ຽວເຈົ້າຂອງເຮືອນ ພັກ, ໂຮງ ແຮມ, ຮ້ານອາຫານ, ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານດ່ານສາກົນຕ່າງໆ

ກຸ່ມທີ 2 ແມ່ນພາກສ່ວນທີ່ຢູ່ໃນຂອບເຂດທີ່ມີຄວາມສຽ່ງໜ້ອຍ ແລະ ຈະເລີ່ມຈັດຕັ້ງປະຕິບັດສັກວັກຊິນໃນວັນທີ 15 ມີນາ 2021…ອ່ານຕໍ່

ກຽມພົບກັບ ງານວາງສະແດງເຟີນີເຈີໄມ້ໃນຮູບແບບເຄື່ອງເຮືອນລາວທີ່ຫຼາກຫຼາຍ



ຈຸດປະສົງຂອງການຈັດງານໃນຄັ້ງນີ້ ກໍເພື່ອນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ໂດຍການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ນຳໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝໃນການອອກແບບ ແລະ ຜະລິດ ເພື່ອສ້າງມູນຄ່າເພີ່ມໃຫ້ໄມ້ລາວ ເປັນທີ່ຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ

ນອກນີ້ ຍັງເປັນການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດເຟີນີເຈີລາວ ບັນດາຜູ້ປະກອບການດ້ານຜະລິດຕະພັນເຟີນີເຈີຕ່າງກໍກະກຽມຜະລິດຕະພັນເຟີນີເຈີທີ່ເປັນເອກະລັກສະເພາະຂອງຕົນທີ່ມີຫຼາກຫຼາຍສີສັນ, ຫຼາຍຮູບແບບ ແລະ ສວຍງາມເພື່ອມາວາງສະແດງ ແລະ ຂາຍ ທີ່ງານວາງສະແດງເຟີນີເຈີວຽງຈັນ ຄັ້ງທີ 5 ທີ່ສູນການຄ້າລາວ-ໄອເຕັກນະຄອນຫຼວງວຽງຈັນ…ອ່ານຕໍ່

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ