Monday, April 21, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ ⠚ 11 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ຜູ້ຕິດເຊື້ອທີກວດພົບ 48 ຄົນ ທັງໝົດແມ່ນເດີນທາງມາຈາກຕ່າງປະເທດ



ນັບຕັ້ງແຕ່ທີ່ມີການແຜ່ລະບາດຂອງພະຍາດຊະນິດນີ້ ແລະ ໄດ້ມີຫຼາຍໆມາດຕະການເຂົ້າມາເພື່ອຊ່ວຍຫຼີກລ້ຽງບໍ່ໃຫ້ມີຜູ້ຕິດເຊື້ອ ແຕ່ກໍຍັງໜີບໍ່ພົ້ນທີ່ຈະມີຜູ້ຕິດເຊື້ອ ເຊິ່ງປັດຈຸບັນ ສປປ ລາວ ກວດພົບເຊື້ອສະສົມທີ່ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 48 ຄົນຊຶ່ງທັງໝົດແມ່ນໄດ້ເດີນທາງມາແຕ່ຕ່າງປະເທດ

ປິ່ນປົວຫາຍດີແລ້ວ 42 ຄົນ ຊຶ່ງທັງ 6 ຄົນ: ຈຳປາສັກ 2 ຄົນ, ນະຄອນຫຼວງ 3 ຄົນ ແລະ ສະຫວັນນະເຂດ 1​ ຄົນ ຊຶ່ງທັງ 6 ຄົນແມ່ນມີສຸຂະພາບແຂງແຮງດີ ບໍ່ມີອາການຫຍັງ…ອ່ານຕໍ່

ເປີດໂຄງການໃໝ່ ກ່ຽວກັບການປັບປຸງລະບົບຂື້ເຫຍື້ອທາງການແພດ



ອົງການ UNDP ແລະ ສະຖານທູດຈີນ ປະຈຳ ສປປ ລາວ ໄດ້ເປີດຕົວໂຄງການ ການບໍລິຫານຄຸ້ມຄອງຂີ້ເຫຍື້ອທາງການແພດ ໂຄງການນີ້ແມ່ນໃຫ້ການສະໜັບສະໜູນ ທາງດ້ານເຕັກນິກ ແລະ ວິຊາການ ກ່ຽວກັບການປັບປຸງລະບົບການຄຸ້ມຄອງກ່ຽວກັບຂີ້ເຫຍື້ອທາງການແພດ ໃນສະຖານທີ່ໃຫ້ບໍລິການດ້ານສຸຂະພາບ ທີ່ຖືກຄັດເລືອກ ແລະ ການພັດທະນາຄວາມສາມາດໃຫ້ແກ່ຜູ້ຊ່ຽວຊານ ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ -19

ມີບັນດາຄູ່ຮ່ວມໂຄງການ ຈາກກະຊວງສາທາລະນະສຸກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ອົງການອະນາໄມໂລກ (WHO), ຕາງໜ້າ ຈາກສະຖານທູດຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງ…ອ່ານຕໍ່

ໄພທຳມະຊາດ ໃນ 5 ປີ ທີ່ຜ່ານມາເຮັດໃຫ້ມີຕົວເລກຜູ້ເສຍຊີວິດສູງ



ໄພພິບັດທາງທຳມະຊາດ ໃນໄລຍະ 5ປີ ( 2016-2020) ໄດ້ສ້າງຄວາມເສຍຫາຍໃຫ້ຂະແໜງກະສິກໍາ, ການປະມົງ, ລ້ຽງສັດ, ປ່າໄມ້ ແລະ ຊົນລະປະທານ ເສຍຫາຍເຖິງ 57% ແລະ ເສັ້ນທາງ, ຂົວ, ແລະ ອາຄານຂອງລັດຖະບານເສຍຫາຍເຖິງ 66% ຂອງຄວາມເສຍຫາຍທັງໝົດ

ໃນໄລຍະ 5 ປີທີາຜ່ານມາ ທົ່ວປະເທດ ມີຜູ້ເສຍຊີວິດເຖິງ 121 ຄົນ ແລະ ສູນຫາຍ 45 ຄົນຈາກໄພພິບັດທີ່ເກີດຂຶ້ນທັງໝົດ 235 ຄັ້ງ ແລະ ປະຊາຊົນຫຼາຍກວ່າ 1,8 ລ້ານຄົນ ໄດ້ຮັບຜົນກະທົບ ຊຶ່ງໄພພິບັດທີ່ຮ້າຍແຮງທີ່ສຸດແມ່ນສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ…ອ່ານຕໍ່

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.