Saturday, November 15, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 19 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ແຜນການລົງທຶນຂອງລັດປະຈຳປີ 2021 ຂອງແຂວງວຽງຈັນມີທັງໝົດ 235 ໂຄງການ


ການຈັດສັນງົບປະມານການລົງທຶນຂອງລັດໃນປີ 2021 ທີ່ຈະຂຶ້ນແຜນຊໍາລະໃນປີ 2021 ມີພຽງ 149 ໂຄງການ ມູນຄ່າທັງໝົດ 229ຕື້ 161ລ້ານກີບ ໃນນີ້ ບ້ວງປົກກະຕິມີ 7ຕື້ 627ລ້ານກວ່າກີບ, ຈະຈັດສັນໃຫ້ 129 ໂຄງການ, ມູນຄ່າທັງໝົດ 113ຕື້ 937ລ້ານກວ່າກີບ

ບ້ວງລຶບລ້າງຄວາມທຸກຍາກມີ 2ຕື້874ລ້ານກີບ, ຈະຈັດສັນໃຫ້ 14 ໂຄງການ, ມີມູນຄ່າທັງໝົດ 53ຕື້ 400ລ້ານກວ່າກີບ ແລະ ບ້ວງຈັດສັນພູມລຳເນົາມີ 2ຕື້ 110ລ້ານກວ່າກີບ, ຈະຈັດສັນໃຫ້ 6 ໂຄງການ, ມູນຄ່າທັງໝົດ 61ຕື້ 824 ລ້ານກວ່າກີບ…ອ່ານຕໍ່

ນັກຮຽນ 184 ນ້ອງຈະເປັນຕົວແທນຂອງແຂວງຫຼວງພະບາງ ເຂົ້າຮ່ວມແຂ່ງຂັນສອບເສັງໃນລະດັບຊາດ



ພິທີສອບເສັງຄັດເລືອກນັກຮຽນເກັ່ງຊັ້ນປະຖົມສຶກສາ ປ5, ຊັ້ນ ມ4 ແລະ ມ7 ປະຈຳສົກຮຽນປີ 2020-2021 ແຂວງຫຼວງພະບາງ ມີນັກສອບເສັງຈາກໂຮງຮຽນອ້ອມຂ້າງແຂວງຈໍານວນ 7 ແຫ່ງ

ມີນັກສອບເສັງທັງໝົດ 184 ນ້ອງ, ຍິງ 66 ນ້ອງ, ໃນນັ້ນຊັ້ນປະຖົມສຶກສາ ປ5 ມີ 36 ນ້ອງ (ຍິງ21 ນ້ອງ), ຊັ້ນມັດທະຍົມຕອນຕົ້ນ ມ4 ມີ 72 ນ້ອງ (ຍິງ 25 ນ້ອງ) ແລະ ມ7 ມີ 76 ນ້ອງ (ຍິງ 20 ນ້ອງ) ເຊິ່ງທັງໝົດຈະເປັນຕົວແທນເຂົ້າຮ່ວມແຂ່ງຂັນສອບເສັງໃນລະດັບຊາດທີ່ຈະຈັດຂື້ນຢູ່ນະຄອນຫຼວງວຽງຈັນ…ອ່ານຕໍ່

ການເງິນ ເມືອງຈຳພອນ ແຈ້ງໃຫ້ເສຍຄ່າທາງຕາມກຳນົດ ຫາກກາຍເວລາປັບໄໝ 60%



ທ່ານ ບົວຜັນ ໄຊຈັນທອນ ຫົວໜ້າຫ້ອງການ ການເງີນເມືອງຈຳພອນ ກໍໄດ້ກ່າວພິທີເປີດການເສຍຄ່າທຳນຽມທາງ ແລະ ພາສີທີ່ດິນປະຈຳປີ 2021

ຂໍຖືເປັນກຽດແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ, ແລະ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ຍານພາຫະນະທຸກປະເພດໃນຂອບເຂດທົ່ວ ເມືອງຈໍາພອນ ໃນການເສຍຄ່າທຳນຽມທາງ ຕາມລະບຽບການໃນການເສຍພາສີຄັ້ງນີ້ແມ່ນຈະສິ້ນສຸດໃນວັນທີ 31 ມີນາ 2021 ນີ້, ຖ້າວິດຕາມເວລາກຳນົດແມ່ນຈະຖືກປັບໃໝ 60% ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງຕໍ່ປີ…ອ່ານຕໍ່

ເຊໂປນ ປະກາດ 15 ບ້ານ ເປັນບ້ານຢຸດຕິການຖ່າຍຊະຊາຍ



ຫ້ອງການສາທາລະນະສຸກເມືອງ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດສ້າງບ້ານຢຸດຕິການຖ່າຍຊະຊາຍຕາມມາດຖານ ແລະ ເງື່ອນໄຂທີ່ກະຊວງສາທາລະນະ ສຸກວາງອອກ

ໂດຍເມືອງເຊໂປນ ແຂວງສະຫວັນນະເຂດສາມາດບັນລຸຕາມມາດຖານເງື່ອນໄຂ ທີ່ວາງໄວ້ຈຳນວນ 15 ບ້ານຄື: ບ້ານໂພນໄຊ, ແກ້ງກວີ, ດົງສະຫວັນ, ແດນສະຫວັນ, ຫ້ວຍສານ, ສອນມີໄຊ, ວົງວິໄລ, ເຊໂປນ, ທ່າໂຂ່ງ, ນາບໍ່, ໂພນມ່ວງ, ເມືອງແສນ, ກາດັບ, ອຸດົມສຸກ ແລະ ບ້ານເມືອງຈັນ ລວມມີ 3.058 ຫຼັງຄາ…ອ່ານຕໍ່

ວຽກງານທີ່ບໍ່ຂຶ້ນກັບລັດ INGOs ຈັດຕັ້ງວຽກງານ 5 ປີຜ່ານມາໃນແຂວງສາລະວັນ ໄດ້ 38 ໂຄງການ



ອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບລັດຖະບານ (INGOs) ໄດ້ເຂົ້າມາປະຕິບັດວຽກງານກ່ຽວກັບການພັດທະນາຫຼາຍຂົງເຂດ ຢູ່ແຂວງສາລະວັນ ໂດຍສ່ວນໃຫຍ່ແມ່ນປະຕິບັດຢູ່ໃນຂົງເຂດສຶກສາ, ສາທາ, ກະສິກຳ, ແຮງງານ, ສະພາ, ອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ ເຊີ່ງມີຈຳນວນທັງໝົດ 26 ອົງການ 38 ໂຄງການ

ໂຄງການທີ່ຍັງສືບຕໍ່ຈັດຕັ້ງປະຕິບັດຢູ່ແຂວງສາລະວັນ ມາຮອດປີ 2020 ມີຈຳນວນ 38 ໂຄງການ, ໃນນັ້ນຂົງເຂດສາທາລະນະສຸກ 12 ໂຄງການ ມູນຄ່າ, ສຶກສາທິການ ແລະ ກິລາ 9 ໂຄງການ, ກະສິກຳ-ປ່າໄມ້ 6 ໂຄງການ, ແຮງງານ-ສະຫວັດດີການສັງຄົມ 7 ໂຄງການ, ອົງການຈັດຕັງກຳມະບານ, ຊາວໜຸ່ມ, ຍຸຕິທຳ ແລະສະພາປະຊາຊົນແຂວງ ພາກສ່ວນລະ 1 ໂຄງການ ລວມມີມູນຄ່າໃນການຮ່ວມມືທັງໝົດ 77 ລ້ານກວ່າໂດລາສະຫະລັດ…ອ່ານຕໍ່

ການນໍາເມືອງພີນ ລົງກວດກາການຟື້ນຟູລະບົບຊົນລະປະທານທີ່ອ່າງເກັບນໍ້າຫ້ວຍສະຄວງ



ຈຸດປະສົງຂອງການປັບປຸງສ້ອມແປງໂຄງການຄັ້ງນີ້ ແມ່ນເພື່ອຟື້ນຟູລະບົບຊົນລະປະທານໃຫ້ໄດ້ມາດຕະຖານ, ທັນສະໄໝ ແລະ ເປັນຄອງເບຕົງ ເພື່ອສະໜອງນໍ້າໃຫ້ເນື້ອທີ່ການຜະລິດ 415 ເຮັກຕາ ໃນຂອບເຂດ 7 ບ້ານ

ໂຄງການດັ່ງກ່າວ ໄດ້ທຶນເງິນກູ້ຢືມຈາກໂຄງການ ADB ມູນຄ່າໂຄງການຫຼາຍກວ່າ 1 ລ້ານໂດລາສະຫະລັດ ໂດຍການຮັບເໝົາກໍ່ສ້າງຂອງ ບໍລິສັດ ບີເຄ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ແລະ ບໍລິສັດ ເອອາ ກໍ່ສ້າງ ຈໍາກັດຜູ້ດຽວ ໃນຮູບແບບການຮ່ວມມື…ອ່ານຕໍ່

ຫົວໜ້າກອງບັນຊາການທະຫານເມືອງອຸທຸມພອນລົງຢ້ຽມຢາມການລ້ຽງໄກ່ ຟາມ ນາງ ແສງພະຈັນ



ທ່ານ ພັນໂທ ພູມີດາວວອນ ອາດສະພັງທອງ ກໍາມະການພັກເມືອງ, ຫົວໜ້າກອງບັນຊາການທະຫານ ເມືອງ ອຸທຸມພອນ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຢ້ຽມຢາມເບິ່ງການລ້ຽງໄກ່ລາດພັນປະສົມ ຟາມຂອງປະຊາຊົນບ້ານໄຊອຸດົມ ແລະ ຟາມລ້ຽງໄກ່ ທີ່ໄດ້ຮັບທືນຊ່ວຍເຫຼືອຈາກໂຄງການຂອງປະເທດເກົາຫຼີມາຊ່ວຍພັດທະນາໃນການລ້ຽງໄກ່

ເຊິ່ງພາຍໃນແຕ່ລະຟາມມີໄກ່ທັງໝົດ 500 ກວ່າໂຕ, ຄອກມີຂະໜາດ 4 x 15 ແມັດ, ສະເພາະລາຍຮັບເດືອນໜື່ງຊິຕົກຢູ່ປະມານ 1 ລ້ານກວ່າກີບ, ຕະຫຼາດບ່ອນຈໍາໜ່າຍຖືວ່າບໍ່ຢາກເຮົາຈະສົ່ງຕາມທ້ອງຕະຫຼາດທົ່ວໄປ…ອ່ານຕໍ່

ວັດຊຽງຄວນ ແຫຼ່ງທ່ອງທ່ຽວທີ່ເປັນຍິຍົມ ຂອງຄົນພາຍໃນ ແລະ ຕ່າງປະເທດ



ສະຖານທີ່ ແຫ່ງນີ້ຍັງໄດ້ຮັບເລືອກໃຫ້ ເປັນໜຶ່ງໃນ 10 ແຫຼ່ງທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມ ແລະ ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼາຍໃນແຕ່ລະປີ

ສວນວັດທະນະທຳຊຽງຄວນ ມີເອກະລັກທີ່ເຫັນໄດ້ຊັດເຈນ ບໍ່ວ່າ ຈະເປັນ ຮູບປັ້ນ ພຸດທະປະຫວັດ ແລະ ພະພຸດທະຮູບ ນ້ອຍ ໃຫຍ່ ລວມກັນຫຼາຍກວ່າ 300 ອົງ, ພ້ອມທັງ ມີຈຸດຊົມວີວ ທີ່ມີລັກສະນະຄ້າຍ ຄື ປາກຖໍ້ານ້ອຍ ໃຫ້ເຮົາໄດ້ຂື້ນໄປ…ອ່ານຕໍ່

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.