Sunday, May 25, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 30 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ປະຊາຊົນເມືອງຊະນະຄາມ ແຂວງວຽງຈັນຍັງບໍ່ມີໄຟຟ້າໃຊ້

ຈາກເຫດການພາຍຸລະດູຮ້ອນພັດຖະຫຼົ່ມບ້ານນາທ່ຽງ ເມືອງຊະນະຄາມ ແຂວງວຽງຈັນ ເຮັດໃຫ້ເສົາໄຟຟ້າຫັກຈໍານວນ 9 ຕົ້ນ ແລະ ເຮືອນປະຊາຊົນເປ່ເພ 5 ຫຼັງ ໂຊກດີບໍ່ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ ແລະ ໃນເມືອງຍັງບໍ່ມີໄຟຟ້າໃຊ້

ຮອດມື້ນີ້ຍັງບໍ່ສາມາດເປີດກະແສໄຟຟ້າມາຮັບໃຊ້ພາຍໃນເມືອງໄດ້ຍ້ອນເຈົ້າໝ້າທີ່ໄຟຟ້າລາວກໍາລັງເກັບກູ້ເສົາໄຟຟ້າທີ່ຫັກ ແລະຄາດວ່າປະຊາຊົນຈະໄດ້ໃຊ້ໄຟຟ້າໃນມື້ອື່ນວັນພຸດທີ 31 ມີນາ 2021…ອ່ານຕໍ່

ໂຄງການຍົກລະດັບເສັ້ນທາງ 3 ແຍກທົ່ງຄູນ ຫາ ເຂື່ອນໄຟຟ້ານ້ຳງື່ມ 2 ແຂວງໄຊສົມບູນ ຈະສຳເລັດປີໜ້າ

ຊຶ່ງເປັນໂຄງການທີ່ແນໃສ່ເພື່ອປັບປຸງ ເເລະ ກໍ່ສ້າງເສັ້ນທາງໃໝ່ໃຫ້ໄປມາໄດ້ສະດວກຂື້ນ ມີຄວາມຍາວ ທັງໝົດ 25 ກີໂລແມັດ, ມູນຄ່າໃນການກໍ່ສ້າງ ທັງໝົດ 163 ຕື້ກ່ວາກີບ

ໂດຍແມ່ນ ບໍລິສັດ ວຽງວອນ ຈຳກັດຜູ້ດຽວ ແລະ ບໍລິສັດ ພີເອັດ ກໍ່ສ້າງ ແລະ ທ່ອງທ່ຽວ ຈຳກັດຜູ້ດຽວຮັບເໝົາກໍ່ສ້າງ ແລະ ກົມໃຫຍ່ພະລາທິການກອງທັບ ເປັນເຈົ້າຂອງໂຄງການ…ອ່ານຕໍ່

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.