ປະຈຳວັນ ⠚ 7 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:
ປຶກສາຫາລື ສະເໜີການຟ້ອນເຂນ ຂຶ້ນເປັນມໍລະດົກນາມມະທຳ

ພະແນກຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວແຂວງ ຮ່ວມກັບ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງກະລຶມ ໄດ້ຈັດກອງປະຊຸມປຶກສາຫາລື, ຄົ້ນຄວ້າການຂຶ້ນທະບຽນມໍຣະດົກ ນາມມະທຳ ປະເພດ (ຟ້ອນເຂນ) ຂອງຊຸມຊົນເຜົ່າກະຕູ
ກ່ຽວກັບສີລະປະປະເພດຟ້ອນເຂນ ແມ່ນມໍຣະດົກຂອງຊຸມຊົນເຜົ່າກະຕູ ແຕ່ຖ້າຫາກວ່າ ສີລະປະປະເພດນີ້ໄດ້ຖືກຮັບຮອງ ແລະຂຶ້ນທະບຽນເປັນມໍຣະດົກລະດັບທ້ອງຖິ່ນແລ້ວ
ໃນຕໍ່ໜ້າອາດຈະກ້າວໄປສູ່ການຂໍສະເໜີຂຶ້ນທະບຽນເປັນມໍຣະດົກໃນລະດັບຊາດກໍ່ເປັນໄດ້…ອ່ານຕໍ່
ໂຄງການນະໂຍບາຍສົ່ງເສີມອາຫານທ່ຽງໃນໂຮງຮຽນ ໃຫ້ທືນໂດຍ CRS ທີ່ເມືອງ ຊົນນະບູລີ
ໂຄງການນະໂຍບາຍສົ່ງເສີມອາຫານທ່ຽງໃນໂຮງຮຽນ ໄລຍະທີ 1 ໃຫ້ທືນໂດຍ CRS ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຄອນສະຫັວນ ແກ້ວດວງດີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງຊົນນະບູລີ, ທ່ານ ວັດວິສາ ແກ້ວສາລີວົງ ຫົວໜ້າໂຄງການອາຫານທ່ຽງໃນໂຮງຮຽນ ປີ 2020 – 2025
ເມືອງຊົນນະບູລີ ມີໂຮງຮຽນຊັ້ນປະຖົມທີ່ໄດ້ຮັບການຊ່ວຍເຫຼືອ ຈາກໂຄງການນະໂຍບາຍສົ່ງເສີມອາຫານທ່ຽງໃນໂຮງຮຽນ ໃຫ້ທືນໂດຍ CRS (ໂຄງການອາຫານທ່ຽງ) 73 ແຫ່ງຂອງ ເມືອງ ຊົນນະບູລີ
ຈຸດປະສົງຂອງໂຄງການເພື່ອໃຫ້ທຸກພາກສ່ວນເອົາໃຈໃສ່ເຮັດໃຫ້ ເດັກນ້ອຍມາໂຮງຮຽນໃຫ້ເປັນປົກກະຕິ, ມີອາຫານທ່ຽງໄວ້ກິນ, ຊ່ວຍໃຫ້ເດັກນ້ອຍໄດ້ເຂົ້າເຖີງການສຶກສາຢູ່ເຂດຊົນນະບົດ ເພື່ອບໍ່ຢາກໃຫ້ເດັກນ້ອຍອອກໂຮງຮຽນກາງປີ…ອ່ານຕໍ່
ພິທີເປີດການກໍ່ສ້າງຟື້ນຟູຊົນລະປະທານໂຄງການຍ່ອຍໄລຍະ III ນ້ຳງາດ ເມືອງຮຸນ ແຂວງອຸດົມໄຊ

ສຳລັບໂຄງການຍ່ອຍໄລຍະ I ສໍາເລັດ 2 ໂຄງການ, ໃນນີ້ມີໂຄງການຊົນລະປະທານ ນໍ້າແບງ ເມືອງແບງ ແລະ ໂຄງການຊົນລະປະທານ ນໍ້າອຸ່ນ ເມືອງຮຸນ ເຊີ່ງກວມເອົາ 4 ຫົວງານ, ເນື້ອທີ່ 610 ເຮັກຕາ ບ້ານທີ່ໄດ້ຮັບຜົນປະໂຫຍດ ມີ 10 ບ້ານ, 1.576 ຄອບຄົວ
ໄດ້ຟື້ນຟູໂຄງການຍ່ອຍໄລຍະ II ຊົນລະປະທານນໍ້າຫາວ ເມືອງແບງ ເຊີ່ງກວມເອົາ 6 ຫົວງານ, ເນື້ອທີ່ 572 ເຮັກຕາ ບ້ານທີ່ໄດ້ຮັບຜົນປະໂຫຍດ ມີ 9 ບ້ານ, 1.061 ຄອບຄົວ ເຊີ່ງເລີມລົງມືກໍ່ສ້າງແຕ່ຕົ້ນເດືອນ ເມສາ 2020 ເປັນຕົ້ນມາ ຄວມຄືບໜ້າການກໍ່ສ້າງມາຮອດປະຈຸບັນສໍາເລັດ 11.25%
ໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ-ທຶນເພີ່ມ (NRI-AF) ໄດ້ຮັບການອານຸມັດຈາກທະນາຄານພັດທະນາອາຊີ (ADB) ໄດ້ຈັດຕັ້ງປະຕິບັດຢູ່ 4 ແຂວງຄື: ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ…ອ່ານຕໍ່
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຮັບເປັນ ລັດຖະມົນຕີກະຊວງ ຖວທ ຄົນໃຫມ່

ພິທີມອບ-ຮັບ ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລະຫວ່າງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຖວທ (ຜູ້ເກົ່າ) ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ (ຜູ້ໃໝ່)
ການເຄື່ອນໄຫວວຽກງານ ຖະແຫລງຂ່າວ ແລະ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຕົ້ນໄດ້ຖືສຳຄັນ ແລະ ເອົາໃຈໃສ່ນຳພາກໍ່ສ້າງພັກດ້ານແນວຄິດ, ເອົາໃຈໃສ່ຈັດຕັ້ງສຶກສາອົບຮົມການເມືອງ-ແນວຄິດ
ແນໃສ່ປັບປຸງຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຂອງພະນັກງານສະມາຊິກພັກ; ຈັດຕັ້ງການຝຶກອົບຮົມ ຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ ໄປຄຽງຄູ່ກັບການຍົກລະດັບວິຊາສະເພາະ…ອ່ານຕໍ່
ຖວທ ເມືອງ ວິລະບູລີ ປຶກສາຫາລື ກ່ຽວກັບແຜນຄຸ້ມຄອງພຣະທາດນາງລາວໃນຕໍ່ໜ້າ

ວາງແຜນການໃນໄລຍະຕໍ່ໜ້າ ໂດຍສະເພາະກໍ່ແມ່ນການບໍລິຫານຄຸ້ມຄອງຕ່າງໆ ຂອງພຣະທາດນາງລາວ ພ້ອມນີ້ກ່ອນທີ່ຈະມີການພັດທະນາຕ່າງໆໃນຂອບເຂດຂອງພຣະທາດນາງລາວ ກໍ່ຕ້ອງໄດ້ເຮັດໜັງສືສະເໜີເປັນລາຍລັກອັກສອນ
ການເຮັດເປັນຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການ ແບ່ງວຽກກັນໃຫ້ລະອຽດ, ກໍານົດສິດໜ້າທີ່ໃຫ້ຈະແຈ້ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ
ດ້ານການຊອກຫາງົບປະມານ ແລະ ຄຸ້ມຄອງລາຍຮັບ-ລາຍຈ່າຍກໍ່ແມ່ນໃຫ້ລະອຽດ, ຈະແຈ້ງແລະຮັດກຸມ ເພື່ອນໍາເອົາລາຍຮັບທີ່ໄດ້ມານັ້ນ ໄປຊໍາລະໜີ້ສິນທີ່ຍັງຄ້າງໃນການບູລະນະປະຕິສັງຂອນໃນຜ່ານມາ ຈໍານວນ 900 ລ້ານກວ່າກີບ…ອ່ານຕໍ່