Saturday, February 15, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 22 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເມືອງພະລານໄຊຜະລິດເຂົ້ານາແຊງ ໄດ້ລື່ນຄາດໝາຍທີ່ວາງໄວ້



ການຜະລິດລະດູແລ້ງກໍ່ຄືການຜະລິດເຂົ້ານາແຊງເຊິ່ງ ທົ່ວເມືອງ ພະລານໄຊ ໄດ້ມີແຜນຄາດໝາຍສູ້ຊົນ ເຂົ້ານາແຊງໃຫ້ໄດ້ 180 ເຮັກຕາ, ປະຕິບັດຕົວຈິງໄດ້ 190 ເຮັກຕາ ເຫັນວ່າ ລື່ນຄາດໝາຍ 10 ເຮັກຕາ

ນອກນັ້ນກໍ່ຍັງປູກພືດລະດູແລ້ງ ເຊິ່ງມີເນື້ອທີ່ແຜນການປູກທັງໝົດ 360 ເຮັກຕາ, ປະຈຸບັນໄດ້ຈັດຕັ້ງປະຕິບັດການເກັບກູ້ ສຳເລັດໝົດແລ້ວ, ກ່ຽວກັບການຈັດຕັ້ງປະຕິບັດລະດູແລ້ງປີນີ້

ພ້ອມນີ້ກໍ່ຍັງມີແຜນປູກພືດລະດູຝົນຕາມແຜນ 460 ເຮັກຕາ ໃນນີ້ລວມມີທັງໝາກໂມ, ໝາກແຕງ ແລະ ພືດຜັກອື່ນໆເພື່ອຮັບປະກັນໃຫ້ແກ່ຜົນຜະລິດເຂົ້ານາປີ ແລະ ການປູກພືດລະດູຝົນ…ອ່ານຕໍ່

ພຣະອາຈານ ແຂກ ບົວບານ ມອບເງິນຈໍານວນ 7ລ້ານກີບ ໃຫ້ແກ່ໂຮງໝໍນ້ອຍຊຸມຊົນ



ສາທາລະນະສຸກ ເມຶອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ພຣະອາຈານ ແຂກ ບົວບານ ຄະນະ ອພສ ເມືອງບາຈຽງຈະເລິນສຸກ ເຈົ້າອະທິການວັດບ້ານສົມສະອາດ ຫຼັກ8 ( ບ້ານພັດທະນາຫົວແຊ) ໄດ້ມອບເງີນ ໃຫ້ແກ່ໂຮງໝໍນ້ອຍຊຸມຊົນເມືອງບາຈຽງຈະເລີນສຸກ ເພື່ອນຳໃຊ້ເຮັດກັນສາດຕ້ອນຮັບບໍລິການປະຊາຊົນຂອງໂຮງໝໍດັ່ງກ່າວ ຈໍານວນ 7ລ້ານກີບ

ໃຫ້ກຽດຕ່າງໜ້າຮັບໂດຍ ທ່ານ ທະວີສຸກ ຜີວຄໍາພາ ປະທານແນວລາວສ້າງຊາດເມືອງ ມີຫົວໜ້າຫ້ອງການສາທາລະນະສຸກເມືອງ,ແພດໝໍ…ອ່ານຕໍ່

ເມືອງເຊບັ້ງໄຟ ປະຕິບັດເກັບກ່ຽວເຂົ້າລື່ນແຜນ



ສະເພາະແຜນການຜະລິດ ເຂົ້ານາແຊງ ຂອງເມືອງເຊບັ້ງໄຟ ສົກປີ 2020-2021 ມີທັງໝົດ 2.400 ເຮັກຕາ, ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ທັງໝົດ 2.700 ເຮັກຕາ, ປະຕິບັດລື່ນແຜນການ 300 ເຮັກຕາ

ປະຈຸບັນ ຊາວກະສິກອນພວມຂຸ້ນຂ້ຽວເກັບກ່ຽວ ເຊິ່ງຄອບຄົວທີ່ມີທ່າແຮງກໍ່ໄດ້ໃຊ້ກົນຈັກເຂົ້າໃນການເກັບກ່ຽວ ໂດຍສະເລ່ຍແມ່ນປະຕິບັດໄດ້ແລ້ວປະມານ 40% ຂອງເນື້ອທີ່ທັງໝົດ ແລະ ຄາດວ່າຈະໃຫ້ສຳເລັດ 100%..ອ່ານຕໍ່

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.