Wednesday, March 26, 2025

ທາມລາຍ! ຂອງຜູ້ຕິດເຊືື້ອໂຄວິດ-19 ກໍລະນີ 160-247

ໃນວັນທີ 24 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,012 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 88 ຄົນ, ໃນນັ້ນ ຈາກນະຄອນຫຼວງວຽງຈັນ 84 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ ແລະ ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອ 88 ຄົນ ແມ່ນມີດັ່ງຕໍ່ໄປນີ້:  

ກໍລະນີຢັ້ງຢືນທີ 160-162

ຍັງບໍ່ມີຂໍ້ມູນ

ກໍລະນີຢັ້ງຢືນທີ 163

  • ເພດຍິງ, ອາຍຸ 32, ສັນຊາດ: ລາວ, ອາຊີບ ຫວ່າງງານ, ປະຈຸບັນຢູ່ບ້ານຫ້ວຍຊາຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
  • ສຳຜັດກັບໝູ່ ຂອງກໍລະນີທີ 090 ທີ່ແຂວງບໍ່ແກ້ວ  ວັນທີ 22 ເມສາ 2021
  • ມີອາການສະແດງອອກ ໄຂ້, ໄອ, ເຈັບຄໍ ແລະ ເມື່ອຍ

ປະຫວັດການເຄື່ອນໄຫວ

  • ວັນທີ 13 ເມສາ 2021: ຜູ້ກ່ຽວ ໄປການຕາມປົກກະຕິ ແລະ ຕອນແລງ ໄປກິນເຂົ້າຢູ່ເຮືອນປ້າ (ບ້ານຂອນແກນ)
  • ວັນທີ 14 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນເຂົ້າ ຢູ່ເຮືອນອາວ (ບ້ານໜອງຊາຍ) ຕອນແລງກໍ່ກັບບ້ານ
  • ວັນທີ 15 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອນອ້າຍ (ບ້ານປາກຮາບໃຕ້) ແລະ ຕອນແລງ ໄປຫຼີນເຮືອນໝູ່ (ບ້ານຫ້ວຍຊາຍໃຕ້)
  • ວັນທີ 17 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອນເຮືອນ (ບ້ານໃໝ່ພູຄາ) ກໍ່ກັບເຮືອນ
  • ວັນທີ 18 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອຄົນຫ້ອງການເມຍ (ບ້ານຂອນແກ້ວ), ຕອນແລງໄປຫຼີ້ນເຮືອນໝູ່ (ບ້ານປາກຮາວເໜຶອ) ກັບໄປກິນເຂົ້າເຮືອນນ້າ (ບ້ານຫ້ວຍຊາຍ)
  • ວັນທີ 19 ເມສາ 2021: ຜູ້ກ່ຽວ ໄດ້ໄປຫ້ອງການຕອນແລງ ຢູ່ຕົ້ນເຜີ້ງ ກັບໝູ່ ແລ້ວໄປກິນເຂົ້າຊອຍ ຢູ່ຕະຫລາດສີເມືອງງາມ (ຮ້ານໜ້າຕະຫລາດ) ແລ້ວກັບມາຫ້ວຍຊາຍ ພາກັນໄປກິນເຂົ້າ ຢູ່ກາງເມືອງ (ຮ້ານແປະທາງລົງວັດຈອມເຂົາ) ແລ້ວກັບບ້ານ
  • ວັນທີ 20 ເມສາ 2021: ຜູ້ກ່ຽວ ໄດ້ໄປຫ້ອງການປະຊຸມ ຢູ່ຊັ້ນ 3 ເລີກແລ້ວ ກັບໝູ່ 02 ຄົນ ໄປກິນເຂົ້າມັນໄກ່ (ບ້ານຫ້ວຍຊາຍເໜຶອ) ແລ້ວ ແວະ ໄປຊື້ນໍ້າອ້ອຍຢູ່ຂ້າງກອງບັນຊາການ ປກສ ແຂວງ ແລ້ວກັບໄປຫ້ອງການ 
  • ວັນທີ 22 ເມສາ 2021: ຜູ້ກ່ຽວ ໄດ້ໄປກວດສຸກຂະພາບຢູ່ພະແນກສາທາລະນະສຸກແຂວງ ແລ້ວກັກໂຕ ຢູ່ເຮືອນ
  • ວັນທີ 23 ເມສາ 2021: ຜູ້ກ່ຽວ ກໍ່ໄດ້ກັກໂຕຢູ່ເຮືອນ
  • ປະຈຸບັນນີ້ຄົນເຈັບ, ນອນຕິດຕາມ, ປີ່ນປົວ ແລະ ແຍກປ່ຽວ ຢູ່ໂຮງໝໍບໍ່ແກ້ວ

ກໍລະນີຢັ້ງຢືນທີ 164

  • ເພດຍິງ, ອາຍຸ 20, ສັນຊາດ: ລາວ, ອາຊີບ ຫວ່າງງານ
  • ບ້ານຢູ່ປະຈຸບັນຜູ້ກ່ຽວ ໄດ້ພັກກັບໝູ່ ຢູ່ອາພັດເມັນສຸວິສາ ຂື້ນກັບເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,
  • ມາຈາກບ້ານຜາສັງ, ເມືອງເຟືອງ, ແຂວງວຽງຈັນ (ຜູ້ກ່ຽວ ບໍ່ໄດ້ກັບບ້ານ)
  • ມີອາການສະແດງອອກ ໄຂ້, ໄອ, ເຈັບຄໍ ແລະ ເມື່ອຍ

ປະຫວັດການເຄື່ອນໄຫວ

  • ວັນທີ 10 ເມສາ 2021: ຜູ້ກ່ຽວໄດ້ໄປຫຼີ້ນ ຢູ່ What Club ແລ້ວກັບມານອນຢູ່ບ້ານພັກນິວມູນ
  • ວັນທີ 11 ເມສາ 2021: ຜູ້ກ່ຽວໄດ້ໄປ Diamond Karaoke ຕັ້ງຢູ່ບ້ານນາໄຊ, ເມືອງໄຊເສດຖາ
  • ວັນທີ 13 ເມສາ 2021: ມີໝູ່ (ເພດຍິງ) ໄດ້ຂີ່ຍົນຈາກສະໜາມບິນວັດໄຕ ນະຄອນຫລວງວຽງຈັນ ໄປລົງຢູ່ສະໜາມບິນຫລວງນໍ້າທາ (ໂດຍຖ້ຽວບິນການບິນລາວ) ແລະ ຫຼັງຈາກນັ້ນ ໄດ້ຂື້ນລົດຕູ່ ໄປແຂວງບໍ່ແກ້ວ
  • ເວລາ 16:00 ໂມງ: ຂີ່ລົດຕູ້ຂອງການບິນສະກາຍເວ ໄປແຂວງບໍ່ແກ້ວ ມີ 04 ຄົນລວມທັງຜູ້ກ່ຽວ (ພ/ງຂັບລົດ ແລະ ອີກ 02 ຄົນ ເປັນລາວ ແຕ່ບໍ່ຮູ້ຈັກຄົນ) ແລະ ບໍ່ໄດ້ໃສ່ຜ້າອັດປາກອັດດັງ; ຫຼັງຈາກນັ້ນ ຜູ້ກ່ຽວ ໄດໄປພັກຢູ່ຫ້ອງແຖວກັບກໍລະນີ 090 ຢູ່ແຂວງບໍ່ແກ້ວ
  • ວັນທີ 14 ເມສາ 2021: ຜູ້ກ່ຽວມີອາການໄອ, ເຈັບຄໍ ແລະ ເມື່ອຍ ແລະ ພັກຢູ່ຫ້ອງແຖວ ກັບຄົນເຈັບຕິດເຊື້ອກໍລະນີທີ່ 090 ທີ່ແຂວງບໍ່ແກ້ວ
  • ວັນທີ 16 ເມສາ 2021: ຜູ້ກ່ຽວມີອາການໄຂ້ ແລ້ວກິນຢາ paracetamol ມີຢາຢູ່ຫ້ອງແຖວ ແລະ ບໍ່ໄດ້ໄປຊື້ຢາກິນເອງ
  • ວັນທີ 18 ເມສາ 2021: ຜູ້ກ່ຽວມີອາການດິຂື້ນ ແລະ ໄປຮ່ວມສູ່ຂ້ວນ ຢູ່ບ້ານວຽງໃໝ່ ແຂວງບໍ່ແກ້ວ ກັບກໍລະນີທີ່ 090
  • ວັນທີ 20 ເມສາ 2021: ຜູ້ກ່ຽວ ໄດ້ໄປຫຼີ້້ນກັບໝູ່ ພ້ອມທັງກໍລະນີຕິດເຊື້ອທີ່ 090 ຢູ່ບ້ານໝຸ່ ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ
  • ວັນທີ 21 ເມສາ 2021: ເວລາ 07: 30ໂມງ: ຂື້ນລົດຕູ້ຂອງສາຍການບິນສະກາຍເວ ຈາກແຂວງບໍ່ແກ້ວ ຫາແຂວງຫລວງພະບາງ
  • ເວລາ 16:00 ໂມງ: ຜູ້ກ່ຽວ ໄດ້ຂື້ນຍົນ ຢູ່ສະໜາມບິນແຂວງຫລວງນໍ້າທາ  ຫາສະໜາມນະຄອນຫລວງວຽງຈັນ ແລ້ວມາພັກກັບໝູ່ ຢູ່ແຖວທາດຫລວງ ອາພາດເມັນສຸວິສາ ເມືອງໄຊເສດຖາ ແລ້ວຂີ່ລົດຕັກຊີ ໄປດັດແກ້ແຂ້ວ ຢູ່ຄຼີນິກດົງໂດກໃຊ້ເວລາ 10 ນາທີ.  
  • ວັນທີ 21-22 ເມສາ 2021: ຜູ້ກ່ຽວ ໄດ້ກັກໂຕ ຢູ່ ສູນຫຼັກ 27, ເມືອງໄຊທານີ, ນະຄອນຫລວງວຽງຈັນ 

ກໍລະນີຢັ້ງຢືນທີ 165

  • ເພດ: ຊາຍ,  ອາຍຸ: 35 ປີ , ອາຊີບ: ພະນັກງານຢູ່ກະຊວງປ້ອງກັນປະເທດ 
  • ບ້ານຢູ່ປະຈຸບັນ: ບ້ານ ໜອງທາເໜືອ, ເມືອງ ຈັນທະບູລີ, ແຂວງ ນະຄອນຫຼວງວຽງຈັນ
  • ສໍາຜັດກັບກໍລະນີ 67 ວັນທີ 17/4/2021

ປະຫວັດການເຄື່ອນໄຫວ

  • ວັນທີ 17  ເມສາ 2021: ຜູ້ກ່ຽວ ໄປກິນເຂົ້າບ້ານໝູ່ຢູ້ບ້ານໜອງສະໂນຄໍາ ຜູ້ຕິດເຊື້ອຈາກກໍລະນີ ຈີ່ມມີ (ສໍາຜັດ 59) ມີ 5 ຄົນ
  • ວັນທີ 18 ເມສາ 2021: ໄປກິນປີໃໝ່ບ້ານສາຍນໍ້າເງິນ ມີປະມານ 20 ກວ່າຄົນ
  • ວັນທີ 19 ເມສາ 2021: 9:00-10:30 ເຂົ້າປະຊຸມຄະນະ ມີຄົນຮ່ວມປະຊຸມ 7-8 ຄົນ
  • 15:00-19:00 ໄປກິນເຂົ້ານໍາໝູ່ ຢູ່ອາພັດເມັນ (ມີໝູ່ 2 ຄົນ) ຢູ່ແຖວໂພນພະເນົາ
  • ວັນທີ 20 ເມສາ 2021: ໄປວຽກປົກກະຕິ ມີພະນັກງານເຮັດວຽກໃນຫ້ອງດຽວກັນ 4 ຄົນ 
  • 12:00-12:45 ໄປກິນເຂົ້າຢູ່ວາກສຸກີ້ ໜ້າອຸດົມເລກ 9 ນໍາໝູ່ອີກ 2 ຄົນ
  • ວັນທີ 21 ເມສາ 2021: ໄປຈຳກັດບໍລິເວນສູນຫຼັກ 27 ແລະ ເກົບຕົວຢ່າງກວດພົບເຊື້ອ

ກໍລະນີຢັ້ງຢຶນທີ 166

  • ເພດ: ຍິງ,  ອາຍຸ: 30 ປີ , ອາຊີບ: ຄ້າຂາຍ (ເຊົ່າໂຕະຕັ່ງເຕັ້ນ)
  • ບ້ານຢູ່ປະຈຸບັນ: ບ້ານ ຕາດທອງ, ເມືອງ ສີໂຄດຕະບອງ, ແຂວງ ນະຄອນຫຼວງວຽງຈັນ
  • ສໍາຜັດກັບກໍລະນີ 67 ວັນທີ 17/4/2021
  • ອາການ:  ໄອ, ເປັນຫວັດ, ມີນໍ້າມູກຍ້ອຍ

ປະຫວັດການເຄື່ອນໄຫວ

  • ວັນທີ 17  ເມສາ 2021: ຜູ້ກ່ຽວ ໄປກິນເຂົ້າຢູ່ເຮືອນໝູ່ຢູ່ໜອງສະໜອງຄໍາ ຜູ້ຕິດເຊື້ອຈາກກໍລະນີ ຈີ່ມມີ 67 (ສໍາຜັດກັບກໍລະນີ 59)
  • ວັນທີ 18 ເມສາ 2021: ໄປກິນປີໃໝ່ບ້ານສາຍນໍ້າເງິນ ມີປະມານ 20 ກວ່າຄົນ (ໄປນໍາກັນ ກໍລະນີ 165), ຜູ້ກ່ຽວເລີ່ມມີເມື່ອຍ, ຮູ້ສຶກຄັນຄໍ
  • ວັນທີ 19 ເມສາ 2021: ບໍ່ໄດ້ໄປໃສ, ຜູ້ຮູ້ສຶກບໍ່ສະບາຍ, ນໍ້າມູກຍ້ອຍ
  • ວັນທີ 21 ເມສາ 2021: ໄປກັກໂຕຢູ່ສູນຫຼັກ 27 ແລະ
  • ວັນທີ 21-23 ເມສາ 2021: ບໍ່ໄດ້ໄປໃສ ກັກຕົວຢູ່ບ້ານ

ກໍລະນີຢັ້ງຢືນທີ 167 – 247

ບໍ່ມີຂໍ້ມູນ

ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 153,075 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 247 ຄົນ

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ