Monday, March 24, 2025

ລາວ ຮຽນອອນລາຍດ້ວຍໂປຣແກຣມຫຍັງແນ່ ?

ໃນຊ່ວງທີ່ການລະບາດຂອງເຊື້ອໄວຣັດໂຄວິດ-19 ເພີ່ມຫຼາຍຂຶ້ນແບບນີ້ ທາງລັດຖະບານເອງກໍໄດ້ມີມາດຕະການຫຼາຍຢ່າງອອກມາ ແລະໜຶ່ງໃນນັ້ນກໍ່ເປັນການໃຫ້ນັກຮຽນ, ນັກສຶກສາ ຮຽນອອນລາຍ ທັງນີ້ເພື່ອບໍ່ໃຫ້ມີແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເພີ້ມຂຶ້ນ

ການຮຽນອອນລາຍ ກໍ່ເປັນອີກໜຶ່ງສິ່ງທີ່ທຸກຄົນໃຫ້ຄວາມສົນໃຈແລະມີຄຳຖາມຂຶ້ນມາວ່າ ຮຽນຈັງໃດ, ຮຽນແບບໃດ, ແລ້ວຄູກັບອາຈານເດ ຈະສອນແບບໃດ ແລະ ໃຊ້ຫຍັງຮຽນ

Zoom Cloud Meeting ເປັນໂປຣແກຣມປະຊຸມອອນລາຍ ຫຼື ຈັດສອນອອນລາຍໄດ້ ສາມາດໃຊ້ງານໄດ້ງ່າຍໆ ຕໍ່ໃຫ້ບໍ່ເຄີຍໃຊ້ງານກໍ່ສາມາດໃຊ້ງານໄດ້ຢ່າງໄວ ເຂົ້າຮ່ວມຮຽນອອນລາຍໄດ້ທຸກບ່ອນ ແລະ ທຸກອຸປະກອນ ທັງໂທລະສັບ ຫຼື ຄອມພິວເຕີ້ ຮັບຮອງຄວາມຕ້ອງການຂອງຜູ້ໃຊ້ງານໄດ້ຄົບຮອບດ້ານ

ໃນການໃຊ້ໂປຣແກຣມອາຈານສາມາດສ້າງຫ້ອງແລ້ວໃຫ້ສອນ ເພື່ອໃຫ້ນັກຮຽນເຂົ້າຫ້ອງສອນຂອງຕົວເອງໄດ້ ແລະຍັງສາມາດແຊຮໜ້າຈໍໃຫ້ກັບລູກຫ້ອງທີ່ເຂົ້າມາເບິ່ງການສອນໄດ້ເລີຍ ມີຟັງຊັນຫຼາກຫຼາຍຊະນິດໃຫ້ເລືອກໃຊ້ ບໍ່ວ່າຈະເປັນ fillter, background ແລະອີກຍັງມີອີກຫຼາຍຫຼາຍລູກຫຼິ້ນ

Google Classroom ເປັນໂປຣແກຣມທີ່ລວມ Google ເອກະສານ ແລະ Google ໄວ້ນຳກັນ ເພື່ອໃຫ້ອາຈານສາມາດສ້າງ ແລະ ສັງລວມລາຍງານຫຼືວຽກບ້ານຈາກນັກຮຽນໂດຍທີ່ບໍ່ຕ້ອງເປືອງເຈ້ຍ

ໃນ Google Classroom ອາຈານສາມາດສ້າງງານ ຫຼືກິດຈະກຳ ໃນຊັ້ນຮຽນຕ່າງໆ ແລະເລືອກວ່າຈະໃຫ້ນັກຮຽນເຮັດກິດຈະກຳແບບໃດຕົວຢ່າງ (ເຮັດກິດຈະກຳເປັນບຸກຄົນເອກະສານຂອງໃຜຂອງມັນ ຫຼື ກິດຈະກຳກຸ່ມໃນ ໄຟເອກະສານດຽວກັນກໍ່ໄດ້) ເຊິ່ງອາຈານສາມາດຮູ້ໄດ້ວ່າ ນັກຮຽນຜູ້ໃດເຮັດແລ້ວ ຫຼື ຍັງບໍ່ໄດ້ເຮັດ

True VROOM ເປັນອີກໜຶ່ງໂປຣແກຣມທີ່ຊ່ວຍໃຫ້ການປະຊຸມ ຫຼື ການຮຽນອອນລາຍງ່າຍຂຶ້ນ ຜ່ານລະບົບອອນລາຍກໍ່ສາມາດເຮັດໄດ້ທຸກຢ່າງ ເພາະວ່າໃຊ້ໄດ້ທັງໂທລະສັບ ຫຼື ຄອມພິວເຕີ້

True VROOM ສາມາດຊ່ວຍໃຫ້ເຮົາຮຽນແບບອອນລາຍໄດ້ ມີທັງແບບ Video & Voice Confernce, ສຳລັບອາຈານສອນ ຫຼືຜູ້ບັນຍາຍສາມາດແຊຮໜ້າຈໍວີດີໂອຂອງຕົນເອງ ເພື່ອເປັນໂຕຫຼັກໃນການນຳສະເໜີສິ່ງຕ່າງໆ ໃຫ້ກັບຜູ້ທີ່ເຂົ້າຮ່ວມເບິ່ງໄດ້

True VROOM ສາມາດຊ່ວຍໃຫ້ເຮົາຮຽນແບບອອນລາຍໄດ້ ມີທັງແບບ Video & Voice Confernce, ສຳລັບອາຈານສອນ ຫຼືຜູ້ບັນຍາຍສາມາດແຊຮໜ້າຈໍວີດີໂອຂອງຕົນເອງ ເພື່ອເປັນໂຕຫຼັກໃນການນຳສະເໜີສິ່ງຕ່າງໆ ໃຫ້ກັບຜູ້ທີ່ເຂົ້າຮ່ວມເບິ່ງໄດ້

ສອນອອນລາຍໂດຍໃຊ້ OBS Studio

ໂປຣແກຣມ OBS Studio ຫຼື Open Broadcaster Software Studio ເປັນໂປຣແກຣມແບບເປີດ ໃຊ້ງານສຳລັບຖ່າຍທອດສົດ Live Stream ໂດຍຜ່ານສື່ສັງຄົມອອນລາຍຕ່າງໆ ແລະບັນທຶກເປັນວີດີໂອໄວ້ໃນຄອມພິວເຕີ້ ຜູ້ໃຊ້ສາມາດໂຫລດມາໃຊ້ໄດ້ຟີ ແລະປະຍຸກໃຊ້ໄດ້ຫຼາຍຢ່າງເຊັ່ນ: ສະຕີມເກມ, ການອ່ານຂ່າວ ແລະການຈັດການຮຽນການສອນອອນລາຍ

ເຊິ່ງວ່າ OBS ເປັນໂປຣແກຣມເປີດໃນຊ່ອງທາງຊື່ອອນລາຍຕ່າງໆໂດຍການໄລ້ສົດ ແນ່ນອນວ່າຜູ້ຄົນສາມາດເຂົ້າໄປຮັບຟັງການສອນໄດ້ເປັນຈຳນວນຫຼາຍ

ຄັງປັນຍາລາວ ເປັນໂປຣແກຣມໄວ້ເບິ່ງປຶ້ມແບບຮຽນ ຫຼືຄູ່ມືຄູ ຕັ້ງແຕ່ຊັ້ນອະນຸບານໄປຈົນເຖິງຊັ້ນມັດຖະຍົມ ເຊິ່ງຈະມີຫຼາກຫຼາຍວິຊາໃຫ້ເລືອກເຊັ່ນ: ຟີຊິກ,​ ເຄມີ, ຊີວະ, ປະຫວັດສາດ, ພູມສາດ ແລະວິຊາອື່ນໆອີກ ຊຶ່ງໃນຊ່ວງການແຜ່ລະບາດຂອງເຊື້ອໂຄວິດ-19 ແບບນີ້ລັດຖະບານໄດ້ມີມາດຕະການຢ່າງເຂັ້ມງວດ ແລະປະກາດໃຫ້ນັກຮຽນພາກັນຮຽນອອນລາຍ ນັກຮຽນທຸກຄົນສາມາດຮຽນເຂົ້າໄປເລືອກເບິ່ງປຶ້ມ ຫຼືບົດຮຽນຕ່າງໆໃນລະດັບຊັ້ນຂອງຕົວເອງ ແລະຍັງສາມາດດາວໂຫລດມາໄວ້ເບິ່ງແບບ offline ໄດ້ອີກດ້ວຍ

ນອກຈາກນີ້, ຍັງມີການສົ່ງວຽກບ້ານ ຫຼື ກິດຈະກຳທີ່ອາຈານໃຫ້ເຮັດ ບໍ່ວ່າຈະເປັນ Word, PowerPoint ແລະ ຮູບພາບຕ່າງໆ ສາມາດສົ່ງໂດຍຜ່ານແພດຟອມວອດແອັບ

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.