Monday, January 20, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 12 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຄະນະສະເພາະກິດຂັ້ນເມືອງ ລົງຊຸກຍູ້ວຽກງານຕ້ານແລະສະກັດກັ້ນໂຄວິດ-19 ທີ່ເມືອງປະທຸມພອນ



ຄະນະສະເພາະກິດຂັ້ນເມືອງ ນໍາໂດຍ ທ່ານ ບຸນຖອງ ສຸພາວົງ ຮອງເຈົ້າເມືອງໆປະທຸມພອນ ພ້ອມຄະນະ ໄດ້ລົງມອບເຄື່ອງຮັບໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ເຊິ່ງມີຜ້າອັດປາກ-ດັງ 8 ແກັດ ມີຈໍານວນ 7.600 ອັນ ແລະ ນໍ້າດື່ມ ເພື່ອນໍາໄປມອບໃຫ້ແພດ-ໝໍ ແຈກຢາຍໃຫ້ຊຸມຊົນຫຼືກຸ່ມສ່ຽງ

ພ້ອມທັງຮຽກຮ້ອງໃຫ້ໃຫ້ອຳນາດການປົກຄອງທຸກຂັ້ນກວດກາຕາມຈຸດຕ່າງໆ, ກວດກາບຸກຄົນເຂົ້າ-ອອກ ແລະເນັ້ນໃຫ້ທຸກໆຄົນໃນສັງຄົມ ຕ້ອງໄດ້ມີສ່ວນຮ່ວມເປັນເຈົ້າການເພີ່ມທະວີເອົາໃຈໃສ່ເຜົ້າລະວັງນຳກັນຕື່ມອີກ…ອ່ານຕໍ່

ໂຮງຮຽນ ປະຖົມພູຄໍາ ເມືອງວິລະບູລີ ອະນຸຍາດໃຫ້ກຸ່ມກັກໂຕກຸ່ມທຳອິດ ອອກຈາກສູນແລ້ວ



ທາງຄະນະສະເພາະກິດຂັ້ນເມືອງ ໄດ້ອະນຸຍາດໃຫ້ຜູ້ທີ່ໄດ້ກັກຕົວຄົບ 14 ວັນ ແລ້ວໄດ້ອອກຈາກສູນ ແລະຕ້ອງໄປສືບຕໍ່ກັກຕົວເອງຢູ່ບ້ານເຮືອນຂອງໃຜລາວອີກຈໍານວນ 14 ວັນ

ປະຈຸບັນ, ມີຈໍານວນຜູ້ເຂົ້າກັກຕົວທັງໝົດຈໍານວນ 62 ຄົນ (ຍິງ 17 ຄົນ) ແລະ ຜູ້ໄດ້ຮັບອະນຸຍາດໃຫ້ອອກຈາກສູນກັກກັນໃນຊຸດທີ 1 ນີ້ແມ່ນມີຈໍານວນທັງໝົດ 21 ຄົນ, ຍັງກັກຕົວຢູ່ໃນສູນ 41 ຄົນ, ທ່ານ ເຈົ້າເມືອງ ວິລະບູລີ ກໍ່ໄດ້ໃຫ້ກຽດໂອ້ລົມກ່ຽວກັບການປ້ອງກັນຕົວເອງ ແລະມາດຕະການຕ່າງໃຫ້ທຸກຄົນ…ອ່ານຕໍ່

ເມືອງອາດສະພອນ ໄດ້ຮັບການຊ່ວຍເຫຼືອຈາກຫຼາຍພາກສ່ວນ ເຂົ້າໃນວຽກງານປ້ອງກັນການລະບາດໂຄວິດ-19



ໂດຍປະກອບມີ ປະເພດນຳ້ດື່ມ ຈຳນວນ 100 ແພັກ, ຜ້າອັດປາກ 1 ແກັດ, ເຈວລ້າງມື 4 ກ່ອງ, ລວມມູນຄ່າທັງໝົດ 2 ລ້ານກວ່າກີບ

ເຊິ່ງວ່າການຊ່ວຍເຫຼືອດັ່ງກ່າວແມ່ນຈະໄດ້ໄປມອບຕໍ່ໃຫ້ກັບບັນດາຄະນະສະເພາະກິດຂັ້ນເມືອງ ທີ່ປະຕິບັດໜ້າທີ່ວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ຕາມຈຸດຕ່າງໆຂອງຢ່າງທົ່ວເຖິງ…ອ່ານຕໍ່

ເຈົ້ານະຄອນໄກສອນ ພົມວິຫານ ລົງຕິດຕາມການຈັດວຽກງານຂອງຄະນະສະເພາະກິດ



ຄະນະພັກອຳນາດການປົກຄອງບ້ານ ຜູ້ຊີ້ນຳກຸ່ມບ້ານ ໄດ້ຈັດຕັ້ງການໂຄສະນາ ໃນແຕ່ລະວັນໄດ້ 3 ຄັ້ງ ໂດຍນຳໃຊ້ລົດຮຸ່ນໄດ, ລົດກະບະ, ລົດສາມລໍ້ ລົງໂຄສະນາ ແນະນຳໃຫ້ປະຊາຊົນໃຊ້ຊິດຢູ່ພາຍໃນບ້ານເຮືອນຂອງຕົນ, ຫ້າມເດີນທາງອອກນອກຖ້າບໍ່ຈຳເປັນ

ໄດ້ຕັ້ງຈຸດກວດກາລາດຕະເວນລະຫວ່າງບ້ານຕໍ່ບ້ານ ແລະ ເສັ້ນທາງຫຼວງເຊັ່ນ: ເສັ້ນທາງເລກ9, ເສັ້ນທາງA1, ແລະ ຂໍ້ຫຍຸ້ງຍາກຍັງມີປະຊາຊົນຈຳນວນໜຶ່ງ ຍັງບໍ່ເຂົ້າໃຈຕໍ່ວຽກງານການສະກັດກັ້ນ, ຍັງມີການລັກຂາຍເຄື່ອງ ພ້ອມຍັງສະເໜີເອົາອຸປະກອນມາຮັບໃຊ້ໃນວຽກງານ ໂດຍສະເພາະເຈວລ້າງມື, ຜ້າອັດປາກ-ດັ່ງ ແລະ ເຄື່ອງແທກອຸ່ນນະພູມ…ອ່ານຕໍ່

ຄະນະອະນຸກຳມະການປຸກລະດົມໂຄສະນາ ຍັງສືບຕໍ່ລົງໂຄສະນາປ້ອງກັນ ແລະ ຕ້ານພະຍາດໂຄວິດ-19

ສືບຕໍ່ຕ້ານພະຍາດໂຄວິດ-19 ຢູ່ກຸ່ມ 4 ແລະກຸ່ມ 5 ປະກອບມີ15 ບ້ານເຊັ່ນ: ບ້ານພີນທອງ,ຫ້ວຍແຮ່,ຫຼັກ25,ຫົວແຊ,ປາກຫ້ວຍ,ລົມສັກໃຕ້ ແລະບ້ານອື່ນໆ ໄດ້ນຳໃຊ້ພາຫະນະພ້ອມຕິດຕັ້ງໂທລະໂຄ່ງໃນການໂຄສະນາກ່ຽວກັບຜົນຮ້າຍ,ມາດຕະການແລະວີທີປ້ອງກັນຕ່າງໆ

ພ້ອມນັ້ນຍັງໄດ້ແຈກຍາຍຜ້າອັດປາກ-ດັງ ແລະເຈວລ້າງມືໃຫ້ກຳລັງ ປ.ກ.ຊ – ປ.ກ.ສ ຕາມຈຸດກວດກາຂອງແຕ່ລະບ້ານ ພ້ອມທັງຊຸກຍູ້ອຳນາດການປົກຄອງບ້ານໂຄສະນາຊ່ວຍຜ່ານໂທລະໂຄ່ງປະຈຳບ້ານ…ອ່ານຕໍ່

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: