Saturday, April 26, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 12 ພຶດສະພາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ກະຊວງແຜນການ ແລະ ການລົງທຶນເລັ່ງຊ່ວຍເຫຼືອບັນດາຫົວໜ່ວຍທຸລະກິດທີ່ໄດ້ຮັບຜົນກະທົບ



ເຊິ່ງກ່ຽວກັບການຊ່ວຍເຫຼືອ ຫຼື ການຊອກຫາວິທີຫຼຸດຜ່ອນຜົນກະທົບທີ່ບັນດາຫົວໜ່ວຍທຸລະກິດໄດ້ຮັບຈາກພະຍາດໂຄວິດ-19 ສໍາລັບນະໂຍບາຍດ້ານການເງິນຕໍ່ກັບຜູ້ລົງທຶນ ຜູ້ດໍາເນີນທຸລະກິດທີ່ເສຍອາກອນກໍາໄລຕາມລະບົບການຖືບັນຊີທີ່ມີການຂາດທຶນໃນປີ, ໂດຍມີການຢັ້ງຢືນຈາກອົງການກວດ ສອບບັນຊີ ຫຼື ບໍລິສັດກວດສອບບັນຊີເອກະລາດ ແລະ ມີການຮັບຮູ້ຈາກຂະແໜງການ​ສ່ວຍສາອາກອນ ແມ່ນມີສິດຍົກເງິນຂາດທຶນດັ່ງກ່າວ ໄປຫັກອອກຈາກກໍາໄລຂອງປີຖັດໄປພາຍໃນເວລາຫ້າປີຕິດຕໍ່ກັນ

ສ່ວນທຸລະກິດກ່ຽວກັບການປູກຝັງ, ລ້ຽງສັດ ທີ່ຂາດທຶນຍ້ອນເກີດພະຍາດລະບາດ ຫຼື ໄພພິບັດຈາກ ທໍາມະຊາດມີສິດຍົກເງິນຂາດທຶນດັ່ງກ່າວ ໄປຫັກອອກຈາກກໍາໄລຂອງປີຖັດໄປ ບໍ່ເກີນ 10 ປີ…ອ່ານຕໍ່

ລັດຖະບານຍັງອະນຸຍາດການລົງທຶນເປັນປົກກະຕິເຖິງແມ່ນວ່າຈະມີມາດຕະການຕ້ານການແຜ່ລະບາດພະຍາດໂຄວິດ-19



ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຮູ້ວ່າການຈັດຕັ້ງປະຕິບັດວຽກງານສົ່ງເສີມການລົງທຶນແມ່ນຍັງດໍາເນີນໄປຕາມກົນໄກປົກກະຕິ, ໄດ້ນໍາໃຊ້ລະບົບອອນລາຍ ເຂົ້າມາຊ່ວຍໃນການຈັດກອງປະຊຸມທາງໄກ ແລະ ຈໍາກັດຈໍານວນຜູ້ເຂົາຮ່ວມລົງເພື່ອຮັກສາໄລຍະຫ່າງ, ສ່ວນນະໂຍບາຍສະໜັບສະໜູນການລົງທຶນ

ເພື່ອສືບຕໍ່ຊຸກຍູ້ການດໍາເນີນທຸລະກິດ ກໍຄື ການອະນຸຍາດການລົງທຶນ ຢູ່ ສປປ ລາວ ໃຫ້ເປັນປົກກະຕິທາງກະຊວງ ຜທ ໄດ້ມີການຈັດຕັ້ງປະຕິ ບັດດັ່ງນີ້: ໄດ້ສືບຕໍ່ຊຸກຍູ້ໃຫ້ບັນດາວິສາຫະກິດຕ່າງໆ ໃຫ້ຈັດຕັ້ງປະຕິບັດຕາມຄໍາສັ່ງ ແລະ ແຈ້ງການຂອງ ພາກສ່ວນກ່ຽວຂ້ອງໄດ້ວາງອອກ, ພ້ອມທັງຊຸກຍູ້ໃຫ້ບັນດາວິສາຫະກິດດັ່ງກ່າວໃຫ້ສາມາດດໍາເນີນກິດຈະການຂອງຕົນເອງໄດ້…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.