Monday, June 23, 2025
Kbank Laos โอน รับ จ่าย

ຂ່າງເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 31 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຄະນະສະເພາະກິດລົງຊຸກຍູ້ສະກັດກັ້ນໂຄວິດ-19 ຢູ່ເມືອງລ້ອງຊານ ແຂວງໄຊສົມບູນ



ທ່ານ ພັທ ບຸນທັນ ອິນທະວົງ, ຫົວໜ້າຫ້ອງການກອງບັນຊາການປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ, ກອງເລຂາຄະນະສະເພາະກິດ ຂັ້ນແຂວງ ໄດ້ຮັບຟັງການລາຍງານກ່ຽວກັບມາດຕະການສະກັດກັ້ນພະຍາດໂຄວິດ-19 ຂອງເມືອງ

ໄດ້ລົງຕິດຕາມ ແລະ ເຝົ້າລະວັງກຸ່ມຄົນ-ບຸກຄົນ ທີ່ມີຄວາມສ່ຽງ ເພື່ອນຳເຂົ້າສູນຈຳກັດບໍລິເວນ ຂອງເມືອງ ຫຼື ຈຳກັດຢູ່ເຮືອນ, ຢູ່ທີ່ພັກພາອາໄສ ແລະ ສວນ ທັງໝົດ 22 ຄົນ, ເຊິ່ງຄະນະສະເພາະກິດ ຂັ້ນແຂວງ ໄດ້ນຳເອົາປັດໄຈເປັນເງິນ ຈຳນວນ 15 ລ້ານກີບ ມາມອບໃຫ້ ຄະນະສະເພາະກິດ ເມືອງລ້ອງຊານ…ອ່ານຕໍ່

ປກສ ແຂວງສະຫວັນນະເຂດ ກັກຕົວຜູ້ຖືກຫາຄ້າຢາເສບຕິດ 2 ຄົນ



ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງ ສະຫວັນນະເຂດ ເຂົ້າຈັບກຸມເປົ້າໝາຍ ຄ້າ-ຂາຍ ຢ່າ ເສບຕິດ,ຢູ່ທີ່ຂອບເຂດ ບ້ານ ຫຼັກ 35 ເມືອງ ຈໍາພອນ ແຂວງ ສະຫວັນນະເຂດ

ເຊິ່ງຜູ້ຖືກຫາມີທັງໝົດ 2 ຄົນຄື: ທ້າວ ສຸກສາຄອນ (ໂຕ້) ສັນຊາດ ລາວ ອາຍຸ 35 ປີ ອາຊີບ ເຮັດນາ (ນ້ອງເຂີຍ) ແລະ ນາງ ສີຝອງ ກົມມະເສັງ ສັນຊາດ ລາວ ອາຍຸ 39 ປີ ພ້ອມຂອງກາງຢາບ້າ ຈຳນວນ 99 ມັດ ເທົ່າກັບ 198,000 ເມັດ ແລະຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່…ອ່ານຕໍ່

ຜົ້ງສາລີ ມອບເງິນຊ່ວຍເຫຼືອ 1 ຮ້ອຍລ້ານກີບ ໃຫ້ແຂວງດຽນບ່ຽນ ສສ ຫວຽດນາມ



ເຊິ່ງໄປມອບໃຫ້ກັບອົງການປົກຄອງແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19

ມອບໂດຍທ່ານ ຄຳເພັດ ຈິດປັນຍາ ຫົວໜ້າພະແນກການຕ່າງເທດແຂວງຜົ້ງສາລີ ແລະ ຕາງໜ້າຝ່າຍຫວຽດນາມ ເຊັນຮັບໂດຍທ່ານ ຢາງ ຈ໋ອງບີງ ຮອງປະທານຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມແຂວງດຽນບ່ຽນ…ອ່ານຕໍ່

ປະຊາຊົນບ້ານຫາດຄີບ ໄດ້ນໍາໃຊ້ນໍ້າດຶ່ມສະອາດຢ່າງເປັນທາງການແລ້ວ



ໂຄງການສາທິດນໍ້າດື່ມສະອາດ ສາມາດດື່ມໄດ້ເລີຍ ຢູ່ບ້ານຫາດຄີບ ເມືອງງອຍ ແຂວງຫຼວງພະບາງ ເຊິ່ງຈຸດປະສົງເພື່ອພັດທະນາເສດຖະກິດທ້ອງຖິ່ນ ເສີມຂະຫຍາຍປະຊາຊົນທ້ອງຖິ່ນ

ໄດ້ອຸປະຖໍາເຄື່ອງອຸປະກອນຜະລິດນໍ້າສະອາດຈໍານວນ 11 ຊຸດ ໃຫ້ແກ່ບ້ານຫາດຄີບ ແລະ ບັນດາບ້ານອ້ອມຂ້າງ ແລະໄດ້ປັບປຸງສະພາບການໃຊ້ນໍ້າຂອງບ້ານຫາດຄີບ ແກ້ໄຂບັນຫານໍ້າບໍ່ພຽງພໍ ນໍ້າດື່ມບໍ່ສະອາດ ນໍ້າລາຄາແພງເປັນຕົ້ນ, ເພື່ອຮັບປະກັນຄວາມປອດໄພການໃຊ້ນໍ້າ ແກ່ປະຊາຊົນບ້ານປະມານ 900 ຄົນ ແລະ ຄູອາຈານນັກຮຽນປະມານ 1000 ຄົນ…ອ່ານຕໍ່

ສະພາການຄ້າ ແລະອຸດສະຫະກໍາ ຖວາຍເຄື່ອງ ອຸປະໂພກ-ບໍລິໂພກ ໃຫ້ວັດບູຣົມມະນາຖະ ໄຊຍະຣາມ



ເພື່ອປະກອບສ່ວນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ສະພາການຄ້າ ແລະ ອຸດສະຫະກໍາ ແຂວງສາລະວັນ ຮ່ວມກັບ ສະພາການຄ້າ-ອຸດສະຫະກໍາ ເມືອງວາປີ ໄດ້ນໍາເອົາເຄື່ອງອຸປະໂພກ ແລະ ເຄື່ອງບໍລິໂພກ ຖວາຍໃຫ້ວັດບູຣົມມະນາຖະ ໄຊຍະຣາມ ວັດບ້ານວາປີ ເມືອງວາປີ ແຂວງສາລະວັນ

ເຊິ່ງເຄື່ອງທີ່ນໍາມາຖວາຍ ໃນຄັ້ງນີ້ປະກອບມີ: ຜ້າອັດປາກ-ອັດດັງ, ເຈວລ້າງມື, ໝີ່, ໄຂ່ໄກ່, ນໍ້າດື່ມ ລວມມູນຄ່າທັງໝົດ 8,500,000 ກີບ…ອ່ານຕໍ່

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.