Saturday, February 15, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 1 ມິຖຸນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

9 ແຂວງໃນລາວ ໄດຮັບການຊ່ວຍເຫຼືອທາງການແພດເຂົ້າໃນວຽກງານໂຄວິດ ຈາກ ສສ ຫວຽດນາມ



ເຄື່ອງທີ່ໄດ້ຮັບໃນຄັ້ງນີ້ປະກອບມີ ເຄື່ອງຊ່ວຍຫາຍໃຈແບບເຄື່ອນທີ່ 18 ເຄື່ອງ, ຜ້າປິດປາກ-ດັງການແພດ 4 ຊັ້ນ 54 ແກັດ, ຜ້າປິດປາກ-ດັງ ຊະນິດແພຝ້າຍ 22 ແກັດ ແລະ ນໍ້າຢາລ້າງມື 750 ແກັດ ລວມມູນຄ່າທັງໝົດ 2 ຕື້ 785 ລ້ານກວ່າດົງ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19

ຈຳນວນເຄື່ອງດັ່ງກ່າວໄດ້ມອບຊ່ວຍເຫຼືອໃຫ້ 9 ແຂວງຂອງ ສປປ ລາວ ຄື: ແຂວງຫົວພັນ, ຊຽງຂວາງ, ໄຊສົມບູນ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ ເຊິ່ງແຕ່ລະແຂວງໄດ້ຮັບເຄື່ອງຊ່ວຍຫາຍໃຈ ແຂວງລະ 2 ເຄື່ອງ, ຜ້າປິດປາກ-ດັງ ການແພດແຂວງລະ 6 ແກັດ, ຜ້າປິດປາກ-ດັງ ແພຝ້າຍແຂວງລະ 2 ແກັດ ແລະ ເຈວລ້າງມືແຂວງລະ 83 ແກັດ…ອ່ານຕໍ່

ປະຊາຊົນ ໄດ້ຮ່ວມກັນສ້າງຂະບວນການອອກແຮງງານສ້ອມແປງ ເສັ້ນທາງ 14 B



ທີ່ເສັ້ນທາງບ້ານໂນນດີ ກຸ່ມ 4 ໜອງແຕ້ ເມືອງຈຳປາສັກ ໄດ້ສະມາຄີຮ່ວມແຮງຮ່ວມໃຈກັນກັບ ອຳນາດການປົກຄອງຂັ້ນກຸ່ມ,ບ້ານ,ພໍ່ແມ່ປະຊາຊົນທັງ 3 ບ້ານ,ກອງຮ້ອຍ 523 ໄດ້ສ້ອມແປງເສັ້ນທາງທີ່ຂາດຢູ່ຈຸດບ້ານໂນນດີ ທີ່ເພ້ໃນຊ້ວງຝົນຕົກໃນທ້າຍເດືອນກ່ອນ

ເຊິ່ງມີ ທ່ານ ສີແພງ ດວງຊາ ຮອງເລຂາພັກເມືອງຈຳປາສັກ ຜູ້ຊີ້ນຳກຸ່ມ ບ້ານທີ 4 ໜອງແຕ້ ພ້ອມທັງທ່ານເລຂາຄະນະພັກຮາກຖານກຸ່ມ 4 ໜອງແຕ້ ໄດ້ນຳພາ ອຳນາດການປົກຄອງທັງ 3 ບ້ານ, ກອງຮ້ອຍ 523 ແລະ ພໍ່ແມ່ປະຊາຊົນໄດ້ພ້ອມພຽງກັນ…ອ່ານຕໍ່

ແຂວງຈຳປາສັກ ໄດ້ຮັບການຊ່ວຍເຫຼືອ 12,486 ໂດລາ ຈາກ ມູນນິທິ ຊື່ຈີ ເຂົ້າໃນວຽກງານໂຄວິດ-19



ມູນນິທິ ຊື່ຈີ ສປ.ຈີນ ໃຫ້ການຊ່ວຍເຫຼືອດ້ານ ເຄື່ອງມື ອຸປະກອນການແພດ ເຊິ່ງມີ: 1.DISPOSABLE ISOLATION GOWNS 1,600 PCS; 2.SINGLE-USE PROTECTIVE CLOTHING FOR MEDICAL NW 9kgs 1,520 PCS; 3.SINGLE-USE PROTECTIVE CLOTHING FOR MEDICAL NW 11kgs 1,520 PCS; 4.DISPOSABLE SHOE COVER 6,400 PCS; 5.MEDICAL CAP 6,000 PCS; 6.FACE SHIELD 600 PCS; 7.NON-CONTACT INFRARED THERMOMETER 50 PCS ໃຫ້ແຂວງຈຳປາສັກ

ທັງໝົດນີ້ກໍເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດ ພະຍາດໂຄວິດ-19 ແຂວງຈໍາປາສັກ ແລະ ທ່ານເຈົ້າແຂວງຈຳປາສັກ ກໍໄດ້ສະແດງຄວາມຂອບໃຈ ທ່ານປະທານ ພ້ອມດ້ວຍ ສະມາຊິກຂອງ ມູນນິທິ ຊື່ຈີ ສປ ຈີນ…ອ່ານຕໍ່

ພະແນກ ກປຂ ແຂວງເຊກອງ ມອບແນວພັນພືດຜັກ, ອຸປະກອນແລະຢາປາບສັດຕູພືດໃຫ້ 4 ເມືອງ



ມອບແນວພັນພືດຜັກ, ວັດຖຸອຸປະກອນ ແລະຢາປາບສັດຕູພືດ ໃຫ້ຫ້ອງການກະສິກໍາ ແລະປ່າໄມ້ 4 ຕົວເມືອງ ຊຶ່ງປະກອບມີ: ຊຸດປ້ອງກັນຕົວ 20 ຊຸດ, ແວ່ນຕາ 20 ອັນ, ໜ້າກາກ 20 ອັນ, ຊົບມື 20 ຄູ່, ເກີບໂບກ 20 ຄູ່, ຈັກຊີດຢາ 20 ໜ່ວຍ, ບັ້ງຊີດຢາ ຂະໜາດ 16 ລິດ 10 ໜ່ວຍ, ຢາປາບສັດຕູພືດ Detamethrin2,5% 200 ລິດ, ຢາປາບສັດຕູພືດ Cypemethrin4,5% 200 ລິດ

ເຊິ່ງໄດ້ນໍາມາມອບຕໍ່ໃຫ້ຫ້ອງການກະສິກຳ ແລະປ່າໄມ້ເມືອງລະມາມ, ທ່າແຕງ, ເມືອງກະລຶມ ແລະເມືອງດາກຈຶງ ປະກອບມີ: ຈັກຊີດຢາ ມອບໃຫ້ເມືອງລະ 3 ໜ່ວຍ, ບັ້ງຊີດຢາປ້ອງກັນສັດຕູພືດ ມອບໃຫ້ເມືອງລະ 2 ໜ່ວຍ ພ້ອມອຸປະກອນປ້ອງກັນຄົບຊຸດ, ສ່ວນແນວພັນພືດຜັກສວນຄົວ ມອບໃຫ້ເມືອງລະ 6.700 ຊອງ…ອ່ານຕໍ່

ການນໍາເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີປູກຕົ້ນໄມ້ໃຫ້ເປັນປ່າ



ໂດຍການເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍບັນດາທ່ານການນໍາຂອງແຂວງ ແລະ ເມືອງ ເຊິ່ງປີນີ້ແມ່ນປູກໄມ້ໃຫ້ເປັນຮົ່ມຕົ້ນໄມ້ໃຫຍ່ມີຈໍານວນ 40 ຕົ້ນ ແລະ ໄມ້ແຕ້ຂ່າ ມີທັງໝົດ 60 ຕົ້ນ

ປູກໄມ້ປະດັບເພື່ອຄວາມສວຍງາມ ເຮັດໃຫ້ອັດຕາການປົກຫຸ້ມຂອງປ່າໄມ້ກວມເອົາ 70% ຂອງເນື້ອທີ່ທັງໝົດ,ປີນີ້ເມືອງອຸທຸມພອນມີແຜນປູກຕົ້ນໄມ້ໃຫ້ໄດ້ 175 ເຮັກຕາ…ອ່ານຕໍ່

ເມືອງໂຂງ ຈັດພິທິປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ



ປະຊາຊົນຊາວເມືອງໂຂງເຫັນໄດ້ຄວາມສຳຄັນຂອງປ່າໄມ້, ເພີ່ມຄວາມປົກຫຸ້ມເນື້ອທີ່ປ່າໄມ້ໃຫ້ໄດ້ 70% ໃນປີ 2025, ໃນປີ 2021 ເມືອງໂຂງໄດ້ຮັບແຜນແບ່ງປັນການຜະລິດເບ້ຍໄມ້ຈຳນວນ 75.120 ເບ້ຍ, ໃນນີ້ ລັດຜະລິດ 5.120 ເບ້ຍ, ບໍລິສັດ 60 ພັນເບ້ຍ, ປະຊາຊົນຜະລິດ 10 ພັນເບ້ຍ, ແຜນແບ່ງປັນການປູກໄມ້ຈຳນວນ 23 ເຮັກຕາ ແລະ ຟື້ນຟູປ່າ 320 ເຮັກຕາ

ປັດຈຸບັນຫ້ອງການກະສິກຳ-ປ່າໄມ້ເມືອງສາມາດຜະລິດເບ້ຍໄມ້ຈຳນວນ 7.304 ເບ້ຍ, ມີ 8 ຊະນິດເບ້ຍໄມ້ຄື: ໄມ້ອຸດສາຫະກຳ ໄມ້ດູ່ 1.520 ເບ້ຍ, ໄມ້ຂະຍູງ 1.352 ເບ້ຍ, ໄມ້ແຕ້ຂ່າ 2.529 ເບ້ຍ, ໄມ້ຍາງ 53 ເບ້ຍ, ໄມ້ປະດັບ ໄມ້ອິນທະນິນ 230 ເບ້ຍ, ໄມ້ທອງອຸໄລ 120 ເບ້ຍ, ໄມ້ຫວດ 1.400 ເບ້ຍ ແລະ ໄມ້ຈຳປາ 100 ງ່າ…ອ່ານຕໍ່

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.