Thursday, November 13, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 3 ມິຖຸນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເຊກອງ ສືບຕໍ່ມາດຕະການປ້ອງກັນໂຄວິດ-19 ເພາະຍັງມີກຸ່ມຄົນທີ່ຖືເບົາບໍ່ປະຕິບັດ



ແຂວງເຊກອງ ຍັງສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍສືບຕໍ່ປິດການເດີນທາງເຂົ້າ-ອອກແຂວງຮອດວັນທີ 4 ມິຖຸນາ 2021 ແລະໃຫ້ທຸກຄົນເປັນເຈົ້າການນຳກັນໃນການຮັກສາຄວາມສະອາດ

ຂະນະດຽວກັນ ກໍໄດ້ຕັ້ງຈຸດກວດຄັດກອງຊອກຫາກໍລະນີສົງໃສ ແລະຜູ້ທີ່ເດີນທາງມາຈາກຕ່າງແຂວງຢູ່ເຂດເຊື່ອມຕໍ່ລະຫວ່າງແຂວງເຊກອງກັບແຂວງຈໍາປາສັກ, ເຂດເຊື່ອມຕໍ່ແຂວງເຊກອງກັບແຂວງສາລະວັນ ແລະເຂດເຊື່ອມຕໍ່ລະຫວ່າງແຂວງເຊກອງກັບແຂວງອັດຕະປືລວມມີ 5 ຈຸດ…ອ່ານຕໍ່

ການນໍາເມືອງໂພນທອງ ແຂວງຫຼວງພະບາງ ຮ່ວມປູກຕົ້ນໄມ້ ແລະ ປ່ອຍສັດນໍ້າສັດປາ



ການນໍາເມືອງໂພນທອງແຂວງຫຼວງພະບາງ ໄດ້ຮ່ວມປູກຕົ້ນໄມ້ ແລະປ່ອຍສັດນໍ້າສັດປາ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດທີ່ຜ່ານມາ ຕົ້ນໄມ້ທີ່ນໍາມາປູກຄັ້ງນີປະກອບມີ ຕົ້ນຄູນ, ໄມ້ດູລາຍ, ຕົ້ນກາກະເລົ່າ, ຕົ້ນຟາງແດງ ແລະປ່ອຍປາສູ່ແຫ່ຼງນໍ້າທຳມະຊາດຄັ້ງນີ້ ປະກອບມີປານິນ, ປາກີນຫຍາ, ປາປາກ,ປາໄນ ຈຳນວນ 80,000 ໂຕ

ພ້ອມນີ້ ຍັງໄດ້ສະໜອງເບ້ຍໄມ້ໃຫ້ໝາກໃຫ້ໂຮງຮຽນບ້ານດອນເງີນ ແລະບ້ານວັງປ່ານ ແລະໃຫ້ປະຊາຊົນປູກ ຈຳນວນ 150 ເບ້ຍ, ສະໜອງເບ້ຍໄມ້ອຸດສາຫາກຳ,ໄມ້ປະດັບຈຳນວນ 470 ເບ້ຍປູກລຽບແຄມທາງລົດແຕ່ເທດສະບານເມືອງຫາບ້ານວັງປ່ານ ແລະບ້ານວັງປ່ານຫາບ້ານດອນເງີນໄລຍະທາງ 6 ກິໂລແມັດ…ອ່ານຕໍ່

ເມືອງໄຊພູທອງ ຈັດພິທີປູກຕົ້ນໄມ້ ເພື່ອຄືນຄວາມອຸດົມສົມບຸນໃຫ້ທຳມະຊາດ



ຈຸດປະສົງໃນການຈັດພິທີປູກຕົ້ນໄມ້ໃນຄັ້ງນີ້ກໍ່ເພື່ອເປັນການສ້າງສະຕິໃຫ້ຮັກຫອມແລະຄຸ້ມຄອງ ປົກປັກຮັກສາປ່າໄມ້ທຳມະຊາດແລະສິ່ງແວດລ້ອມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ

ເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ມີຈຳນວນ 400 ເບ້ຍ ,ໃນນັ້ນ ເບ້ຍໄມ້ແຕ້ຂ່າ300ເບ້ຍ ແລະ ເບ້ຍໄມ້ອື່ນໆອີກ100ເບ້ຍເຊິ່ງປູກໃນເນື້ອທີ່0,8ເຮັກຕາ ເບ້ຍໄມ້ຈຳນວນດັ່ງກ່າວແມ່ນຫ້ອງການກະສິກຳປ່າໄມ້ເມືອງເປັນຜູ້ສະໜອງໃຫ້…ອ່ານຕໍ່

ກອງບັນຊາການທະຫານແຂວງສະຫວັນນະເຂດ ຈັດກິດຈະກຳປູກເບ້ຍໄມ້



ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດພິທີປູກເບ້ຍໄມ້ຊະນິດຕ່າງໆຢູ່ຂອບເຂດກອງຜະລິດກະສິກຳທະຫານແຂວງ ຈຸດປະສົງການປູກເບ້ຍໄມ້ຄັ້ງແມ່ນເປັນປູກຈິດສຳນຶກໃຫ້ນາຍແລະພົນທະຫານຮັບຮູ້ຄຸນຄ່າຂອງທຳມະຊາດຕໍ່ການດຳລົງຊີວິດປະຈຳວັນຂອງສິ່ງທີ່ມີຊີວິດໃນໂລກຖ້າຫາກຂາດທຳມະຊາດ

ເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ປະກອບມີ:ເບຍໄມ້ອຸດສະຫະກຳຄື:ເບ້ຍ ໄມ້ດູ,ໄມ້ແຕ້ຂ່າແລະເບ້ຍໄມ້ຍູງ,ເບ້ຍໄມ້ກະສິກຳປະກອບມີ:ເບ້ຍໝາກມ່ວງ,ໝາກມີ້,ໝາກຟ້າວແລະໜໍ່ໄມ້ລ້ຽງໜໍ່ລວມທັງໝົດ 500 ກ່ວາເບ້ຍ ເຊິ່ງມີເນື້ອທີ່ດິນປູກຝັງຈຳນວນ 4 ເຮັກຕາ…ອ່ານຕໍ່

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.