ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 4 ມິຖຸນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເຈົ້າເມືອງເມືອງກວັນ ແຂວງຫົວພັນ ລົງຊຸກຍູ້ຊາວກະສິກອນ ຜູ້ປູກກາເຟ ຢູ່ບ້ານໜອງແຫວນ



ເຈົ້າເມືອງໆກວັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຊຸກຍູ້ຊາວກະສິກອນຜູ້ປູກກາເຟ ບ້ານໜອງແຫວນ ເມືອງກວັນ ແຂວງຫົວພັນ ໄດ້ຮັບການສະໜັບສະໜູນ ແລະ ສະໜອງແນວພັນເບ້ຍກາເຟ ຈາກໂຄງການພັດທະນາເພື່ອທົດແທນ ການປູກຝິ່ນ

ຂັ້ນຕອນຂອງການປູກນັ້ນແມ່ນປູກຕາມການແນະນຳເຕັກ ນິກ ແລະ ວິທີການປູກຈາກວິຊາການຂອງຂະແໜງການກ່ຽວຂ້ອງ, ມາຮອດປີ 2019 ກໍສາມາດເກັບກູ້ຜົນລະປູກໄດ້ 3 ໂຕນ ເປັນກາເຟ ໝາກແດງ ຂາຍສົ່ງອອກດ້ວຍລາຄາກິໂລລະ 2.700 ກີບ, ຕົກເປັນເງິນທັງໝົດ 8 ລ້ານກວ່າກີບ, ມາຮອດປີ 2020-2021 ນີ້ ສາມາດເກັບກູ້ກາເຟໝາກແດງໄດ້ທັງໝົດ 33 ໂຕນ ຂາຍສົ່ງອອກ ເປັນເງິນທັງໝົດ 89 ລ້ານກວ່າກີບ…ອ່ານຕໍ່

ປະຊາຊົນເມືອງທ່າແຂກ ອະນາໄມລວມ ເພື່ອສະເຫຼີມສະຫຼອງວັນສິ່ງແວດລ້ອມ



ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຮ່ວມກັບ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງທ່າແຂກ ແລະ ຄະນະພັກຮາກຖານໃນແຕ່ລະກຸ່ມບ້ານ ໄດ້ນຳພາພໍ່ແມ່ປະຊາຊົນໃນຈຳນວນ 91 ບ້ານທົ່ວເມືອງທ່າແຂກ

ເຊິ່ງກິດຈະກຳໃນການອະນາໄມຄັ້ງນີ້ ແມ່ນປະກອບມີ ເກັບຂີ້ເຫຍື້ອ, ກະໂປະ, ກະປ໋ອງ, ຖາງປ່າທີ່ຮົກເຮື້ອຕາມແຄມສາຍທາງ ພາຍໃຕ້ຄຳຂວັນ “ຮ່ວມແຮງ ຮ່ວມໃຈກັນ ຟື້ນຟູລະບົບນິເວດ” ແລະ ເພື່ອເປັນການປູກຈິດສຳນຶກ ເຮັດໃຫ້ພໍ່ແມ່ປະຊາຊົນ ໄດ້ມີສ່ວນຮ່ວມໃນການ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ…ອ່ານຕໍ່

ແຂວງຫຼວງພະບາງ ສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດແລະວັນສິ່ງແວດລ້ອມໂລກ



ແຂວງຫຼວງພະບາງ ໄດ້ເປີດຂະບວນການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະວັນສິ່ງແວດລ້ອມໂລກ ປະຈໍາປີ 2021 ຄົບຮອບ 49 ປີ ໂດຍພາຍໃຕ້ຄໍາຂັວນ “ຮ່ວມແຮງຮ່ວມໃຈກັນ ຟື້ນຟູລະບົບນິເວດ”

ພ້ອມນັ້ນກໍໃຫ້ເອົາໃຈໃສ່ການຂະຫຍາຍພື້ນທີ່ສີຂຽວ, ເນື້ອທີປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70 ສ່ວນຮ້ອຍ ຂອງເນື້ອທີ່ທົ່ວປະເທດ ພ້ອມທັງມອບໃບຢັ້ງຢືນດີເດັ່ນດ້ານການຈັດຕັ້ງ ສີຂຽວສະອາດງາມຕາໃຫ້ກັບ 5 ພະແນກການ 18 ໂຮງຮຽນ 1 ບ້ານ ພາຍໃນເທດສະບານນະຄອນ-ຫຼວງພະບາງ…ອ່ານຕໍ່

5 ປີຕໍ່ໜ້າແຂວງ ສະຫວັນນະເຂດຈະສູ້ຊົນພັດທະນາວຽກງານຫລາຍດ້ານເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂື້ນ



ເພື່ອສືບຕໍ່ນຳພາພັດທະນາແຂວງ ສະຫວັນນະເຂດເຮັດໃຫ້ແຕ່ລະເມືອງຮັ່ງມີຂື້ນ,ປະຊາຊົນມີວຽກເຮັດງານທຳ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030

ໂດຍມີເປົ້າໝາຍສູ້ຊົນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ຈີດີພີ ຈະບັນລຸ 31ພັນ887,7ຕື້ກີບໃນນັ້ນ ຂະແໜງກະສິກຳ ເພີ່ມຂື້ນ 3,9% , ຂະແໜງອຸດສາຫະກຳ ເພີ່ມຂື້ນ 9,6% ຂະແໜງບໍລິການເພີ່ມຂື້ນ 8,2% ສະເລ່ຍໃສ່ພົນລະເມືອງໄດ້ 28,05ລ້ານກີບຫລືເທົ່າກັບ 3,153ໂດລາສະຫະລັດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...