Sunday, November 2, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 18 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ສສ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອທາງການແພດ ໃຫ້ແຂວງສາລະວັນແລະແຂວງເຊກອງ

ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ໄດ້ປະກອບສ່ວນເຄື່ອງຊ່ວຍເຫຼືອ ປະເພດອຸປະກອນການແພດ ໃຫ້ກັບອົງການປົກຄອງແຂວງສາລະວັນ ເຊິ່ງປະກອບມີຄື: ຊຸດແພດ PPE ປະກອບມີ: ໂສ້ງ, ເສື້ອ, ໝວກ, ຜ້າອັດປາກ-ດັງ, ແວ່ນຕາ ແລະຖົງມື ຈຳນວນ 2.000 ຊຸດ, ຜ້າອັດປາກ-ອັດດັງ ຈຳນວນ 2.000 ກັບ, ເຄື່ອງວັດແທດອຸນຫະພູມແບບສຳຜັດ 50 ເຄື່ອງ, ຖົງມືການແພດ 2.000 ຄູ່ ແລະ ນ້ຳຢາລ້າງມືປະເພດແຫ້ງ ຈຳນວນ 2.000 ຂວດ ລວມເປັນມູນຄ່າ 500 ລ້ານດົ້ງ ແລະ ມອບໃຫ້ແຂວງເຊກອງ ລວມມູນຄ່າ 300 ລ້ານດົ້ງ

ພ້ອມທັງໄດ້ຕີລາຄາສູງເຖີງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການມືຮ່ວມມືຮອບດ້ານ ບໍ່ວ່າທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ…ອ່ານຕໍ່

ແຂວງສາລະວັນ ຕັ້ງເປົ້າສ້າງມູນຄ່າເພີ່ມ ໃນ 5 ປີຕໍ່ໜ້າໃຫ້ໄດ້ 29,140 ກວ່າຕື້ກີບ

ປີ 2021-2025 ແຂວງສາລະວັນ ໄດ້ວາງຄາດໝາຍການຂະຫຍາຍຕົວເສດຖະກິດສະເລ່ຍ 7% ຕໍ່ປີ, ແລະສ້າງມູນຄ່າເພີ່ມຕາມລາຄາໃນແຕ່ລະປີ ລວມ 5 ປີ ໃຫ້ໄດ້ປະມານ 29,140 ກວ່າຕື້ກີບ, ໃນນັ້ນກະສີກໍາປ່າໄມ້ເພີ່ມຂື້ນສະເລ່ຍ 3,5%, ອຸດສະຫະກຳເພີ່ມຂື້ນໂດຍສະເລ່ຍ 10,1% ແລະການບໍລິການເພີ່ມຂື້ນສະເລ່ຍ 9,4%

ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຄົນໃຫ້ໄດ້ 12 ລ້ານກີບຂື້ນໄປ ແລະຄາດຄະເນລາຍຮັບງົບປະມານທັງໝົດ 838 ຕື້ກີບຂື້ນໄປ ກວມເອົາ 3% ຂອງGDP ສະເພາະລາຍຮັບຂອງແຂວງ 555 ຕື້ກີບ, ໃນນັ້ນຮັບຈາກສວຍສາອາກອນ 512 ຕື້ກີບ, ຮັບຈາກການຄຸ້ມຄອງຊັບສິນຂອງລັດ 42 ຕື້ກີບ, ຮັບຈາກຄຸ້ມຄອງວິສາຫະກິດ 1 ຕື້ກີບ ແລະຄາດຄະເນລາຍຈ່າຍທັງໝົດ 2,430 ຕື້ກີບ…ອ່ານຕໍ່

ບ້ານໂຄກສະຫວ່າງ ແລະ ບ້ານໂພນສັງ ເມືອງຍົມມະລາດ ຈະໄດ້ນຳໃຊ້ຂົວແຫ່ງໃໝ່ໃນລະດູແລ້ງທີ່ຈະມາເຖິງນີ້

​ເມືອງຍົມມະລາດ ສືບຕໍ່ເອົາໃຈໃສ່ປັບປຸງລະບົບພື້ນຖານໂຄງລ່າງ ໂດຍສະເພາະການສ້ອມແປງ ບັນດາເສັ້ນທາງ ຫຼັກ ທີ່ນອນຢູ່ໃນຄວາມຮັບຜິດຊອບຂອງເມືອງ ເມືອງຍົມມະລາດ ແມ່ນພວມສຸມໃສ່ໃນການປັບປຸງ, ສ້ອມແປງ ບັນດາເສັ້ນທາງ, ຂົວທີ່ມີການເປ່ເພ

ໃນນັ້ນສິ່ງທີ່ພົ້ນເດັ່ນແມ່ນການກໍ່ສ້າງຂົວຂ້າມນໍ້າພີດ ໂດຍມີປະຊາຊົນຈຳນວນ 02 ບ້ານທີ່ຈະໄດ້ຮັບຜົນປະໂຫຍດຄື: ບ້ານໂຄກສະຫວ່າງ ແລະ ບ້ານໂພນສັງ ເຊິ່ງຂົວດັ່ງກ່າວແມ່ນເປັນຂົວປະເພດ ເບຕົ່ງປະສົມໄມ້, ມີຄວາມຍາວ 70 ແມັດ ແລະ ກວ້າງ 3,5 ແມັດ ເຊິ່ງສາມາດຮອງຮັບນ້ຳໜັກໄດ້ປະມານ 06 ໂຕ່ນ…ອ່ານຕໍ່

ເມືອງໂຂງ ແຂວງຈຳປາສັກ ສ້າງຂະບວນການອອກແຮງງານລວມ 6 ຈຸດ

ຂະບວນການອອກແຮງງານລວມພ້ອມກັນທັງໝົດ 6 ຈຸດຄື: ກຸ່ມນາຝັ່ງ, ກຸ່ມຫາດຊາຍຄູນ, ກຸ່ມກະດັນ, ຈຸດກາງໂຂງ, ຈຸດບ້ານເມືອງແສນ ແລະ ຈຸດບ້ານຫົວໂຂງ ເຊິ່ງມີແຮງງານເຂົ້າຮ່ວມຫຼາຍພັນຄົນ

ການອອກແຮງງານລວມຄັ້ງນີ້ ຫຼັງຈາກສຳເລັດແລ້ວກໍຈະໄດ້ມອບໃຫ້ອຳນາດການປົກຄອງແຕ່ລະບ້ານທີ່ຢູ່ໃນເຂດຄວາມຮັບຜິດຊອບຂອງຕົນ ໄດ້ມີການອະນາໄມຕັດສາງກິ່ງງ່າຕົ້ນໄມ້ໃຫ້ເປັນປະຈຳ, ຕໍ່ເນື່ອງ ເພື່ອເຮັດໃຫ້ສອງຂອບທາງເລກທີ 13 ໃຕ້ ກໍຄືເສັ້ນທາງເຂົ້າສູ່ເມືອງໂຂງມີຄວາມສະອາດຈົບງາມ…ອ່ານຕໍ

ໂຄງການຫຼຸດຜ່ອນຄວາມທຸກຍາກ ມອບເງິນນະໂຍບາຍໃຫ້ແມ່ຍິງຖືພາ ແລະ ມີລູກນ້ອຍອາຍຸບໍ່ເກີນ 2 ປີ

ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການໃນເຂດຊົນນະບົດ ຫລື (ລພຊ) ແຂວງອຸດົມໄຊ ມອບເງິນນະໂຍບາຍ ແກ່ຄອບຄົວທຸກຍາກຂາດເຂີນ ພາຍໃນບ້ານເປົ້າໝາຍຂອງໂຄງການ ຄື: ບ້ານນາຕອງ, ບ້ານກິວລານ, ບ້ານນາຂາມ ແລະບ້ານນ້ຳແຊ ເມືອງນາໝໍ້ ແຂວງອຸດົມໄຊ

ເຊິ່ງມີຈຳນວນ 93 ຄົນ ໄດ້ຮັບເງິນອຸດໜູນແບບມີເງື່ອນໄຂສອງເດືອນທຳອິດ ຜູ້ລະ 360.000 ກີບ ເພື່ອນຳໄປໃຊ້ຈ່າຍຊື້ອາຫານທີ່ມີຄວາມຈໍາເປັນຕໍ່ຮ່າງກາຍໃນໄລຍະຖືພາ ແລະ ມີລູກນ້ອຍ, ເປັນຄ່າເດີນທາງໄປກວດສຸຂະພາບ, ຝາກທ້ອງຕາມສະຖານບໍລິການດ້ານສາທາລະນະສຸກ…ອ່ານຕໍ່

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.