ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທິ 23 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຄໍາມ່ວນ ມີຈຳນວນງົວ-ຄວາຍ ທີ່ຕິດເຊື້ອພະຍາດຜິວໜັງອັກເສບ 6 ພັນກວ່າໂຕ

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຄໍາມ່ວນໄດ້ໃຫ້ຮູ້ວ່າ: ການລະບາດຂອງພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍປະຈຸບັນພາຍໃນແຂວງຄໍາມ່ວນແມ່ນມີການລະບາດຫຼາຍ , ໄວ ແລະ ແຜ່ລາມອອກເປັນບໍລິເວນກວ້າງ

ການລະບາດຂອງພະຍາດໄດ້ແຜ່ລາມກວມເອົາ 08 ຕົວເມືອງ, ມີ 140 ບ້ານ , ມີຈໍານວນສັດທີ່ຕິດເຊື້ອທັງໝົດ 6.013 ໂຕ ໃນນັ້ນມີງົວຈໍານວນ 6.005 ໂຕ , ຄວາຍຈໍານວນ 08 ໂຕ , ປິ່ນປົວດີຈໍານວນ 4.276 ໂຕ ໃນນັ້ນມີງົວຈໍານວນ 4.274 ໂຕ , ຄວາຍຈໍານວນ 02 ໂຕ , ຈໍານວນສັດທີ່ຕາຍຍ້ອນພະຍາດມີຈໍານວນ 67 ໂຕ , ໃນນັ້ນມີຈໍານວນ 64 ໂຕ , ຄວາຍຈໍານວນ 03 ໂຕ…ອ່ານຕໍ່

ຊາວໜຸ່ມໂຮງຮຽນກິນນອນ ຂົນເຜົ່າແຂວງ ຈັດຕັ້ງກອງທຶນພັດທະນາຊາວໜຸ່ມ ແນ່ໃສ່ແກ້ໄຂຄວາມທຸກຍາກ

ທີ່ກອງປະຊຸມໃຫ່ຍຄັ້ງທີ I ຂອງຮາກຖານຊາວໜຸ່ມໂຮງຮຽນ ສາມັນກີນນອນ ຊົນເຜົ່າແຂວງ ໄດ້ໃຫ້ຮູ້ວ່າ ການຈັດຕັ້ງກອງທຶນພັດທະນາຊາວໜຸ່ມຂື້ນເພື່ອແນ່ໃສ່ແກ້ໄຂຄວາມທຸກຍາກຂອງສະມາຊີກຊາວໜຸ່ມແລະພະນັກງານພາຍໃນໂຮງຮຽນເປັນຕົ້ນແມ່ນສະມາຊີກຊາວໜຸ່ມປູກຜັກຂາຍເຂົ້າເຮືອນຄົວແລະຂາຍຍ່ອຍອອກສູ່ຕະຫລາດ 8000 ກິໂລ

ລ້ຽງໝູຂາຍເຂົ້າເຮືອນຄົວໄດ້ 2000ກິໂລ,ເປັນເງິນ 60ລ້ານກີບ ແລະລ້ຽງແບ້ປັດຈຸບັນມີແບ້ທັງໝົດ 46 ໂຕ ແລະຍັງມີພິທີມອບນາມມະຍົດໃບຢັ້ງຢືນ 4 ບຸກຄັ້ງທິ II ໃຫ້ແກ່ຮາກຖານຊາວໜຸ່ມໂຮງຮຽນສາມັນກີນນອນຊົນເຜົ່າແຂວງ…ອ່ານຕໍ່

ຊາວກະສິກອນເມືອງແກ້ວອຸດົມແຂວງວຽງຈັນ ປູກພືດເປັນສິນຄ້າລື່ນຄາດໝາຍ

ຫົວໜ້າໝ່ວຍງານປູກຝັງຫ້ອງການກະສິກຳ ແລະ ປ່າໄມ້ເມືອງແກ້ວອຸດົມແຂວງວຽງຈັນໄດ້ໃຫ້ຮູ້ວ່າ: ປະຈຸບັນນີ້ການປັກດຳ ແລະ ນາຫວ່ານແມ່ນໄດ້ສຳເລັດໄປແລ້ວ 50 ສ່ວນຮ້ອຍໃນເນື້ອທີ່ແຜນການນາປີທັງໝົດ1.400 ເຮັກຕາ

ຖ້າທຽບໃສ່ປີຜ່ານມາແມ່ນໄດ້ຕາມຄາດໝາຍທີ່ວາງໄວ້ໃນຈຳນວນ 1400ເຮັກຕາ, ສາເຫດຍ້ອນດິນຟ້າອາກາດໄດ້ເອື້ອອຳນວຍ,ເຮັດໃຫ້ຝົນຕົກເປັນປົກກະຕິ ແລະ ຊາວກະສິກອນໃນທົ່ວເມືອງແມ່ນໄດ້ເອົາໃຈໃສ່ປູກພືດເປັນສີນຄ້າໃນເນື້ອທີ່ 1.022 ເຮັກຕາ ຖ້າທຽບໃສ່ປີຜ່ານມາແມ່ນໄດ້ລື່ນຄາດໝາຍ…ອ່ານຕໍ່

ບໍ່ແກ້ວ ໄຂກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ຕິດພັນກັບວຽກງານ 3 ສ້າງ

ສູນກາງພັກ,ລັດຖະບານ ແລະ ທົ່ວອົງຄະນະພັກແຂວງບໍ່ແກ້ວ ເວລາໃດກໍ່ຍືດໝັ້ນສະເໝີຕົ້ນສະເໝີປາຍ ການຫັນລົງກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານຖືເປັນໜ້າທີ່ຍຸດທະສາດທັງເປັນວຽກງານບູລິມະສິດສໍາຄັນຂອງທົ່ວພັກລັດ ແລະ ທົ່ວສັງຄົມ

ຖືສຳຄັນ ແລະ ເອົາໃຈໃສຕໍ່ກັບການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ລົບລ້າງຄວາມທຸກຍາກ, ຖືເອົາວຽກນີ້ເປັນວຽກຍຸດທະສາດ, ເປັນວຽກທີ່ເຮັດເປັນປະຈຳຕໍ່ເນື່ອງ ແລະ ເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ…ອ່ານຕໍ່

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...