Sunday, November 2, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 30 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຈໍາປາສັກ ຮັບການຊ່ວຍເຫຼືອອຸປະກອນການແພດ ຈາກນະຄອນຊົງຊິ້ງ ສປ ຈີນ

ນະຄອນຊົງຊິ້ງ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ໄດ້ມອບ ຜ້າອັດປາກ-ດັງ ຈຳນວນ 2 ແສນອັນ ແລະ ຊຸດປ້ອງກັນການຕິດເຊື້ອ ຫຼື ຊຸດ PPE ຈໍານວນ 1 ໝື່ນຊຸດ ລວມມູນຄ່າການຊ່ວຍເຫຼືອ 2 ຕື້ກວ່າກີບ ໃຫ້ ແຂວງຈໍາປາສັກ ເພື່ອປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ-19

ການຊ່ວຍເຫຼືອຄັ້ງ​ນີ້ ມີຄວາມໝາຍຄວາມສຳຄັນຫຼາຍຕໍ່ສາຍພົວພັນມິດຕິພາບ, ການຮ່ວມມື ແລະ ການຊຸກຍູ້ຊ່ວຍເຫຼືອໂດຍຕະຫຼອດມາ ຕໍ່ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໃຫ້ນັບມື້ແໜ້ນແຟ້ນ ຂຶ້ນເລື້ອຍໆ…ອ່ານຕໍ່

ເມືອງ ລະຄອນເພັງ ສ້າງຂະບວນການປູກຕົ້ນໄມ້ ທີ່ປ່າສະຫງວນແຫ່ງຊາດພູຊຽງທອງ

ທ່ານ ທອງ ຈັນທະວົງ ເຈົ້າເມືອງໆລະຄອນເພັງ, ພ້ອມດ້ວຍຄະນະນໍາ ໄດ້ຮ່ວມກັນສ້າງຂະບວນການປູກຕົ້ນໄມ້ ເພື່ອຟື້ນຟູ ແລະຄືນຄວາມສົມບູນໃຫ້ປ່່າໄມ້ ຢູ່ເຂດສະຫງວນແຫຼ່ງທ່ອງທ່ຽວ ຖໍ້າສະເງາະ ປ່າສະຫງວນແຫ່ງຊາດພູຊຽງທອງຢ່າງເປັນຂະບວນຟົດຟື້ນ

ເຂດຖຳສະເງາະ ແມ່ນຫ່າງຈາກແຫຼ່ງທ່ອງທ່ຽວ 4.000 ຂຸມບ້ານທ່າ ປະມານ 10 ກິໂລແມັດ ສໍາລັບເບ້ຍໄມ້ທີ່ນໍາມາປູກແມ່ນມີໄມ້ແຕ້ຄ່າ 150 ເບ້ຍ ແລະໄມ້ກະຖິນນາລົງ 100 ເບ້ຍລວມທັງໝົດມີ 250 ເບ້ຍ…ອ່ານຕໍ່

ເຈົ້າແຂວງຈໍາປາສັກ ລົງຊຸກຍູ້ຕິດຕາມພື້ນທີ່ ຈະສ້າງປະຕູນໍ້າ ຢູ່ທີ່ດິນບໍລິເວນນໍ້າ ຮາມຊາ ບຶງກຽດໂງ້ງເມືອງປະທຸມພອນ

ທ່ານ ປອ ວິໄລວົງ​ ບຸດດາຄໍາ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍການນໍາທີ່ກ່ຽວຂ້ອງ ໄດ້ປຶກສາຫາລືການກໍ່ສ້າງປະຕູນໍ້າ ເພື່ອພື້ນຟູ ແລະ ອະນຸລັກລະບົບນິເວດຢູ່ພື້ນທີ່ ດິນບໍລິເວນນໍ້າ ຣາມຊາບຶງກຽດໂງ້ງພາຍໃຕ້ໂຄງການ ຄຸ້ມຄອງ ແລະ ປົກປັກຮັກສາດິນບໍລິເວນນໍ້າຢູ່ຂົງເຂດອ່າງແມ່ນໍ້າຂອງຕອນລຸ່ມ (MRWP)

ທ່ານເຈົ້າແຂວງກໍ່ໄດ້ໃຫ້ທິດຊີ້ນໍາໂດຍເນັ້ນໃຫ້ຂະແໜງການທີ່ກ່ຽວຂ້ອງ ໄດ້ສືບຕໍ່ເອົາໃຈໃສ່ຫາລືເພື່ອຄວາມເປັນເອກະພາບໃຫ້ໂຄງການກໍ່ສ້າງປະຕູນໍ້າໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ…ອ່ານຕໍ່

ທົ່ວເມືອງໝື່ນແຂວງວຽງຈັນ ສຳເລັດການສອບເສັງຈົບຊັ້ນປະຖົມ ປໍ 5

ການສອບເສັງຈົບຊັ້ນປະຖົມປໍ 5 ຢູ່ເມືອງໝື່ນ ປີນີ້ ທາງຫ້ອງການ ສຶກສາທິການ ແລະ ກິລາເມືອງໝື່ນ ໄດ້ມີການອຳນວຍຄວາມສະດວກໃຫ້ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງ ໂດຍໃຫ້ມີຫຼາຍສູນສອບເສັງໃກ້ບ້ານ ກວ່າປີຜ່ານມາທັງນີ້ກໍ່ ເພື່ອລຸດຜ່ອນຄວາມແອອັດຂອງນັກຮຽນ , ເປັນການປ້ອງກັນພະຍາດລະບາດໂຄວິດ-19

ໃນສົກຮຽນປີນີ້ ທາງເມືອງໝື່ນ ກໍ່ໄດ້ຄາດຄະເນເປີເຊັນນັກຮຽນເສັງຈົບຊັ້ນປະຖົມ ປໍ5 ໃຫ້ໄດ້ 96% ຂຶ້ນໄປ ສໍາລັບມື້ປະກາດຜົນການສອບເສັງ…ອ່ານຕໍ່

ກອງບັນຊາການທະຫານ ແຂວງຫລວງນ້ຳທາ ຮ່ວມໃຈບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ

ການຈັດກິດຈະກຳບໍລິຈາກເລືອດໃນຄັ້ງນີ້ ກໍ່ເພື່ອເປັນການປຸກຈິດສຳນຶກໃຫ້ແກ່ໜ່ວຍຊາວໝຸ່ມ  ແລະ ສະມາຊິກຊາວໝຸ່ມໃນຂອບເຂດທົ່ວແຂວງ ໄດ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ ໂດຍບໍ່ຫວັງຜົນຕອບແທນ ທັງເປັນການປະກອບສ່ວນຊ່ວຍເຫລືອສັງຄົມ

ພ້ອມທັງຮຽກຮ້ອງໃຫ້ກັບສະມາຊິກຊາວໝຸ່ມ  ຈົ່ງຮ່ວມແຮງຮ່ວມໃຈກັນມາບໍລິຈາກເລືອດແບບສະໝັກໃຈ  ໂດຍບໍ່ຫວັງຜົນຕອບແທນ ເພື່ອຊ່ວຍເຫລືອເພື່ອນມະນຸດດ້ວຍກັນກໍ່ຄືຄົນທີ່ຂາດເລືອດເພື່ອຕໍ່ລົມຫາຍໃຈ…ອ່ານຕໍ່

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.