Tuesday, February 11, 2025

ຕ້ອງລອງ! ວິທີເປີດ YOUTUBE ຟັງເພງພ້ອມກັບປິດໜ້າຈໍ

ເຄີຍເປັນບໍ່ເວລາເຮົາຟັງເພງໃນແອັບອື່ນໆທີ່ບໍ່ແມ່ນ Youtube ມັກຈະບໍ່ມີເພງທີ່ເຮົາຕ້ອງການຟັງ ຫຼືອາດຈະມີເພງໜ້ອຍບໍ່ສາມາດຕອບໂຈດເຮົາໄດ້

Youtube ເປັນແອັບທີ່ມີເພງຫຼາກຫຼາຍ, ຟັງເພງຊິວໆຕອນອອກກຳລັງກາຍ ຫຼືເຮັດກິດຈະກຳຕ່າງໆ ແຕ່ວ່າມີຂໍ້ຈຳກັດກໍ່ຄືບໍ່ສາມາດເປີດ Youtube ແລ້ວປິດໜ້າຈໍໄດ້ເພາະເພງຈະຢຸດທັນທີ

ມື້ນີ້, ເຮົາຈະມາບອກວິທີທີ່ສາມາດຟັງເພງໃນ Youtube ແບບທີ່ສາມາດປິດໜ້າຈໍນຳໄດ້ ເຊິ່ງຕ້ອງປະຕິບັດດັ່ງນີ້

ເລີ່ມຕົ້ນແມ່ນໃຫ້ເປີດ Browser ບໍ່ວ່າຈະເປັນ firefox, Google Chrome ຈາກນັ້ນໃຫ້ເຂົ້າເວັບໄຊ Youtube ແລ້ວເລືອກເພງທີ່ເຮົາຕ້ອງການ > ຈາກນັ້ນກົດໄປທີ່ມີຈຸດ 3 ຈຸດຮຽງກັນຢູ່ > ແລ້ວໃຫ້ເລືອກຄຳວ່າ Desktop site > ກົດຟັງເພງແລ້ວປິດໜ້າຈໍ ກໍ່ສຳເລັດເປັນທີ່ຮຽບຮ້ອຍ

ການຫຼິ້ນ Youtube ໃນລັກສະນະນີ້ເປັນການຫຼິ້ນແບບ background Playback ເປັນການເຮັດວຽກເບື້ອງຫຼັງ ເຖິງເຮົາຈະເຮັດໄປພ້ອມໆກັນເພງກໍ່ຈະບໍ່ຢຸດ ພຽງແຕ່ວ່າຖ້າເຮົາໃຊ້ເຄື່ອງສຽງເຊັ່ນ ອັດສຽງ, ເວົ້ານຳຄົນອື່ນ ກໍຈະຢຸດຊົ່ວຄາວ ແລ້ວກັບມາຫຼິ້ນໃຫມ່

ຟັງເພງຫຼາຍກໍ່ຢ່າລືມເຊັກເບິ່ງແບັດເຕີລີ ກັບດາຕ້າອິນເຕີເນັດກັນເດີ້ ອາດຈະໝົດໃນຂະນະທີ່ທ່ານຟັງເພງກໍ່ໄດ້

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: