
ເຄີຍເປັນບໍ່ ເວລາພິມເອກະສານຢູ່ດີໆ ຫຼື ເຮັດວຽກໃດໜຶ່ງທີ່ສຳຄັນໃນໂປແກຮມ Microsoft Office: Word, Excel, Power Point ມັກຈະເກີດເຫດການບໍ່ຄາດຝັນເຊັ່ນ: ຄອມດັບ, ຄອມຄ້າງມີບັນຫາ ຫຼື ໂປແກຣມອອກເອງກໍ່ມີ ເລີຍເຮັດໃຫ້ເອກະສານທີ່ເຮົາກຳລັງເຮັດຢູ່ນັ້ນຫາຍໄປ ແລະເຮົາກໍ່ບໍ່ໄດ້ບັນທຶກໄວ້ກ່ອນທີ່ມັນຈະຫາຍ
ບໍ່ຕ້ອງເປັນຫ່ວງ ເຮົາມີເຄັດລັບດີໆມາບອກກ່ຽວກັບການກູ້ໄຟລເອກະສານທີ່ເຮົາບໍ່ໄດ້ບັນທຶກໄວ້ກັບຄືນມາ ໃຊ້ເວລາບໍ່ດົນ ແລະ ບໍ່ຫຍຸ້ງຍາກ
ຂັ້ນຕອນທີ 1: ເປີດ ໂປແກຣມ Microsoft Office: Word, Excel, Power Point

ຂັ້ນຕອນທີ 2: ກົດ “Open” ທີ່ຢູ່ເບື້ອງຊ້າຍ

ຂັ້ນຕອນທີ 3: ກົດ ” Recover Unsaved Documents” ທີ່ຢູ່ດ້ານລຸ່ມສຸດ

ຂັ້ນຕອນທີ 4: ເປັນຂັ້ນຕອນສຸດທ້າຍ ເລືອກໄຟລເອກະສານ ແລ້ວກົດ “open”

ເທົ່ານີ້ ກໍຈະສາມາດເອົາໄຟລເອກະສານທີ່ຫາຍໄປໃນຂະນະທີ່ຄອມມີບັນຫາ ຫຼືຄອມດັບກະທັນຫັນ ກັບຄືນມາໄດ້ແລ້ວ