Sunday, May 25, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 12 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ່ວ່າ:

ລັດຖະມົນຕີກະຊວງສາທາລະນະສຸກ ລົງຊຸກຍູ້ວຽກງານໂຄວິດ-19 ຢູ່ແຂວງຈໍາປາສັກ

ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມຄະນະ, ໃນໂອກາດລົງຕິດຕາມຊຸກຍູ້ ວຽກງານ ຢູ່ ແຂວງຈຳປາສັກ

ນອກຈາກ ລົງຕິດຕາມຊຸກຍູ້ຊີ້ນຳການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ແຂວງຈຳປາສັກແລ້ວ ຈະໄດ້ຮ່ວມປຶກສາຫາລື, ສ້າງຄວາມເຂັ້ມແຂງ ຂີດຄວາມສາມາດ ໃຫ້ແກ່ນັກຂ່າວ, ວິທີການອອກຂ່າວ…ອ່ານຕໍ່

ສະຫະພັນກຳມະບານ ແຂວງສະຫວັນນະເຂດ ສ້າງຂະບວນການອະນາໄມລວມຕ້ອນວັນສຳຄັນ

ໃນທ້າຍອາທິດທີ່ຜ່ານມາ ສະຫະພັນກຳມະບານແຂວງສະຫວັນນະເຂດ ຮ່ວມກັບ ກຳມະບານຮາກຖານວິທະຍາໄລໄຊສົມບັດເຕັກໂນໂລຊີ ໄດ້ມີການອອກແຮງງານອະນາໄມລວມຂຶ້ນຢ່າງເປັນຂະບວນຟົດຟື້ນ ທີ່ສວນອະນຸສອນສະຖານ ປະທານ ໄກສອນ ພົມວິຫານ

ເປັນການຮັດແໜ້ນຄວາມສາມັກຄີ ພາຍໃນ-ພາຍນອກ ທີ່ມີມາຢ່າງຍາວນານຂອງອ້າຍນ້ອງສະມາຊິກກຳມະບານທັງສອງຝ່າຍ, ຊຶ່ງໜ້າວຽກຕົ້ນຕໍຂອງການອະນາໄມລວມໃນຄັ້ງນີ້ ແມ່ນໄດ້ມີການເກັບຂີ້ເຫຍື້ອ ແລະ ຕັດຫຍ້າບໍລິເວນທີ່ຮົກເຮື້ອຕາມຈຸດຕ່າງໆ…ອ່ານຕໍ່

ກອງຮ້ອຍທະຫານຊາຍແດນ 529 ປ່ອຍພັນປາ 21.500 ທີ່ອ່າງເກັບນໍ້າພູໝາກນາວ

ທະຫານແຂວງຈຳປາສັກ ຮ່ວມກັບ ຫລາຍພາກສ່ວນ ໄດ້ຈັດພິທີປ່ອຍປາ ຂື້ນທີ່ ອ່າງເກັບນໍ້າທຳມະຊາດ ພູໝາກນາວ ກອງຮ້ອຍທະຫານຊາຍແດນ 529 ເມືອງມຸນລະປາໂມກ, ໃນໂອກາດວັນ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ

ເພື່ອເປັນການ ສ້າງຄວາມອຸດົມສົມບູນ ທາງທຳມະຊາດ ແລະ ການປະມົງແບບຢືນຍົງ ບໍ່ບົກແຫ້ງ, ເປັນການອະນຸລັກສັດນ້ຳ ແລະ ສັດປ່າ ໃຫ້ມີຄວາມອຸດົມສົມບູນ ແລະ ເພື່ອສ້າງຂະບວນການຕ້ອນຮັບ ວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ.. ອ່ານຕໍ່

ກະສີກຳ-ປ່າໄມ້ ເມືອງບາຈຽງຈະເລີນສຸກ ຝືກອົບຮົມການຜະລິດຝຸ່ນໂບມແລະວິທີຂັບໄລ່ແມງໄມ້ແບບຊິວະພາບ

ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ຈັດຊຸດການຜະລິດຝຸ່ນໂບມ,ວິທີຂັບໄລ່ແມງໄມ້ແບບຊິວະພາບ ແລະ ປູກພຶດປະສົມປະສານ (lPM) ໂດຍການນໍາໃຊ້ວັດຖຸທີ່ມີໃນທ້ອງຖີ່ນ ພາຍໃຕ້ການສະໜັບສະໜູນ ເພື່ອປັບປຸງການປົກຄອງທ້ອງຖີ່ນ

ໃນການຝຶກອົບຮົມຄັ້ງນີ້ນັກສໍາມະນາກອນໄດ້ຝຶກການນໍາໃຊ້ຄູ່ມືຜະລິດຝຸ່ນໂບມໂດຍປະຕິບັດຕາມຂັ້ນຕອນແລະວິທິໃຊ້ໃນການປະຕິບັດຕົວຈິງ ເຊິ່ງມີທັງໝົດ 4 ບ້ານຄື ບ້ານແກ້ງເກຍ,ບ້ານໂນນອຸດົມ,ບ້ານລາດບົກ,ບ້ານແກ້ງຍາວ…ອ່ານຕໍ່

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.