ປະຈຳວັນທີ 19 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:
ເມືອງທ່າແຕງ ເລັ່ງກວດກົງເຕີ້ນໍ້າ ແລະໄຟຟ້າ ຄືນໃຫມ່ ຈຳນວນ 2.002 ໜ່ວຍທົ່ວເມືອງ
ທ່ານ ໜູລາ ຢາປະລອງຮັງ ຮອງຫົວໜ້າພະແນກອຸດສະຫະກຳ – ການຄ້າແຂວງເຊກອງພ້ອມພະນັງານວິຊາການໄດ້ລົງເຄື່ອນໄຫວກວດກາວັດແທກກົງເຕີນໍ້າ ແລະ ໄຟຟ້າຢູ່ເມືອງທ່າແຕງ ແຂວງເຊກອງ ເພື່ອສະກັດກັ້ນຫາງສຽງຈົ່ມວ່າຂອງຜູ້ຊົມໃຊ້
ໄລຍະຜ່ານມາການຊົມໃຊ້ນ້ຳປະປາ ແລະ ໄຟຟ້າແມ່ນຄິດໄລ່ລາຄາເກີນຄວາມເປັນຈິງເນື່ອງຈາກການວັດແທກກົງເຕີນ້ຳ ແລະ ກົງເຕີໄຟຟ້າບໍ່ໄດ້ມາດຕະຖານ ແລະ ເກີດມີການເອົາລັດເອົາປຽບລະຫ່ວາງຜູ້ໃຫ້ບໍລິການ ແລະ ຜູ້ຊົມໃຊ້…ອ່ານຕໍ່
ປກສ ເມືອງນອງ ປະເມີນ 17 ບ້ານ ເພື່ອເປັນບ້ານທີ່ປອດຢາເສບຕິດ
ກອງບັນຊາການ ປກສ ເມືອງນອງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລື ປະເມີນ 17 ບ້ານເພື່ອເປັນບ້ານປອດຢາເສບຕິດ ສະພາບປະກົດການຫຍໍ້ທໍ້ຢູ່ພາຍໃນ 17 ບ້ານ
ເຊິ່ງແຕ່ລະບ້ານຈະຕ້ອງປະຕິບັດຄົບ 4 ມາດຖານເງື່ອນໄຂຂອງການສ້າງບ້ານປອດຢາເສບຕິດກ່ອນຈະເປັນບ້ານປອດຢາເສບຕິດຄື: ບ້ານ ທີ່ບໍ່ມີຄົນປູກຫຼື ຜະລິດປຸງແຕ່ງຢາເສບຕິດປະຕິບັດໄດ້ 100%, ບ້ານທີ່ບໍ່ມີຄົນເສບຢາເສບຕິດ 90%…ອ່ານຕໍ່
ຄະນະບໍລິຫານງານຊາວໝຸ່ມແຂວງເຊກອງ ຈັດພິທີປ່ອຍປາຄືນສູ່ທຳມະຊາດ
ປາທີ່ນຳມາປ່ອຍຄັ້ງນີ້ ປະກອບມີປາປາກ ແລະປາກິນຫຍ້າ ລວມທັງໝົດ 7.400 ກວ່າໂຕ ເພື່ອເປັນການປູກຈິດສຳນຶກໃຫ້ສະມາຊິກໄວໝຸ່ມ-ຊາວໝຸ່ມເຫັນໄດ້ຄວາມໝາຍສຳຄັນຂອງຊັບພະຍາກອນສັດນ້ຳ-ສັດປ່າ, ເພື່ອອະນຸລັກ, ປົກປັກຮັກສາ, ພັດທະນາສັດນ້ຳໃຫ້ມີຄວາມອຸດົມສົມບູນ, ມີຈຳນວນທີ່ນັບມື້ເພີ່ມຂຶ້ນ
ພ້ອມນັ້ນ ກໍໄດ້ນຳເອົາແນວພັນປາ ແລະສັດນ້າປ່ອຍລົງຕາມແຫຼ່ງນ້ຳ, ຫ້ວຍຮ່ອງ, ໜອງນ້ຳ, ແຫຼ່ງນ້ຳທຳມະຊາດທີ່ເປັນເຂດຄຸ້ມຄອງອະນຸລັກໃນວັນປ່ອຍປາແຫ່ງຊາດ 13 ກໍລະກົດຂອງທຸກໆປີ…ອ່ານຕໍ່
ເມືອງບາຈຽງຈະເລີນສຸກປ່ອຍປາ 10.000 ໂຕລົງສູ່ໜອງທຳມະຊາດ
ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດພິທີປ່ອຍປາ ແລະ ວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດຂື້ນຢູ່ທີ່ໜອງບົວຫ້ອງວ່າການປົກເມຶອງໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ອໍານວຍ ເຮືອງວົງສາ ຮອງເລຂາພັກເມືອງ ຜູ້ຊິ້ນໍາວຽກງານພັກພະນັກງານ
ເຊິ່ງການປ່ອຍປາໃນຄັ້ງນີ້ເພື່ອເປັນການປ່ອຍປາຄືນສູ່ທໍາມະຊາດ,ຫ້ວຍຮ່ອງ,ຄອງບຶງ,ແມ່ນໍ້າຕ່າງໆໃນນັ້ນໜອງປາໃນທົ່ວເມືອມີ 252ໜອງ, ຄາດຄະເນໃນປິ 2021 ແມ່ນສາມາດປ່ອຍປາໄດ້ທັງໜົດ 2,4ລ້ານ ໂຕ ນອກນັ້ນຍັງມີວັງສະຫງວນ 10 ວັງ…ອ່ານຕໍ່