Wednesday, March 19, 2025

ຄວາມເອົາໃສ່ໃຈດ້ານຟັງຊັ້ນການໃຊ້ງານ ຄວາມງົດງາມປະສານການເປັນມິດຕໍ່ສິ່ງແວດລ້ອມ ທີ່ສະທ້ອນວິທີການຄິດໃນການອອກແບບ ນຳໃຫ້ “ບຣາເດີ” ຄວ້າ 4 ລາງວັນ iF DESIGN AWARD 2021

ບຣາເດີ (Brother) ເນັ້ນໜັກປັດຊະຍາການດຳເນີນທຸລະກິດ At your side. ຍົກໃຫ້ເຫັນຄວາມໂດດເດັ່ນດ້ານຟັງຊັ້ນການໃຊ້ງານ ແລະການໃຫ້ຄວາມສຳຄັນຕໍ່ການເປັນຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມສົ່ງຜ່ານຄວາມສະຫຼາດດ້ານການອອກແບບ ຈົນສາມາດຄ້ວາ 4 ລາງວັນຈາກເວທີ iF DESIGN AWARD 2021 ການປະກວດດ້ານການອອກແບບທີ່ໄດ້ຮັບການຍອມຮັບລະດັບໂລກ ໂດຍມີຄະນະກຳມະການທີ່ມີຊື່ສຽງລະດັບນານາຊາດເພື່ອຮ່ວມຄັດເອົາຜະລິດຕະພັນທີ່ເໝາະສົມທີ່ສຸດທີ່ຈະໄດ້ຮັບລາງວັນ

ໃນຊ່ວງຫຼາຍປີທີ່ຜ່ານມາ ບຣາເດີ ໄດ້ສະແດງສັກກະຍະພາບດ້ານການອອກແບບທີ່ປານີດ ງົດງາມ ແລະໃສ່ໃຈຕໍ່ທັງລູກຄ້າ ແລະສິ່ງແວດລ້ອມ ຈົນສາມາດຄ້ວາລາງວັນ iF Design Award ມາຄອງໄດ້ສຳເລັດ 14 ຄັ້ງຕິດຕໍ່ກັນ ຈາກ 78 ຜະລິດຕະພັນອັນຊົງຄຸນຄ່າ

ໂດຍໃນປີ 2021 ບຣາເດີ ສາມາດຄ້ວາ 4 ລາງວັນມາຄອງຈາກ 4 ຜະລິດຕະພັນ ປະກອບດ້ວຍ ເຄື່ອງສະແກນ (Scanner) 4 ລຸ້ນ ໄດ້ແກ່ DS-940DW / MDS-940DW / DS-740D / DS-640,  ເຄື່ອງພິມສະຫຼາກ P-touch CUBE ລຸ້ນ PT-P910BT, ລະບົບປະຕິບັດການເຊື່ອມຕໍ່ກັບການເຮັດວຽກເຄື່ອງຈັກ (User interface of Numerical control unit Machine tools) ລຸ້ນ  CNC UI D00 ແລະ ແອັບພິເຄຊັ້ນ My Stitch Monitor ຊ່ວຍໃຫ້ສາມາດກວດສອບງານດ້ານທັງອຸປະກອນ iOS ຫຼື AndroidTM ໄດ້ໃນທຸກບ່ອນທີ່ຕ້ອງການ (Embroidery monitoring mobile application My Stitch Monitor)

ໂດຍໃນປີນີ້ມີຜົນງານທີ່ສົ່ງເຂົ້າປະກວດປະມານ 10.000 ລາຍການ ຈາກ 52 ປະເທດທົ່ວໂລກ ໂດຍ ບຣາເດີ ຈະຍັງຄົງສານຕໍ່ຄວາມພະຍາຍາມຢ່າງຕໍ່ເນື່ອງໃນການປັບປຸງຄຸນນະພາບການອອກແບບ ແລະນະວັດຕະກຳຜະລິດຕະພັນ ເພື່ອສົ່ງມອບຄຸນຄ່າທີ່ເໜືອກວ່າໃຫ້ແກ່ລູກຄ້າຄວບຄູ່ໄປກັບການຫ່ວງໃຍສິ່ງແວດລ້ອມເພື່ອຄວາມຢັ້ງຢືນຢ່າງສົມດຸນ

ທັງນີ້ ການປະກວດ iF DESIGN AWARD ຖືກຈັດຂຶ້ນໂດຍ iF-International Forum Design ໃນຮັນໂນເວີ ປະເທດເຢຍລະມັນ ຊຶ່ງຖືເປັນໜຶ່ງໃນການແຂ່ງຂັນດ້ານການອອກແບບລະດັບນານາຊາດທີ່ມີຊື່ສຽງທີ່ສຸດລາຍໜຶ່ງຂອງໂລກ ແລະເລີ່ມດຳເນີນມາຕັ້ງແຕ່ປີ 1953 ໄດ້ຮັບການຍອມຮັບຈາກທົ່ວໂລກເພາະບໍ່ພຽງແຕ່ຕັດສິນຈາກຮູບລັກສະນະພາຍນອກຂອງຜະລິດຕະພັນເທົ່ານັ້ນ ແຕ່ຍັງພິຈາລະນາຈາກເກນຕ່າງໆ ເຊັ່ນ ຟັງຊັ້ນການເຮັດວຽກແລະປະສິດທິພາບດ້ານສິ່ງແວດລ້ອມອີກດ້ວຍ

ເບິ່ງຂໍ້ມູນຕື່ມ ໄດ້ທີ່ :

https://www.brother.co.th/th-th

https://www.facebook.com/BrotherLaos/

ຜະລິດຕະພັນທີ່ໄດ້ຮັບລາງວັນ iF DESIGN AWARD 2021

ເຄື່ອງສະແກນ (Scanner) 4 ລຸ້ນ: DS-940DW / MDS-940DW / DS-740D / DS-640

ເຄື່ອງພິມສະຫຼາກ P-touch CUBE ລຸ້ນ PT-P910BT

ລະບົບປະຕິບັດການເຊື່ອມຕໍ່ກັບການເຮັດວຽກເຄື່ອງຈັກ (User interface of Numerical control unit Machine tools) ລຸ້ນ  CNC UI D00

ແອັບພິເຄຊັ້ນ My Stitch Monitor

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.