Thursday, January 23, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 3 ສິງຫາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຮອງເຈົ້າແຂວງຫຼວງພະບາງ ລົງຊ່ວຍເຫຼືອປະຊາຊົນເມືອງງອຍ ທີາໄດ້ຮັບຜົນກະທົບຈາກໄພພິບັດ

ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ທັງເປັນຫົວໜ້າຄະນະກຳມະການຄວບຄຸມໄພພິບັດຂັ້ນແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ນໍາເຂົ້າສານ 6 ໂຕນ ແລະເງິນສົດ 2.500.000 ກີບ ແຈກຍາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ຢູ່ບັນດາບ້ານຂອງເມືອງງອຍ

ທ່ານ ສົມສະນິດ ແກ່ນມະນີ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງຄະນະກຳມະການຄວບຄຸມໄພພິບັດຂັ້ນແຂວງ ທີ່ໄດ້ຍາດແຍ່ງເອົາການຊ່ວຍເຫຼືອມາໃຫ້ປະຊາຊົນ ແລະຈະນຳເອົາເຄື່ອງຊ່ວຍເຫຼືອໃນຄັ້ງນີ້ໄປແຈກຍາຍໃຫ້ປະຊາຊົນໃຫ້ທົ່ວເຖິງ…ອ່ານຕໍ່

ສາທາລະນະສຸກແຂວງສາລະວັນ ຢັ້ງຢືນຂ່າວລືແຮງງານລັກອອກຈາກສູນ ບໍ່ແມ່ນຄວາມຈິງ

ທ່ານ ດຣ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງ ຮອງຫົວໜ້າຄະນະສະເພາະກິດໂຄວິດ-19 ແຂວງສາລະວັນ ໄດ້ຊີ້ແຈງ ໃນຄັ້ງວັນທີ 2 ສິງຫານີ້ ໃຫ້ຮູ້ວ່າ: ກໍລະນີ ທີ່ມີຜູ້ໃຊ້ເຟສບຸກສ່ວນຕົວ ເຜີຍແຜ່ຂ່າວລົງໃນສື່ສັງຄົມອອນລາຍ ໃນຄັ້ງວັນທີ 30 ກໍລະກົດ 2021 ກ່ຽວກັບວ່າມີແຮງງານທີ່ຈຳກັດບໍລິເວນລັກອອກຈາກສູນ

ພາຍຫຼັງທີ່ໄດ້ຮັບຂໍ້ມູນດັ່ງກ່າວ ກໍໄດ້ແຈ້ງເຈົ້າໜ້າທີ່ປະຈໍາສູນ ເຄື່ອນໄຫວລາດຕະເວນ, ຕິດຕາມກວດກາສະຖິຕິຈໍານວນພົນ ຈື່ງເຫັນໄດ້ສະພາບຍັງເປັນປົກກະຕິ ແລະ ບັນດາແຮງງານທີ່ກັບມາ ກໍ່ໃຫ້ການຮ່ວມມືເປັນຢ່າງດີ…ອ່ານຕໍ່

ສະພາປະຊາຊົນແຂວງ ມອບເຄື່ອງອຸປະໂພກ ໃຫ້ແຂວງສາລະວັນ ມູນຄ່າ 3 ລ້ານກວ່າກີບ

ທີ່ສູນຈຳກັດບໍລິເວນວິທະຍາໄລຄູສາລະວັນ, ສະພາປະຊາຊົນແຂວງ ໄດ້ມອບເຄື່ອງອຸປະໂພກ ໃຫ້ແກ່ແຂວງສາລະວັນ ມູນຄ່າ 3 ລ້ານກວ່າກີບເພື່ອຮັບໃຊ້ວຽກງານປ້ອງກັນພະຍາດໂຄວິດ-19 ຢູ່ແຂວງສາລະວັນ

ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ຜ້າຫົ່ມ 50 ຜືນ, ໝອນ 50 ໜ່ວຍ ແລະສາດ 50 ຜືນ ໂດຍເປັນກຽດມອບຂອງ ທ່ານ ນາງ ສູນໄຖ ໄຊຍະແສງ ຮອງປະທານສະ​ພາປະຊາຊົນແ​ຂວງ​ ພ້ອມດ້ວຍຄະນະ…ອ່ານຕໍ່

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄຳມ່ວນສຸມໃສ່ການແກ້ໄຂພະຍາດໂຄວິດ-19

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ການນຳ ແລະຄະນະສະເພາະກິດ ຂອງແຂວງຄຳມ່ວນ ຢູ່ທີ່ເມືອງທ່າແຂກ

ໂດຍໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ການນຳຂອງແຂວງຄຳມ່ວນ ທີ່ມີຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ ໃນການຜັນຂະຫຍາຍນິຕິກຳ ກໍ່ຄືມາດຕະການ ທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ ມາເປັນນິຕິກຳຂອງຕົນ ແລະ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ, ປະຊາຊົນ ແລະ ທຸກພາກສ່ວນໃຫ້ການຮ່ວມມື ເຮັດໃຫ້ສາມາດຄວບຄຸມ ແລະ ສະກັດກັ້ນການລະບາດ ຂອງພະຍາດ ໄດ້ໃນລະດັບໜຶຶ່ງ…ອ່ານຕໍ່

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ