Monday, April 21, 2025

5 ສິ່ງທີ່ທ່ານຄວນຮູ້ກ່ຽວກັບມາດຕະຖານຊຸມຊົນຂອງ Facebook

ໃນທຸກໆມື້, ຜູ້ຄົນໃຊ້ Facebook ເພື່ອແບ່ງປັນປະສົບການຂອງຕົວເອງ, ເຊື່ອມຕໍ່ກັບໝູ່ເພື່ອນ ແລະ ຄອບຄົວ ລວມທັງສ້າງຊຸມຊົນ. ພວກເຮົາເປັນບໍລິການທີ່ໃຫ້ຜູ້ຄົນຫຼາຍກວ່າສາມຕື້ຄົນ ໄດ້ສະແດງຕົວຕົົນຂອງເຂົາເຈົ້າຢ່າງອິດສະຫຼະ ຢູ່ລະຫວ່າງຫຼາຍໆປະເທດ, ວັດທະນະທຳ ແລະ ພາສາ.

ເພື່ອຮັບປະກັນວ່າແພັດຟອມຂອງພວກເຮົາເປັນສະຖານທີ່ທີ່ຜູ້ຄົນຮູ້ສຶກໝັ້ນໃຈໃນການສື່ສານແລະປ້ອງກັນການນໍາໃຊ້ທີ່ຜິດຫຼືການລ່ວງລະເມີດເທິງການບໍລິການຂອງພວກເຮົາ ເພື່ອສ້າງຊຸມຊົນທີ່ປອດໄພແລະໃຫ້ກຽດເຊິ່ງກັນແລະກັນສຳລັບທຸກຄົນ, Facebook ໄດ້ ພັດທະນາມາດຕະຖານຊຸມຊົນ ຂຶ້ນມາເຊິ່ງກຳນົດເນື້ອຫາທີ່ອະນຸຍາດ ແລະ ບໍ່ອະນຸຍາດໃນ Facebook.

5 ສິ່ງທີ່ທ່ານຄວນຮູ້ກ່ຽວກັບມາດຕະຖານຊຸມຊົນຂອງ Facebook ທີ່ຈະຊ່ວຍເພີ່ມຄວາມເຂົ້າໃຈໃຫ້ທ່ານກ່ຽວກັບນະໂຍບາຍຂອງ Facebook ແລະມີການເຊື່ອມຕໍ່ທີ່ປອດໄພແລະມີຄວາມໝາຍເທິງແພັດຟອມຂອງພວກເຮົາ.

  1. ມາດຕະຖານຊຸມຊົນແມ່ນຫຍັງ ແລະ ເຮົາສາມາດຮຽນຮູ້ເພີ່ມຕື່ມກ່ຽວກັບມັນໄດ້ແນວໃດ?

ເປົ້າໝາຍຂອງມາດຕະຖານຊຸມຊົນແມ່ນເພື່ອ ສ້າງສະຖານທີ່ສຳລັບການສະແດງອອກແລະເຮັດໃຫ້ສຽງຂອງທຸກຄົນມີຄວາມໝາຍ. ການສ້າງຊຸມຊົນແລະເຮັດໃຫ້ທົ່ວໂລກໄດ້ໃກ້ຊິດກັນຍິ່ງຂຶ້ນແມ່ນຂຶ້ນກັບຄວາມສາມາດຂອງທຸກຄົນໃນການແບ່ງປັນມຸມມອງທີ່ຫຼາກຫຼາຍ, ປະສົບການ, ຄວາມຄິດ, ແລະຂໍ້ມູນ. ເພື່ອສ້າງເງື່ອນໄຂທີ່ທຸກຄົນຮູ້ສຶກສະບາຍໃຈໃນການສະແດງອອກຢ່າງອິດສະຫຼະ, ພວກເຮົາຕ້ອງຮັກສາຊຸມຊົນທີ່ມີຄວາມປອດໄພ, ຄວາມເປັນສ່ວນຕົວ, ກຽດສັກສີ, ແລະ ຄວາມຖືກຕ້ອງເປັນຈິງ.

ມາດຕະຖານຊຸມຊົນຂອງ Facebook ແມ່ນໝວດໝູ່ນະໂຍບາຍທີ່ກໍານົດສິ່ງທີ່ອະນຸຍາດແລະບໍ່ອະນຸຍາດໃນ Facebook, ເຊິ່ງນະໂຍບາຍດັ່ງກ່າວມີຜົນນໍາໃຊ້ກັບທຸກໆຜະລິດຕະພັນແລະການບໍລິການຂອງ Facebook ລວມມີ Facebook, Messenger, WhatsApp, Instagram, ແລະອື່ນໆ.

ທ່ານສາມາດຮຽນຮູ້ເພີ່ມຕື່ມກ່ຽວກັບມາດຕະຖານຊຸມຊົນໄດ້ທີ່ https://www.facebook.com/communitystandards/

  1. ຂົງເຂດນະໂຍບາຍທີ່ມາດຕະຖານຊຸມຊົນກວມເອົາມີຫຍັງແດ່?

ມາດຕະຖານຊຸມຊົນຂອງພວກເຮົາກວມເອົາຂົງເຂດນະໂຍບາຍທີ່ກວ້າງເພື່ອກຳຈັດທຸກໆເນື້ອຫາທີ່ເປັນອັນຕະລາຍ – ຈາກການດູຖູກ, ການຄຸກຄາມ ແລະ ຄຳເວົ້າທີ່ກຽດຊັງ, ຈົນເຖິງຮູບພາບທີ່ຮຸນແຮງ ແລະ ໄພຂົ່ມຂູ່ທີ່ໜ້າເຊື່ອຖື ລວມໄປເຖິງ ບັນຊີປອມ, ການສໍ້ໂກງ, ແລະ ການແອບອ້າງ.

ນະໂຍບາຍຂອງພວກເຮົາແມ່ນອີງໃສ່ຄວາມຄິດເຫັນຈາກຊຸມຊົນຂອງພວກເຮົາ ແລະ ຄຳແນະນຳຂອງບັນດາຜູ້ຊ່ຽວຊານໃນຂະແໜງການຕ່າງໆເຊັ່ນ ເຕັກໂນໂລຊີ, ຄວາມປອດໄພສາທາລະນະ ແລະ ສິດທິມະນຸດ. ເພື່ອຮັບປະກັນວ່າສຽງຂອງທຸກຄົນມີຄຸນຄ່າ, ພວກເຮົາຈິ່ງເອົາໃຈໃສ່ເປັນຢ່າງຍິ່ງໃນການຮ່າງນະໂຍບາຍທີ່ປະກອບໄປດ້ວຍຄວາມຄິດເຫັນ ແລະ ຄວາມເຊື່ອທີ່ຫຼາກຫຼາຍ, ໂດຍສະເພາະຄວາມຄິດເຫັນແລະຄວາມເຊື່ອຂອງຜູ້ຄົນແລະ ຊຸມຊົນທີ່ອາດຈະຖືກເບິ່ງຂ້າມ ຫຼື ດ້ອຍໂອກາດ.

  1. ມາດຕະຖານຊຸມຊົນບັງຄັບໃຊ້ເທິງແພັດຟອມແນວໃດ?

ນະໂຍບາຍຂອງພວກເຮົາມີປະສິດທິຜົນເຊັ່ນດຽວກັບການບັງຄັບໃຊ້ຂອງພວກເຮົາ; ເຊິ່ງພວກເຮົານຳໃຊ້ຮູບການແບບປະສົມປະສານທີ່ປະກອບດ້ວຍ ການລາຍງານຈາກຊຸມຊົນຂອງພວກເຮົາ, ການກວດສອບໂດຍມະນຸດ ແລະ ເຕັກໂນໂລຊີ ເພື່ອລະບຸ ແລະ ກອດສອບເນື້ອຫາອີງຕາມມາດຕະຖານຂອງພວກເຮົາ. ທຸກສິ່ງທຸກຢ່າງເທິງ Facebook ແມ່ນສາມາດຖືກລາຍງານໄດ້ເຊັ່ນ: ເພດຈ, ປະຫວັດສ່ວນບຸກຄົນ, ໂພດສ, ຮູບພາບ, ຄຳຄິດເຫັນ – ແລະ ທຸກຄົນສາມາດລາຍງານເນື້ອຫາໃຫ້ແກ່ພວກເຮົາໄດ້ ຖ້າພວກເຂົາຄິດວ່າມັນລະເມີດມາດຕະຖານຂອງພວກເຮົາ.

ນອກຈາກການກວດສອບໂດຍມະນຸດທີ່ມີຄວາມສຳຄັນຢ່າງຍິ່ງໃນການບັງຄັບໃຊ້ມາດຕະຖານຂອງພວກເຮົາ ເຊິ່ງພາບໂດຍລວມທີ່ຢູ່ເບື້ອງຫຼັງຂອງເນື້ອຫາຕ່າງໆແມ່ນມີຄວາມສຳຄັນ (ຕົວຢ່າງ: ຄຳເວົ້າທີ່ກຽດຊັງ), ພວກເຮົາຍັງນໍາໃຊ້ປັນຍາປະດິດ ເພື່ອກວດຈັບເນື້ອຫາທີ່ມີການລະເມີດເທິງ Facebook ແລະ Instagram, ແລະພວກເຮົາມີຄວາມໝັ້ນໃຈພຽງພໍວ່າເຕັກໂນໂລຊີຂອງພວກເຮົາສາມາດລຶບເນື້ອຫາທີ່ລະເມີດມາດຕະຖານໄດ້ໂດຍອັດຕະໂນມັດ. 95% ຂອງເນື້ອຫາທີ່ກ່ຽວກັບການສ້າງຄວາມກຽດຊັງຢ່າງເປັນລະບົບ, ອາວຸດປືນ, ຮູບພາບໂປ້ເປືອຍຂອງຜູ້ໃຫຍ່ ແລະ ກິດຈະກຳທາງເພດ, ການຄ້າຂາຍຢາເສບຕິດ, ການຂ້າຕົວຕາຍ ແລະ ການທຳຮ້າຍຕົວເອງ, ບັນຊີປອມ, ການໂຄສະນາການກໍ່ການຮ້າຍ, ຮູບພາບໂປ້ເປືອຍຂອງເດັກ ແລະ ການສະແຫວງຫາຜົນປະໂຫຍດຈາກພວກເຂົາ ລວມໄປເຖິງເນື້ອຫາຮຸນແຮງທາງຮູບພາບວິດີໂອ ທີ່ພວກເຮົາລຶບອອກຈາກ Facebook ແມ່ນຖືກພົບເຫັນແບບຈິງຈັງໂດຍການນຳໃຊ້ເຕັກໂນໂລຊີ.

  1. Facebook ສາມາດກວດສອບເນື້ອຫາທີ່ເປັນພາສາລາວໄດ້ບໍ?

ພວກເຮົາມີພະນັກງານຫຼາຍກວ່າ 35,000 ຄົນ ຮັບຜິດຊອບໜ້າທີ່ດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງຢູ່ທີ່ Facebook, ເຊິ່ງໃນຈຳນວນດັ່ງກ່າວ ມີປະມານ 15,000 ຄົນ ຮັບຜິດຊອບໜ້າທີ່ດ້ານກວດສອບເນື້ອຫາ.  ທີມຂອງພວກເຮົາເຮັດວຽກ 24ຊົ່ວໂມງຕໍ່ມື້ໃນຫຼາຍກວ່າ 50ພາສາ ເພື່ອກວດສອບເນື້ອຫາທີ່ຂັດແຍ່ງກັບນະໂຍບາຍຂອງພວກເຮົາ ເຊິ່ງກວມເອົາພາສາທີ່ໃຊ້ຢ່າງກວ້າງຂວາງໃນຊຸມຊົນ, ພວກເຮົາຍັງສາມາດກວດສອບເນື້ອຫາທີ່ເປັນພາສາລາວໄດ້ອີກດ້ວຍ. ນອກຈາກນີ້, ພວກເຮົາຍັງເຮັດວຽກຮ່ວມກັບຫຼາຍຄູ່ຮ່ວມງານໃນທົ່ວໂລກເພື່ອແປ ແລະ ຂະຫຍາຍຄວາມສາມາດດ້ານພາສາໃນແຕ່ລະທ້ອງຖິ່ນ, ແລະສິ່ງສຳຄັນແມ່ນເນື້ອຫາທີ່ຖືກລາຍງານຈໍານວນຫຼາຍກໍບໍ່ຈໍາເປັນອາໄສພາສາໃນການກວດສອບ, ຕົວຢ່າງ: ການໂປ້ເປືອຍ, ກິດຈະກຳທາງເພດ, ແລະ ບັນຊີປອມ.

  1. ເປັນຫຍັງເນື້ອຫາທີ່ເຮົາລາຍງານຈຶ່ງບໍ່ຖືກລຶບອອກ?

ສິ່ງທີ່ສຳຄັນທີ່ສຸດທີ່ເຮົາສາມາດເຮັດໄດ້ເມື່ອພົບເຫັນເນື້ອຫາເທິງ Facebook ທີ່ລະເມີດມາດຕະຖານຊຸມຊົນຂອງພວກເຮົາແມ່ນການລາຍງານໂດຍນໍາໃຊ້ເຄື່ອງໝາຍ ສາມຈໍ້າ ທີ່ຢູ່ດ້ານຂວາຂອງໂພສ ແລະ ກົດເຂົ້າໄປທີ່ “ຄົ້ນຫາການສະໜັບສະໜູນ ຫຼື ລາຍງານໂພສ”. ພຽງແຕ່ລາຍງານດຽວກໍ່ພຽງພໍແລ້ວ ສຳລັບພວກເຮົາທີ່ຈະລຶບເນື້ອຫາອອກຖ້າຫາກມີການລະເມີດນະໂຍບາຍຂອງພວກເຮົາ – ພວກເຮົາບໍ່ໄດ້ລຶບເນື້ອຫາ ພຽງແຕ່ວ່າເນື້ອຫາດັ່ງກ່າວຖືກລາຍງານຈຳນວນຫຼາຍຄັ້ງ.

ບໍ່ແມ່ນວ່າທຸກເນື້ອຫາທີ່ຜູ້ຄົນຄິດວ່າບໍ່ເໝາະສົມ ຫຼື ເຮັດໃຫ້ບໍ່ພໍໃຈ ຈະລະເມີດນະໂຍບາຍຂອງພວກເຮົາ. ດັ່ງນັ້ນ, ພວກເຮົາຈຶ່ງນຳສະເໜີແນວທາງແກ່ຜູ້ຄົນໃຫ້ສາມາດປັບແຕ່ງ ແລະ ຄວບຄຸມສິ່ງທີ່ພວກເຂົາເຫັນໄດ້ໂດຍການຍົກເລີກຕິດຕາມ, ການປິດກັ້ນ ແລະ ການງົດຮັບຂ່າວສານຈາກຜູ້ຄົນຊົ່ວຄາວ ລວມໄປເຖິງການເຊື່ອງບໍ່ໃຫ້ເຫັນໂພດສ, ບຸກຄົນ ແລະ ເພຈ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.