foodpanda ໄດ້ເປີດໂຕ pandamart ຫຼື ຮ້ານສະດວກຊື້ອອນລາຍ ສາຂາທຳອິດຂອງ ປະເທດລາວ

foodpanda ໄດ້ເປີດໂຕ pandamart ຫຼື ຮ້ານສະດວກຊື້ອອນລາຍ ສາຂາທຳອິດຂອງ ປະເທດລາວ ທີ່ນະຄອນຫຼວງວຽງຈັນ ເພື່ອສົ່ງຕໍ່ເຄື່ອງໃຊ້ສອຍ ແລະ ເຄື່ອງໃຊ້ປະຈຳວັນທີ່ຫຼາກຫຼາຍໃຫ້ກັບລູກຄ້າ ຮອດປາຍທາງ ພາຍໃນ 25 ນາທີ.

pandamart ແມ່ນຮ້ານສະດວກຊື້ອອນລາຍ ທີ່ເນັ້ນສະເພາະການບໍລິການສົ່ງຢ່າງດຽວ ເຊິ່ງແຕກຕ່າງຈາກຮ້ານສະດວກຊື້ອື່ນໆ ດ້ວຍເທັກໂນໂລຢີທີ່ທັນສະໄໝ ແລະ ການນໍາໃຊ້ລະບົບທີ່ຊານສະຫຼາດໃນການຄຳນວນສະຖານທີ່ ໄລຍະທາງ ແລະ ເປັນຮ້ານສະດວກຊື້ອອນລາຍທີ່ທາງ foodpanda ບໍລິຫານເຄື່ອງໃນສາງເອງ, ດ້ວຍການຈັດວາງທີ່ເປັນລະບົບລະບຽບ ງ່າຍຕໍ່ກັບການຊອກຫາ ແລະ ຈັດແຈງອໍເດີ້ຂອງລູກຄ້າທີ່ປະຢັດເວລາ ເພື່ອນຳສົ່ງຕໍ່ໃຫ້ກັບລູກຄ້າ ພາຍໃນ 25 ນາທີ. ສິນຄ້າທີ່ວາງຈຳໜ່າຍໃນ pandamart ປະກອບມີ ເຄື່ອງໃຊ້ສອຍພາຍໃນເຮືອນ ແລະ ເຄື່ອງອຸປະໂພກບໍລິໂພກທົ່ວໄປຂອງຍີ່ຫໍ້ດັງທັງພາຍໃນ ແລະ ຕ່າງປະເທດເຊັ່ນ: Unilever, Beerlao, Lays, ບ້ານບ້ານ, ນໍ້າກ້ອນທ້າວໂບ້, ເຄື່ອງໃຊ້ຂອງແມ່ ແລະ ເດັກ ແລະ ອື່ນໆ.

ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ ເຮັດໃຫ້ຜູ້ຄົນປ່ຽນແປງພຶດຕິກຳໃນການຈັບຈ່າຍຊື້ອາຫານ, ເຄື່ອງໃຊ້ສອຍ ແລະ ເຄື່ອງໃຊ້ປະຈຳວັນອື່ນໆ, ເຊິ່ງ pandamart ກໍ່ເປັນອີກບໍລິການໜຶ່ງທີ່ foodpanda ສ້າງຂຶ້ນມາເພື່ອຕອບສະໜອງການປ່ຽນແປງໃໝ່ຂອງຜູ້ບໍລິໂພກ ໃຫ້ເຂົ້າເຖີງຄວາມສະດວກສະບາຍ ແລະ ໂຕເລືອກທີ່ຫຼາກຫຼາຍ ໃນການຈັບຈ່າຍຊື້ເຄື່ອງຂອງໃຊ້. 

ເພື່ອເປັນການຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ໃນຍຸກທີ່ແຂ່ງກັບເວລາ, foodpanda ໄດ້ລົງທຶນໃນການສ້າງການບໍລິການ q-commerce ຫຼື quick commerce. ນອກຈາກການບໍລິການຫຼັກ ຄືການສົ່ງອາຫານແລ້ວ, foodpanda ຍັງໄດ້ເລັ່ງການຂະຫຍາຍ pandamart ແລະ foodpanda shops ໃນການຮ່ວມມືກັບຮ້ານຄ້າລາຍຍ່ອຍ ເພື່ອເຮັດໃຫ້ຜູ້ຊົມໃຊ້ເຂົ້າເຖີງຄວາມສະດວກສະບາຍ, ໄວ ແລະ ຄວາມຫຼາກຫຼາຍ

‘’ ໃນປີ 2021 ນີ້, ຈະໄດ້ມີການຂະຫຍາຍ ແລະ ເພີ່ມສາຂາຂອງ pandamart ໃຫ້ໄດ້ 4 ຈຸດໃຫ່ຍໆ ເພື່ອຮັບປະກັນວ່າຜູ້ຊົມໃຊ້ໃນເຂດຕ່າງໆຂອງນະຄອນຫຼວງວຽງຈັນສາມາດເຂົ້າເຖີງໄດ້ ແລະ ພາຍໃນປີ 2022  ທາງບໍລິສັດມີແຜນ ຂະຫຍາຍ pandamart ໄປບັນດາແຂວງໃຫ່ຍໆ ທັງໃຫ່ຍ ເພື່ອເປັນການສ້າງຄວາມສະດວກສະບາຍ ແລະ ເພີ່ມຄວາມຫຼາກຫຼາຍໃຫ້ກັບຄົນທ້ອງຖິ່ນໄດ້ເຂົ້າເຖີງທີ່ສຳຄັນ, ແມ່ນເປັນການສ້າງອາຊີບໃຫ້ກັບຄົນທ້ອງຖິ່ນ ‘’, ທ່ານ ທັນຍາລັດ ຈະເລີນສຸກ, ຜູ້ອຳນວຍການບໍລິສັດ ເດລີເວີຣີ ຮີໂຣລາວ ຈຳກັດຜູ້ດຽວ ຫຼື foodpanda ໄດ້ກ່າວໃນງານເປີດໂຕ.

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.