ຮູ້ໄວ້! ຈະໄດ້ປ້ອງກັນຖືກ ອັນຕະລາຍ ຂອງການໂຈມຕີທາງອິນເຕີເນັດ

ສປປ ລາວ ກຳລັງກ້າວເຂົ້າສູ່ຍຸກດິຈີຕ້ອນຢ່າງເຕັມໂຕ ປັດຈຸບັນ ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເຮົາເຫັນເຖິງຄວາມສຳຄັນຂອງລະບົບດິຈີຕ້ອນໃນຫຼາຍຮູບແບບ ບໍ່ວ່າຈະເປັນການໃຊ້ເພື່ອ ການຮຽນ-ການສອນ, ການສື່ສານ, ການຄົມມະນາຄົມ ແລະ ຂົນສົ່ງ, ການເກັບກຳຂໍ້ມູນຍຕ່າງໆ ແລະອື່ນໆອີກຫຼາກຫຼາຍ

ມື້ນີ້ເຮົາເລີຍຈະມາບອກກ່ຽວກັບສິ່ງທີ່ຄວນຮູູ້ໄວ້ເພື່ອເປັນບົດຮຽນ ກ່ຽວກັບອັນຕະລາຍທີ່ມາພ້ອມກັບອິນເຕີເນັດ

ຫານເຈົ້າເປັນຜູ້ໃຊ້ອິນເຕີເນັດ ເຈົ້າອາດຈະໄດ້ເຫັນຫຼືຮູ້ຈັກກັບການໂຈມຕີທາງໄຊເບີ ຫຼື ການໂຈມຕີທາງອິນເຕີເນັດ ມາກ່ອນແລ້ວ, ເພາະນີ້ແມ່ນບັນຫາຫຼັກໆທີ່ສາມາດເອີ້ນໄດ້ວ່າ ການກໍ່ການຮ້າຍໃນຍຸກນີ້

ການໂຈມຕີທາງອິນເຕີເນັດ ມີຫຼາຍຮູບແບບທີ່ແຕກຕ່າງກັນ ເຊິ່ງແຕ່ລະຢ່າງອາດມີການໂຈມຕີທີ່ສະເພາະເຈາະຈົງ, ເຮົາຈະຍົກໃຫ້ເຫັນເຖິງການໂຈມຕີທາງອິນເຕີເນັດທີ່ຄົນສ່ວນຫຼາຍອາດຈະຖືກມາແລ້ວໂດຍທີ່ບໍ່ຮູ້ໂຕເຊັ່ນ ມັນແວ (Malware)

ມັນແວ (Malware)

ຂັ້ນພື້ນຖານເລີຍຄືຖ້າມີ ມັນແວ (Malware) ໃນໂທລະສັບ ຫຼື ຄອມພິວເຕີ ຈະມີການແຈ້ງເຕືອນໄວຣັດປາກົດຂຶ້ນ ຫຼື ໂປແກຣມ Anti-Virus ຂຶ້ນມາ ເຊືິ່ງເປັນສັນຍານເຕືອນກ່ຽວກັບໄພຄຸກຄາມທາງອິນເຕີເນັດ ຫຼື ມີສິ່ງປອມແປງເຂົ້າມາໃນເຄື່ອງໃຊ້ຂອງທ່ານ

ມັນແວ (Malware) ມັກຈະຢູ່ໃນສິ່ງທີ່ເຮົາດາວໂຫລດ,​ ອີເມວ ຫຼື ການເຊື່ອມຕໍ່ກັບອຸປະກອນທີ່ມີ ມັນແວຢູ່ແລ້ວ ທີ່ເປັນ ໄວຣັດ ກໍ່ຈະສ້າງຄວາມເສຍຫາຍຫຼາຍເຕີບ ບໍ່ວ່າຈະເປັນ ການທຳລາຍຂໍ້ມູນ, ການເອົາໄວ້ຕິດຕາມ ຫຼື ການຄວບຄຸມລະບົບຕ່າງໆ

ຕົວຕັ້ງໂດຍພື້ນຖານແລ້ວ ມັນແວ (Malware) ຈະເປັນສິ່ງທີ່ເຮົາຕິດຕັ້ງເຂົ້າມາບໍ່ວ່າຈະເປັນຮູບແບບໃດກໍ່ຕາມ ເຊິ່ງເຮົາສາມາດປ້ອງກັນໄດ້ໂດຍການບໍ່ເຂົ້າໄປໃນເວັບໄຊທີ່ເປັນອັນຕະລາຍ ຫຼື ໂຫລດເອົາສິ່ງທີ່ຄິດວ່າຈະເປັນ ມັນແວ (Malware) ແລະ ພ້ອມທັງຄວນໃຊ້ໂປແກຣມປ້ອງໄວຣັດເພື່ອຄວາມປອດໄພ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...