ວິທີເບື້ອງຕົ້ນ ໃນການປ້ອງກັນໂທລະສັບຈາກໄວຣັດ

ສຳລັບຜູ້ໃຊ້ໂທລະສັບ ມັກຈະພົບບັນຫາຄວາມຈຳເຕັມ, ໂທລະສັບຄ້າງ, ເຮັດວຽກຊ້າບໍ່ໄດ້ດັ່ງໃຈ ຊຶ່ງບັນຫາເຫຼົ່ານີ້ເປັນສາເຫດເບື້ອງຕົ້ນ ແລະອາດຈະເປັນຍ້ອນອີກໜຶ່ງສາເຫດຫຼັກໆຄື ໄວຣັດ

ຕາມທີ່ຮູ້ກັນວ່າ ໄວຣັດ ນັ້ນອັນຕະລາຍຕໍ່ຂໍ້ມູນ, ເຊິ່ງໄວຣັດທີ່ຄົນລາວສ່ວນຫຼາຍມັກພົບເຫັນແມ່ນໃນ WhatsApp ເຊິ່ງຜູ້ທີ່ຕ້ອງການຂໍ້ມູນເຮົາກໍ່ເຫັນຊ່ອງທາງເລີຍສ້າງໄວຣັດຂຶ້ນມາ ເພື່ອທີ່ຈະເອົາຂໍ້ມູນຂອງເຈົ້າຂອງຜູ້ໃຊ້ ໂດຍການໃຫ້ຜູ້ໃຊ້ໃສ່ບັນຊີ ຫຼື ລະຫັດຕ່າງໆລົງໄປ ແລະຍັງໃຫ້ຜູ້ໃຊ້ສົ່ງຕໍ່ໄປອີກ ນີ້ເປັນສັນຍານວ່າ ຂໍ້ມູນອາດຈະຖືກລັກໄດ້ງ່າຍ

ປັດຈຸບັນ ມີຜູ້ບໍ່ຫວັງດີທີ່ພັດທະນາໄວຣັດມາເພື່ອສ້າງຄວາມປັນປ່ວນໃນສັງຄົມແລະລັກເອົາຂໍ້ມູນ ເຮົາເລີຍຈະມາແນະນຳ ວິທີປ້ອງກັນໄວຣັດເບື້ອງຕົ້ນໃນຍຸກຂອງການນໍາໃຊ້ໂທລະສັບມືຖື

1.ຄວນໂຫລດແອບຈາກ Google Play Store ຫຼື App Store ເຊິ່ງເຄື່ອງໃດບໍ່ມີແອບເຫຼົ່ານີ້ ຄວນໃຊ້ແອັບດາວໂຫລດທີ່ມານໍາເຄື່ອງ ເຊິ່ງຈະສາມາດກວດສອບຜູ້ໃຊ້ງານ ຫຼືຜູ້ພັດທະນາແອັບຕ່າງໆໄດ້ ວ່າໜ້າເຊື່ອຖືຫຼືບໍ່

2. ຫຼີກລ້ຽງການຕິດຕັ້ງແອັບທີ່ບໍ່ຮູ້ຈັກແຫຼ່ງທີ່ມາ ໂດຍສະເພາະແອັບໃນຮູບແບບໄຟຣ .APK  ເພາະອາດຈະເປັນໜຶ່ງຊ່ອງທາງໃຫ້ກັບຜູ້ບໍ່ຫວັງດີ

3. ຄວນອັບເດດເວີຊັນໂທລະສັບຢູ່ຕະຫລອດ ເພື່ອຈະເປັນການປ້ອງກັນຄວາມເສຍຫາຍ ຫຼື ແກ້ໄຂຂໍ້ບົກພ່ອງຕ່າງໆ ຂອງໂທລະສັບ

4. ຕິດຕັ້ງ Anti-Virus ທີ່ໜ້າເຊື່ອຖື ເພື່ອເອົາໄວ້ກວດສອບຫຼືແຈ້ງເຕືອນ ເມື່ອຜູ້ໃຊ້ງານຈະຕິດຕັ້ງໄຟຣທີ່ມີໄວຣັດ, ສາມາດເບິ່ງລີວິວແອັບ Anti-Virus ຕ່າງໆວ່າດີຫຼືບໍ່ ກ່ອນຈະຕິດຕັ້ງໄດ້

5.ຫຼີກລ້ຽງການເຂົ້າເວັບໄຊທີ່ບໍ່ຮູ້ແຫຼ່ງທີ່ມາ ຫຼື ເວັບໄຊທີ່ບໍ່ປອດໄພ

6.ຢຸດສົ່ງຕໍ່ລິ້ງຕ່າງໆໃນ WhatsApp ທີ່ຄາດວ່າຈະເປັນໄວຣັດ

ເຖິງຢ່າງໃດກໍ່ຕາມນີ້ເປັນວິທີປ້ອງກັນເບື້ອງຕົ້ນເທົ່ານັ້ນໃນການປ້ອງກັນໂທລະສັບຈາກໄວຣັດ ກ່ອນຈະຕິດຕັ້ງແອັບໃດຄວນອ່ານລາຍລະອຽດຂອງແອັບ ແລະກວດສອບກ່ອນຈັງຕິດຕັ້ງ ເພື່ອປ້ອງກັນໂທລະສັບຂອງທ່ານ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...