ເຈົ້າອຸປະຣາຊ ບຸນຄົງ ປະສູດໃນວັນອາທິດ ຂຶ້ນ 4 ຄ່ຳ, ເດືອນ 7, ປີໃສ້ , ຈ.ສ 1219 ( ພ.ສ 2400 ຫລື ຄສ 1857) ທີ່ວັງຂອງພຣະບິດາ ສີສຸວັນນະຫໍຄໍາ ຝ່າຍໜ້າ (ບ່ອນຕັ້ງໂຮງຮຽນປະຖົມດຽວນີ້ ແຕ່ກ່ອນເອິ້ນວ່າຄຸ້ມວັດໜອງ) ນະຄອນຫລວງພຣະບາງຣາຊທານີ ໃນແຜ່ນດິນຂອງສົມເດັຈພຣະເຈົ້າຈັນທຣ໌ເທພ ປຣະພາຄູນ.

ເມື່ອພຣະອົງຍັງເປັນພຣະກຸມມານຢູ່ນັ້ນ ໄດ້ຮ່ຳຮຽນອັກຂຣະ ຢູ່ໃນວັງພຣະບິດາ ແລະຄູອາຈານອື່ນໆອີກ, ແຕ່ການຮ່ຳຮຽນໃນສະໄໝນັ້ນ ຍັງສອນແຕ່ພຽງໃຫ້ອ່ານໜັງສືອອກ ກັບຂຽນໜັງສືໄດ້ ພຣະອົງໄດ້ຮ່ຳຮຽນພຽງເທົ່ານັ້ນ ບໍ່ໄດ້ໄປຮັບການສຶກສາຕ່າງປະເທດ ເມື່ອຄັ້ງສະເດັຈລົງໄປທີ່ບາງກອກຄັ້ງໃດແລ້ວ ກໍ່ຊົງໄປຫລິ້ນແລະສະນິດສະໝົມກັບພຣະເຈົ້ານ້ອງຍາເທີ ພຣະອົງເຈົ້າດີສວນກຸມານ (ກົມພຣະຍາດຳຣົງຣາຊານຸພາບ) ເຊິ່ງເພິ່ນເປັນຜູ້ບັງຄັບກົມທະຫານ ມະຫາດເລັກ ແລະ ກົມແຜນທີ່ ໃນເວລານັ້ນ ເມື່ອວິເຄາະເບິ່ງແລ້ວ ເລື່ອງປະຫວັດຂອງພຣະອົງ ທີ່ປະກົດຄວາມສາມາດ ໃນຣາຊການອື່ນໆພາຍຫລັງ.

ເມື່ອປີເປົ້າ ຈ.ສ 1239 (ພ.ສ 2420, ຄ.ສ 1877) ເດືອນ 6 ເພັງສະເດັຈອອກຊົງຜະນວດ ເປັນພິກຂຸຢູ່ວັດໜອງ ເດືອນ 3 ແຮມ 1 ຄ່ຳ ປີຍີ່ ຈ.ສ 1240 ( ພ.ສ 2421, ຄ.ສ 1878) ຊົງສະເດັຈລາຜະນວດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຕົກມາຮອດ ເວລາ 18:15 ໂມງ , ກົງກັບວັນຈັນ ຂຶ້ນ 10 ຄ່ຳ ເດືອນ 9 ປີ ຣັບເຣົ້າ ປີສັນ ຈ.ສ 1245 ຫລື ວັນທີ 26 ເດືອນກໍລະກົດ ປີ ຄ.ສ 1920 ເຈົ້າມະຫາອຸປະຣາຊ ບຸນຄົງ ກໍ່ສະເດັດ ທິວົງຄົຕ ເຊິ່ງມີພຣະຊົນມາຍຸ ໄດ້ 63 ປີ .

ເຈົ້າມະຫາອຸປະຣາຊ ບຸນຄົງ ມີ ພຣະຊາຍາ ແລະ ໝ່ອມ 11 ຄົນ ແລະ ມີພຣະຣາຊໂອຣົດ 11 ອົງ ແລະຣາຊທິດາ 13 ອົງ ດັ່ງຕໍ່ໄປນີ້ :

  1. ເຈົ້າຄຳຄິ້ມ ອັຄຄະຊາຍາ ບ້ານປ່າຂາມ ມີບຸຕຊາຍດຽວ ຊື່ : ເຈົ້າສະມຸດສາຍຄຳ.
  2. ເຈົ້າທອງສີ ນ້ອງສາວເຈົ້າຄຳຄິ່ມ ອັຄຄະວໍຣາຊເທວີ ມີບຸຕຊາຍຊື່ ເຈົ້າຈິຕຕະຣາຊ, ເຈົ້າເພັຊຣາຊ, ເຈົ້າສຸວັນນະພາລົມ, ເຈົ້າສຸວັນນະພູມມາ ບຸຕຍິງ ຊື່ເຈົ້າສະຫງ່າຄຳ, ເຈົ້າສະຫງ່າມຄຳ ແລະ ເຈົ້າຄຳຫລ້າ.
  3. ເຈົ້າຄຳແວ່ນ ມີບຸຕຍິງອົງດຽວ ຊື່ເຈົ້າແສງສຸຣິຈັນທຣ໌.
  4. ເຈົ້າໂສມຣັດສະໝີ ມີບຸຕຍິງຊື້ເຈົ້າວັດທະນາ, ບຸຕຊາຍຊື່ເຈົ້າຂັດຕິຍະວົງຄ໌.
  5. ເຈົ້າຈັນທະຣາສີ ບໍ່ມີບຸຕດ້ວຍກັນເລີຍ.
  6. ເຈົ້າທອງດີ ບ້ານສັງຄະໂລກ ມີບຸຕຍິງອົງດຽວຊື່ເຈົ້າພິສະໄຫມ.
  7. ເຈົ້າຄຳປູບ້ານໃຫມ່ ມີບຸຕຍິງອົງດຽວ ຊື່ເຈົ້າສຸນັນທາໄລຍ໌.
  8. ເຈົ້າຄຳປານ ບ້ານວັດສົບ ມີບຸຕຍິງອົງດຽວ ຊື່ເຈົ້າຄຳຊາວ.
  9. ໝ່ອມບົວໄຂ ບ້ານໂພນໄຊຍ໌ ມີບຸຕຍິງຊື່ເຈົ້າສຸວັນນະມາຣີ , ເຈົ້າອິນຄຳ ແລະບຸຕຊາຍຊື່ເຈົ້າສຸວັນນະຣາຊ.
  10. ໝ່ອມບ້ານວັດທາຕຸ ມີບຸຕຍິງຊື່ເຈົ້າສີສະຫວັດດີ , ບຸຕຊາຍຊື່ເຈົ້າຂັຕຕີຍະຣາຊ , ເຈົ້າກິນດາວົງສ໌ ແລະເຈົ້າສິງຫານາກ.
  11. ໝ່ອມຄຳອ້ວນບ້ານຫົວໂພນ ມີບຸຕຍິງຊື່ເຈົ້າທະວີວັນນ໌ , ເຈົ້າຈີນດາຣັດສະໝີ ແລະມີບຸຕຊາຍຊື່ ເຈົ້າສຸພານຸວົງ.

• ຜົນງານຂອງເຈົ້າມະຫາອຸປະຣາຊບຸນຄົງທີ່ມີຕໍ່ຜືນແຜ່ນດິນລາວເຮົາຈົນໄດ້ໃຫ້ລູກຫລານດຳລົງຊິວິດຢ່າງຜາສຸກໃນທຸກມື້ນີ້ກໍ່ຄື

ເຫດການຕອນສະໄຫມຝຣັ່ງເສດເຂົ້າມາຍຶດລາວຈາກສະຫຍາມໃຫມ່ໆນັ້ນໄດ້ມີ: ການຈັດຕັ້ງປະຕິບັດສັນຍາ ສະຫຍາມຕ້ອງຖອນກອງທະຫານຂອງຕົນອອກຈາກຝັ່ງຊ້າຍແມ່ນ້ຳຂອງ ໃຫ້ແລ້ວເສັດພາຍໃນປີ 1893 ແລະ ບໍ່ໃຫ້ຕັ້ງກອງທະຫານຢູ່ໃກ້ແມ່ນ້ຳຂອງເຂົ້າມາກາຍ 25 ກິໂລແມັດ ດ້ວຍເຫດນີ້ສະຫຍາມຈຶ່ງຍ້າຍເມືອງຫລວງມົນທົນລາວພວນຈາກເມືອງຫນອງຄາຍ ໄປຕັ້ງຢູ່ທີ່ບ້ານໝາກແຄ້ງ (ເມືອງອຸດອນໃນປະຈຸບັນນີ້ເອງ)


ຄຽງຄູ່ກັນນັ້ນ ຝ່າຍຝຣັ່ງ (Auguste Pavie) ກໍ່ບອກໃຫ້ຝ່າຍລາວ ຊຶ່ງມີເຈົ້າຄຳສຸກ ເຈົ້າແຜ່ນດິນອານາຈັກລາວຫລວງພຣະບາງ ແລະເຈົ້າອຸປະຣາຊບຸນຄົງ ຮ່ວມຟັງນຳ ວ່າໃຫ້ຖອນທະຫານລາວອອກຈາກດິນແດນຝັ່ງຂວາແມ່ນ້ຳຂອງ ຕາມສັນຍາຝຣັ່ງເສດ-ສະຫຍາມ ປີ 1893 ເຊິ່ງສັນຍາດັ່ງກ່າວ ຝ່າຍລາວບໍ່ໄດ້ມີສ່ວນຮູ້ເຫັນນຳເລີຍ , ເຈົ້າຄຳສຸກ ພ້ອມດ້ວຍເຈົ້າອຸປະຣາຊບຸນຄົງ ໄດ້ຄັດຄ້ານຕ້ານຢັນຝຣັ່ງເສດຢ່າງຮຸນແຮງ ແລະໄດ້ເວົ້າວ່າ ຄືນເຖິງການກ້ຽວກ່ອມຂອງ ໂອກຸດຕ໌ ປາວີ (Auguste Pavie) ໃນເມື່ອກ່ອນທີ່ວ່າ ຈະເຂົ້າມາຊ່ວຍປົກປ້ອງຄົນລາວ ດິນແດນລາວ ບໍ່ໃຫ້ສະຫຍາມກືນກິນ ແຕ່ໃນພາກປະຕິບັດຕົວຈິງ ຝຣັ່ງເສດຊ້ຳເປັນຜູ້ຕັດແບ່ງຄົນລາວ ດິນແດນລາວໄປໃຫ້ສະຫຍາມ ຄຳເວົ້າຂອງຝຣັ່ງເສດ ບໍ່ມີສັດຈະເວົ້າຢ່າງຫນຶ່ງ ເຮັດຢ່າງຫນຶ່ງຝ່າຍລາວຮັບບໍ່ໄດ້ , ພາຍໃຕ້ບັນຍາກາດ ທີ່ເຄັ່ງຮ້ອນຄືແນວນັ້ນ Auguste Pavie ກໍ່ຈົນຕາແຈ ຈຶ່ງເວົ້າອອກໄປດ້ວຍອາລົມວ່າ “ຖ້າທ່ານບໍ່ຍິນຍອມ ກໍ່ຂໍເຊີນທ່ານໄປໄລ່ສະຫຍາມໜີເອົາເອງ ຝຣັ່ງເສດຈະຍິນດີນຳ” ໝາຍຄວາມວ່າຝຣັ່ງເສດຫມົດຄວາມສາມາດ ທີ່ຈະໄປກອບກູ້ເອົາດິນແດນລາວຝັ່ງຂວາຂອງແມ່ນ້ຳຂອງມາລວມກັບຝັ່ງຊ້າຍແລ້ວ ຫາກຄົນລາວຢາກໄດ້ດິນແດນຝັ່ງຂວາຕ້ອງຕໍ່ສູ້ເອົາເອງ ຈາກນັ້ນເຈົ້າຄຳສຸກ ໄດ້ສັ່ງໃຫ້ເຈົ້າອຸປະຣາດ ບຸນຄົງ ຈັດຕັ້ງກອງກຳລັງໄປຍຶດເອົາດິນແດນຝັ່ງຂວາແມ່ນ້ຳຂອງ ທີ່ເປັນເຂດແດນຂອງອານາຈັກລາວຫລວງພຣະບາງ ໂດຍດ່ວນ ດ່ັງນັ້ນ ເຈົ້າອຸປະຣາຊບຸນຄົງ ຈຶ່ງໄດ້ຈັດຕັ້ງການໂຮມຊຸມນຸມ ປະຊາຊົນຝັ່ງຊຽງແມນ ໃນວັນທີ 23 ສິງຫາ ຄສ 1894 ແລ້ວອ່ານປະກາດມະຕິຕົງລົງ 8 ຂໍ້ ເພື່ອໂຮມເອົາດິນແດນຝັ່ງຂວາແມ່ນ້ຳຂອງ ມາຂຶ້ນກັບອານາຈັກຫລວງພຣະບາງຄືແຕ່ກ່ອນ ຈາກນັ້ນເຈົ້າມະຫາອຸປະຣາດ ບຸນຄົງ ໄດ້ຈັດກອງທັບເພື່ອຂັບໄລ່ສະຫຍາມອອກຈາກເມືອງປາກລາຍ, ເມືອງໄຊຍະບູລີ , ເມືອງຫົງສາ , ເຊີ່ງຢູ່ຝັ່ງຂວາແມ່ນ້ຳຂອງ ໂດຍໃຫ້ພະຍາສຸໂພ , ພະຍາວຽງແກ , ເຈົ້າອຸ່ນແກ້ວ , ພະຍາສີນໍຣະຄຸດ , ພະຍາອາດສະໜາ ເປັນແມ່ທັບ , ກອງທະຫານໄດ້ລົງເຮືອລ່ອງໄປຮອດເມືອງປາກລາຍ ຂັບໄລ່ສະຫຍາມໜີໄປແລ້ວ ຈຶ່ງແຕ່ງໃຫ້ພະຍາເປັນເຈົ້າເມືອງປາກລາຍ , ໃຫ້ພະຍາວຽງແກ ເປັນນາຍກອງຢູ່ບ້ານຫາດແດງ ແລ້ວຍົກພົນຂຶ້ນໄປເມືອງໄຊຍະບູລີ ຕັ້ງເຈົ້າອຸ່ນແກ້ວເປັນເຈົ້າເມືອງ ແລ້ວຍົກພົນໄປເມືອງຫົງສາ ຕັ້ງພະຍາສີນໍຣະຄຸດ ເປັນເຈົ້າເມືອງ ແລ້ວໄປຍຶດເອົາເມືອງຊຽງລົມ , ເມືອງບໍ່ຊາວ ແລະເມືອງຄອບອີກ ແລ້ວຕັ້ງພະຍາອາດສະໜາເປັນນາຍກອງຢູ່ບໍ່ຊາວ ໃຫ້ເກັບຄ່າຕົວເລກແລະຄ່າໄຖ່ການຊາຍສະກັນ 4 ກີບຕໍ່ຄົນ ສຳເລັດແລ້ວຈຶ່ງລົງເຮືອຢູ່ທີ່ເມືອງຄອບ ໄປຕາມລຳນ້ຳຂອງ ໄປຮອດຫລວງພຣະບາງ ໃນເດືອນເມສາ 1895 ເຫດການທັງຫມົດນີ້ ຝ່າຍສະຫຍາມບໍ່ມີການຕອບໂຕ້ຫຍັງ ຍ້ອນດິນແດນເຫລົ່ານີ້ ເປັນຂອງລາວມາແຕ່ບູຮານນະການ ເຫດການນີ້ເຫັນວ່າ ເຂດແດນທີ່ເຈົ້າອຸປະຣາດ ບຸນຄົງ ຍົກກອງກຳລັງທະຫານລາວ ໄປປະຈຳການ ຢູ່ປ້ອງກັນເຂດແດນຂອງລາວຫລວງພຣະບາງ ທັງຝັ່ງຂວາແມ່ນ້ຳຂອງນັ້ນ ແມ່ນສອດຄ່ອງກັບຂໍ້ຕົກລົງ ລະຫວ່າງກະສັດຂອງສາມອານາຈັກ ຄື : ຫລວງພຣະບາງ ວຽງຈັນ ແລະ ອະຍຸດທະຍາ ເຊິ່ງໄດ້ຕົກລົງມາແຕ່ປີ ຄສ 1707 ທີ່ກຳນົດເຂດແດນ ຂອງອານາຈັກຫລວງພຣະບາງ ໃຫ້ເອົາແຕ່ຝັ່ງນ້ຳເຫືອງ ດ້ານຕາເວັນຕົກແຕ່ເມືອງດ່ານຊ້າຍ ຂຶ້ນໄປທາງເຫນືອຈົນເຖິງຜາໄດ ເຊິ່ງລວມເອົາເມືອງດ່ານຊ້າຍ ເມືອງບໍ່ແຕນ ແກ່ນທ້າວ ປາກລາຍ ໄຊຍະບູລີ ຊຽງຮ່ອນ ຫົງສາ ແລະ ເມືອງຄອບ ໃນປີ ຄສ 1894 ເມື່ອກອງທະຫານລາວເຂົ້າໄປປົກປ້ອງດິນແດນຝັ່ງຂວາແມ່ນ້ຳຂອງໄວ້ແລ້ວ ຝຣັ່ງເສດຈຶ່ງໄປສົມທົບນຳ ແລະອ້າງສິດຄອບຄອງຂອງດິນແດນຝັ່ງຂວາແມ່ນ້ຳຂອງ ຕາມຄຳຢັ້ງຢືນຂອງຝ່າຍລາວ ທີ່ວ່າດິນແດນດັ່ງກ່າວ ເປັນຂອງລາວມາກ່ອນ ອີງຕາມສະພາບການໃຫມ່ນີ້ ຝຣັ່ງເສດແລະສະຫຍາມ ຈຶ່ງເຊັນສັນຍາກັນໃຫມ່ ໃນວັນທີ 13 ກຸມພາ 1904 ໂດຍ, ສະຫຍາມຍອມຍົກດິນແດນຝັ່ງຂວາແມ່ນ້ຳຂອງ ກົງກັນຂ້າມກັບຫລວງພຣະບາງ ໃຫ້ຝຣັ່ງເສດຄຸ້ມຄອງ ໂດຍຖືເອົາສາຍພູສັນປັນນ້ຳ ລະຫວ່າງນ້ຳຂອງແລະແມ່ນ້ຳເຈົ້າພະຍາເປັນແດນ ອີງຕາມສັນຍາປີ 1904 ນັ້ນ ເມືອງດ່ານຊ້າຍ ເຊິ່ງຕັ້ງຢູ່ຝາກສັນພູປັນນ້ຳໄປທາງນ້ຳເຈົ້າພະຍາ ຈຶ່ງໄດ້ຕົກໄປຢູ່ກັບສະຫຍາມ , ຝຣັ່ງເສດຈຶ່ງບໍ່ໄດ້ສົ່ງກອງທະຫານໄປປະຈຳການຢູ່ ພະຍາແກ້ວອາສາ(ແສງ) ເຊິ່ງເປັນເຈົ້າເມືອງດ່ານຊ້າຍ ໃນເວລານັ້ນ ມີຄວາມນ້ອຍໃຈ ທີ່ບໍ່ໄດ້ມາຂຶ້ນຢູ່ກັບລາວເພາະວ່າ ດິນແດນເມືອງດ່ານຊ້າຍ ເຄີຍເປັນຂອງລາວ ມາແຕ່ໃດໆ ປະຊາຊົນພົນລະເມືອງໃນດິນແດນແຫ່ງນີ້ ກໍ່ລ້ວນແຕ່ເປັນຄົນລາວ ດ້ວຍເຫດນີ້ ພະຍາແກ້ວອາສາ ຈຶ່ງມາຕິດຕໍ່ກັບຝຣັ່ງເສດ ທີ່ບ້ານຫາດແດງ ປາກນ້ຳຕຳ ຂໍໃຫ້ຝຣັ່ງເສດຍົກກອງທັບໄປຍຶດເອົາເມືອງດ່ານຊ້າຍລວມທັງເມືອງບໍ່ແຕນນຳດ້ວຍ ເພື່ອເອົາມາລວມເຂົ້າກັບອານາຈັກຫລວງພຣະບາງ ຈາກນັ້ນຝຣັ່ງເສດກໍ່ໄດ້ສົ່ງກອງທະຫານ ໄປປະຈຳການຢູ່ເມືອງດ່ານຊ້າຍແລະເມືອງບໍ່ແຕນ ໃນປີ 1904 ໂດຍສະຫຍາມບໍ່ໄດ້ຄັດຄ້ານແຕ່ຢ່າງໃດ ຝຣັ່ງເສດໄດ້ແຕ່ງຕັ້ງໃຫ້ພະຍາແກ້ວອາສາ(ແສງ)ເປັນເຈົ້າເມືອງດ່ານຊ້າຍຕາມເດີ

ປີ ຄສ 1907 ຝຣັ່ງເສດ ແລະ ສະຫຍາມໄດ້ເຈລະຈາກັນກ່ຽວກັບການແບ່ງປັນດິນແດນກັນອີກ ສະຫຍາມຂໍເອົາເມືອງດ່ານຊ້າຍ ໄປຂຶ້ນກັບສະຫຍາມ ແລະ ບັນດາເກາະດອນຢູ່ທະເລບໍລິເວນແຫລມສິງ ໃຫ້ຂຶ້ນກັບສະຫຍາມ ຝ່າຍຝຣັ່ງເສດໄດ້ຂໍເອົາເມືອງຈຳປາສັກ ເມືອງພະນົມໄພ, ເມືອງສີໂສພົນ ສຽມຣຽບ ແລະ ພະຕະບອງ ຈາກສະຫຍາມ ໄປລວມເຂົ້າຢູ່ໃນການປົກຄອງຂອງຝຣັ່ງເສດ ທັງສອງຝ່າຍໄດ້ຕົກລົງກັນຕາມນັ້ນ ແລ້ວໄດ້ເຊັນສັນຍານນຳກັນ ເປັນສັນຍາຕໍ່ທ້າຍຂອງສັນຍາແມ່ ລົງວັນທີ່ 23 ມີນາ ຄສ 1907 ໂດຍສັນຍາແມ່ກ່າວໄວ້ດັ່ງນີ້ : ຂໍ້ 2 ລັດຖະບານຝຣັ່ງເສດຍິນຍອມຍົກດິນແດນເມືອງດ່ານຊ້າຍ ແລະເມືອງຕຣາດ ກັບເກາະດອນທັງຫລາຍເຊິງຕັ້ງຢູ່ແຫລມສິງ ໄປຈົນເຖິງເກາະກູດນັ້ນໃຫ້ແກ່ສະຫຍາມ ຕາມກຳນົດເຂດແດນທີ່ກ່າວໄວ້ໃນຂໍ້ 2 ຂອງສັນຍາວ່າດ້ວຍການປັກປັນເຂດແດນດັ່ງກ່າວແລ້ວ ຂໍ້ 2 ຂອງສັນຍາວ່າດ້ວຍການປັກປັນເຂດແດນໄດ້ກ່າວໄວ້ດັ່ງນີ້ : ເຂດແດນໃນເມືອງຫລວງພຣະບາງນັ້ນ ຕັ້ງແຕ່ຂ້າງທິດໃຕ້ລຳນ້ຳຂອງ ທີ່ປາກເຫືອງ ແລ້ວຕໍ່ໄປຕາມກາງລຳນ້ຳເຫືອງນີ້ ຈົນເຖິງບ່ອນແຮກເກີດຂອງລຳນ້ຳນີ້ ຮຽກວ່າ : ພູໝ້ຽງ ຕໍ່ນີ້ເຂດແດນໄປຫາພູປັນນ້ຳ ຕົກແມ່ນ້ຳຂອງຝ່າຍຫນຶ່ງ ກັບແມ່ນ້ຳເຈົ້າພະຍາອີກຝ່າຍຫນຶ່ງ ຈົນເຖິງບ່ອນໃນລຳນ້ຳຂອງທີ່ຮຽກວ່າ ແກ້ງຜາໄດ ຕາມເສັ້ນເຂດແດນທີ່ກຳມະການປັກປັນແດນ ໄດ້ຕົກລົງກັນເມືອວັນທີ່ 16 ມັງກອນ ຄສ 1906 ອີງຕາມສັນຍາດັ່ງກ່າວນີ້ ອານາຈັກຫລວງພຣະບາງ ໄດ້ເສຍດິນແດນເມືອງດ່ານຊ້າຍໃຫ້ແກ່ສະຫຍາມ ຢູ່ໃນດິນແດນເມືອງດ່ານຊ້າຍນີ້ ມີພຣະທາດເຈດີ ສີສອງຮັກ ເຊິ່ງພຣະເຈົ້າໄຊຍະເສດຖາທິຣາຊ ໄດ້ສ້າງໄວ້ຮ່ວມກັບພຣະເຈົ້າຈັກກະພັດ ແຫ່ງອານາຈັກອະຍຸດທະຍາ ລົງມື້ກໍ່ສ້າງປີ ຄສ 1560 ສຳເລັດ 1563 ໄດ້ເຮັດສິລາຈາລຶກໄວ້ເປັນຫລັກຖານ ກ່ອນສົ່ງມອບດິນແດນເມືອງດ່ານຊ້າຍໃຫ້ແກ່ສະຫຍາມໃນ ຄສ 1907 ນັ້ນ ທາງຝ່າຍຝຣັ່ງແລະລາວ ( ເຈົ້າມະຫາອຸປະຣາດບຸນຄົງ ) ໄດ້ຮ່ວມກັນຍົກຍ້າຍ ຫລັກສິລາຈາລຶກດັ່ງກ່າວ ເພື່ອເອົາມາເກັບຮັກສາໄວ້ໃນດິນແດນລາວ ເພາະວ່າເປັນຫລັກຖານສຳຄັນ ແຜ່ນສິລາຈາລຶກນັ້ນໄດ້ແຕກອອກເປັນຫລາຍປ່ຽງແລະໄດ້ເອົາໃສເຮືອມາວຽງຈັນ ແຕ່ເຮືອໄດ້ຫລົ້ມລົງກາງທາງ ແຜ່ນສິລາຈາລຶກ ໄດ້ຈົມນ້ຳຫາຍໄປຫລາຍປ່ຽງ ສ່ວນທີ່ຍັງເຫລືອໄດ້ເອົາມາຕໍ່ເຂົ້າກັນ ຮັກສາຮູບລັກສະນະໃຫ້ຄືຂອງເດີມ ແລະຕັ້ງໄວ້ທີ່ໃນຫໍພຣະແກ້ວ ນະຄອນຫລວງວຽງຈັນ (ສະຫລຸບໄດ້ວ່າ ຖ້າບໍ່ມີເຈົ້າມະຫາອຸປະຣາຊບຸນຄົງ ໃນຄັ້ງນັ້ນ ແຂວງໄຊຍະບູລີ ກໍ່ຄົງບໍ່ໃນຢູ່ໃນແຜ່ນດິນລາວເຮົາໃນປະຈຸບັນນີ້)

ຂໍ້ມູນຈາກ: Art and Culture of Laos, Vira salikoun, ຫນັງສື: ພຣະຣາຊປຼະວັຕິ ອົງຄ໌ວັງໜ້າ ຣາຊຕຼະກຸລ ເຈົ້າອຸປຣາອູ່ນແກ້ວ, ໜັງສື: ຄວາມເປັນມາຂອງຊົນຊາດລາວ ເຫລັ້ມ 3

Hits: 23

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້