ຂໍ້ດີຫຼາຍຢ່າງ ຂອງການອັບເດດລະບົບປະຕິບັດການ

ໂທລະສັບມືຖື (Smart Phone) ຫຼືຄອມພິວເຕີຕ່າງໆ ມີລະບົບປະຕິບັດການທີ່ຄວບຄຸມການເຮັດວຽກຂອງໂຕເຄື່ອງ ແລະຮູບແບບຂອງການໃຊ້ງານຕ່າງໆ ຫຼາຍຄົນເຄີຍຮູ້ບໍ່ວ່າເປັນຫຍັງຈຶ່ງຕ້ອງມີການອັບເດດໂຕເຄື່ອງ ຫຼືລະບົບປະຕິບັດການ ແລະເປັນຫຍັງເຮົາຈຶ່່ງຕ້ອງອັບເດດ ເຮົາຈະມາຍົກໃຫ້ເຫັນຂໍ້ດີຂອງການອັບເດດລະບົບປະຕິບັດການຕ່າງໆ

ໄດ້ລູກຫຼິ້ນໃຫມ່

ຄົນສ່ວນຫຼາຍມັກລໍຖ້າການອັບເດດທີ່ມາໃຫມ່ ເພາະຈະມີລູກຫຼິ້ນໃຫມ່ໆເຂົ້າມາທີ່ໜ້າສົນໃຈແລະງ່າຍດາຍຕໍ່ການໃຊ້ງານເຂົ້າມາ ແລະຍັງສາມາດເອົາໄປອວດໝູ່ໄດ້ອີກ

ເສີມລະບົບຄວາມປອດໄພ

ການອັບເດດລະບົບປະຕິບັດການ ມັກຈະມາພ້ອມລະບົບການຮັກສາຄວາມປອດໄພ ທີ່ເສີມແລະປັບປຸງປ້ອງກັນ Hacker ຫຼືຜູ້ບໍ່ຫວັງດີໄດ້ທີ່ຈະມາລັກເອົາຂໍ້ມູນຂອງເຮົາ ການອັບເດດຖືວ່າເປັນທາງເລືອກທີ່ດີທີ່ສຸດ ເພື່ອເສີມລະບົບປ້ອງກັນໃຫ້ດີຂຶ້ນ

ອັບເດດແລ້ວມີແນວລົມນຳໝູ່

ບາງກໍລະນີ ຖ້າບໍ່ເປັນລຸ້ນດຽວກັນກໍ່ບໍ່ມີລູກຫຼິ້ນໃຫມ່ໆຄືກັບໝູ່ ເຊິ່ງອາດຈະເຮັດໃຫ້ເຮົບໍ່ສາມາດແບ່ງປັນ ຫຼືອັບເດດເຂໍ້ດີຂໍ້ເສຍຕ່າງໆນຳໝູ່ໄດ້

ເຮັດໃຫ້ເຄື່ອງໄວຂຶ້ນ (ບາງກໍລະນີ)

ເມື່ອມີການອັບເດດບາງກໍລະນີ ສຳລັບ Android ມັກຈະເຮັດໃຫ້ເຄື່ອງນັ້ນໄວຂຶ້ນ ເພາະນັກພັດທະນາອາດຈະໃສ່ລຸກຫຼິ້ນລົງໄປເຊັ່ນ ລົດຄວາມລະອຽດຂອງໜ້າຈໍ ເຊິ່ງຈະເຮັດໃຫ້ການປະມວນຜົນໄວຂຶ້ນ ແລະຍັງຊ່ວຍປະຢັດພະລັງງານອີກດ້ວຍ

ໂທລະສັບບໍ່ຕົກລຸ້ນ

ສຳລັບການອັບເດດ ກໍ່ຖືເປັນຕໍ່ອາຍຸການໃຊ້ງານແລະສາມາດໃຊ້ໄດ້ຕໍ່ໄປ ໂດຍທີ່ເຮົາບໍ່ຕ້ອງມາຊື້ເຄື່ອງໃຫມ່ ເພາະການອັບເດດລະບົບປະຕິບັດການໃຫ້ທີ່ມາໃຫມ່ລ້າສຸດ ກໍ່ເຮັດໃຫ້ໂທລະສັບມືຖືທັນສະໄໝຢູ່ແລ້ວ

ຫຼາຍຄົນຄົງຈະເຫັນຈຸດດີຂອງການອັບເດດລະບົບປະຕິບັດການແລ້ວ ເຊິ່ງບໍ່ແມ່ນວ່າທຸກເຄື່ອງຈະສາມາດອັບເດດໄດ້ ຕ້ອງມີການແຈ້ງເຕືອນຈາກລະບົບ ຫຼືເຮົາສາມາດກວດສອບເບິ່ງວ່າລະບົບປະຕິການໃນໂທລະສັບ ຫຼື ຄອມພິວເຕີທີ່ເຮົາໃຊ້ນັ້ນ ສາມາດອັບເດດໄດ້ເຖິງລະດັບໃດ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...