Friday, July 18, 2025
Kbank Laos โอน รับ จ่าย

8 ຄຳສັ່ງລັດ ໃຊ້ງານ Chrome ໄດ້ໄວຂຶ້ນ

ການໃຊ້ຄໍາສັ່ງລັດເທິງຄີບອດ ເປັນໜຶ່ງໃນວິທີທີ່ຈະຊ່ວຍໃຫ້ເຮົາປ່ຽນຈາກຜູ້ໃຊ້ງານທົ່ວໄປ ກາຍເປັນຜູ້ໃຊ້ງານມືອາຊີບໄດ້ ໂດຍການໃຊ້ຄໍາສັ່ງລັດເຫຼົ່ານີ້ ແລະຍັງສາມາດຊ່ວຍປະຢັດເວລາໃນການເຮັດວຽກທີ່ຕ້ອງໄປໃຊ້ເມົ້າເລື່ອນໄປກົດ

1. ເປີດ Link ຂຶ້ນໃນແທັບໃຫມ່

Ctrl + ຄິກຊ້າຍທີ່ລິ້ງ

ເຄີຍເຫັນລິ້ງທີ່ຕິດໄວ້ໃນເວັບຕ່າງໆ ເພື່ອໄປຫາເວັບອື່ນໆບໍ່ ແຕ່ລະເວັບຕະຕັ້ງຄ່າບໍ່ຄືກັນ ບາງເວັບກໍ່ຂຶ້ນ New Tab ໃຫ້ ແຕ່ກໍ່ມີບາງເວັບຈະປ່ຽນແທັບເກົ່າເປັນລິ້ງໃຫມ່ໃຫ້ເລີຍ

ຫາກໃຜຕ້ອງການເກັບຮັກສາແທັບເກົ່າບໍ່ໃຫ້ປ່ຽນ ໂດຍທີ່ບໍ່ຕ້ອງເລືອກ Open In New Tab ກໍ່ໃຫ້ກົດ (Ctrl + ຄິກຊ້າຍທີ່ລິ້ງ) ກໍ່ຈະເປັນລິ້ງນັ້ນເປັນ New Tab ໃຫ້ອັດຕະໂນມັດ

2. ສະແກນໜ້າເວັບຫາຄຳສະເພາະ

Ctrl + F

ເວລາຊອກຫາຂໍ້ມຸນໃດໆ ແລ້ວບໍ່ຢາກອ່ານທັງໝົດເພື່ອຕ້ອງຫາຂໍ້ມູນທີ່ຕ້ອງການກໍ່ພຽງແຕ່ໃຊ້ (Ctrl + F) ສາມາດຊ່ວຍຄົ້ນຫາຂໍ້ມູນສະເພາະເຈາະຈົງໄດ້

3. ຂະຫຍາຍຫນ້າຈໍ

Ctrl +  ເຄື່ອງໝາຍບວກ ຫຼື Ctrl + ລູກກິ້ງເທິງເມົ້າ

ອັນນີ້ຫຼາຍຄົນອາດຈະຮູ້ຈັກຢູ່ແລ້ວສຳລັບຜູ້ໃຊ້ງານອິນເຕີເນັດຕະຫຼອດ ຫາກຂໍ້ຄວາມໃດໆນ້ອຍເກີນໄປແລະເບິ່ງແລ້ວບໍ່ສະບາຍຕາ ກໍ່ສາມາດກົດ (Ctrl +  ເຄື່ອງໝາຍບວກ ຫຼື Ctrl + ລູກກິ້ງເທິງເມົ້າ) ເພື່ອຂະຫຍາຍຂໍ້ຄວາມໃຫ້ໃຫຍ່ຂຶ້ນໄດ້

ແລະຫາກຢາກຫຍໍ້ຂະໜາດລົງ ກໍ່ໃຫ້ກົດ (Ctrl +  ເຄື່ອງໝາຍລົບ ຫຼື Ctrl + ລູກກິ້ງເທິງເມົ້າ) ເພື່ອກັບໄປໃຊ້ງານຄ່າປົກກະຕິ

4. ປິດ Tab ແບບໄວໆ

Ctrl + W

ຫາກໃຜມັກເປີດ Tab ຫຼາຍໆອັນພ້ອມກັນ 20-30 ໜ້າ ເວລາປິດກໍ່ປິດທັງໝົດບໍ່ໄດ້ ແລະຕ້ອງໃຊ້ເມົ້າປິດເທື່ອລະອັນ ແບບນັ້ນມັນເສຍເວລາ ແລະຍັງເມື່ອຍອີກ ພຽງແຕ່ກົດ (Ctrl +W) ກໍ່ສາມາດລຶບໄດ້ໄວກ່ວາເອົາເມົ້າໄປປິດເທື່ອລະອັນ

5. ເປີດ Tab ທີ່ເຮົາຫຼົງປິດ

Ctrl + Shift + T

ຫາກວ່າມືເຮົາຫຼົງໄປປິດ Tab ຫຼືປິດງານສຳຄັນ ເຮົາກໍ່ສາມາດກູ້ Tab ທີ່ຫາກໍ່ປິດໄປນັ້ນກັບຄືນມາໄດ້ ພຽງແຕ່ກົດ (Ctrl + Shift + T)

6. ເປີດໃຊ້ງານ New Tab

Ctrl + T

ຫາກຕ້ອງການເປີດໜ້າຕ່າງໃຫມ່ ເພື່ອຊອກຫາຂໍ້ມູນອື່ນໆ ໂດຍບໍ່ຕ້ອງເລື່ອນເມົ້າໃຫ້ເມື່ອຍ ພຽງແຕ່ໃຊ້ (Ctrl + T) ແທັບໃຫມ່ກໍຈະມາຢ່າງໄວ

7. ເປີດການຄົ້ນຫາ

Ctrl + K

ຫຼັງຈາກທີ່ເຮົາເປີດແທັບໃຫມ່ ຫຼື ກຳລັງໃຊ້ງານຢູ່ນັ້ນ ແລ້ວຢາກຄົ້ນຫາຂໍ້ມູນໃນທັນທີ ປົກກະຕິຈະໃຊ້ New Tab ຫຼືໄປທີ່ຊ່ອງຄົ້ນຫາແລ້ວພິມ, ອັນນີ້ພຽງແຕ່ກົດ (Ctrl + K) ກໍ່ສາມາດພິມສິ່ງທີ່ຈະຄົ້ນຫາໄດ້ທັນທີເລີຍ

8. ສະລັບ Tab ຂອງ Chrome

Ctrl + Tab

ໃຜທີ່ໃຊ້ງານຫຼາຍແທັບ ຖ້າຫາກຢາກປ່ຽນໄປອັນອື່ນກໍ່ຕ້ອງໃຊ້ເມົ້າເລືອກຄິກ, ລອງໃຊ້ (Ctrl + Tab) ສາມາດຊ່ວຍເລືອກງ່າຍໆ

ຄໍາສັ່ງລັດທີ່ເຫຼົ່ານີ້ທີ່ໃຊ້ກັບ Google Chrome ກໍ່ຍັງສາມາດໃຊ້ງານກັບບາວເຊີອື່ນໆໄດ້ອີກດ້ວຍເຊັ່ນ: Microsoft Edge, Fire fox

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.