Sunday, May 25, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 11 ກັນຍາ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ບໍລິສັດເອກະຊົນ ທົດລອງນຳໃຊ້ແທັກຊີເປັນລົດໄຟຟ້າ ຢູ່ໃນ ສປປ ລາວ

ບໍລິສັດເອກະຊົນ ໄດ້ຮ່ວມມືກັນເປີດໂຕໂຄງການນຳໃຊ້ລົດໄຟຟ້າເພືີ່ອສືກສາຄົ້ນຄວ້າຄວາມເປັນໄປໄດ້ໃນການເອົາລົດໄຟຟ້າມານຳໃຊ້ໃນການຂົນສົ່ງໂດຍສານຢູ່ໃນປະເທດລາວ

ໂຄງການດັ່ງກ່າວແມ່ນແນໃສ່ການນຳເອົາລົດໄຟຟ້າມາປັບໃຊ້ກັບແທັກຊີ ແລະ ການຂົນສົ່ງ, ເພື່ອເປັນການຫຼຸດຕົ້ນທຶນ ແລະ ຜົນກະທົບຕໍ່ສີ່ງແວດລ້ອມໃນໄລຍະຍາວ…ອ່ານຕໍ່

ປັບຂຶ້ນລາຄານໍ້າມັນ ສະເພາະລາຄານ້ຳມັນກະຊວນທົ່ວປະເທດ

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກແຈ້ງການເມື່ອວັນທີ 10 ກັນຍາ 2021 ໃຫ້ປັບຂື້ນລາຄາຂາຍຍ່ອຍນ້ຳມັນກາຊວນ ໃນຂອບເຂດທົ່ວປະເທດ ຊຶ່ງເລີ່ມປະຕິບັດໃນວັນທີ 11 ກັນຍາ 2021

ນະຄອນຫຼວງວຽງຈັນ ເລັ່ງແກ້ໄຂ ການຂາຍເຄຶ່ອງຊະຊາຍຕາມແຄມຖະໜົນ

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ໃຫ້ສືບຕໍ່ແກ້ໄຂບັນຫາການຂາຍເຄື່ອງຊະຊາຍທີ່ບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ, ຊານເມືອງ ແລະ ການຕັ້ງຮ້ານໃຫ້ບໍລິການ ແລະ ຂາຍສິນຄ້າຢູ່ສະຖານທີ່ໂດຍບໍ່ໄດ້ຮັບອະນຸຍາດ

ໂດຍສະເພາະການຕັ້ງຮ້ານ, ຕັ້ງລໍ້, ຈອດລົດໃຫ້ບໍລິການ ຫຼື ຈຳໜ່າຍສິນຄ້າທຸກປະເພດຕາມທ້ອງຖະໜົນ, ທາງຄົນຍ່າງ, ເຂດສະຫງວນສາທາລະນະ, ສະເພາະຜູ້ລະເມີດໃຫ້ໃຊ້ມາດຕະການກ່າວເຕືອນ, ສືກສາອົບຮົມ, ປັບໃໝຕາມລະບຽບການ ແລະ ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ…ອ່ານຕໍ່

ການສັກວັກຊິນເຂັມ 3 ສາມາດສ້າງພູມຕ້ານ ຫຼາຍກວ່າສອງເຂັມແທ້ຫຼືບໍ່

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕາງໜ້າໂດຍ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກໄດ້ໃຫ້ຄວາມກະຈ່າງແຈ້ງ ແລະ ຕອບຄໍາຖາມດັ່ງກ່າວວ່າ: ການສັກວັກຊິນເຂັມ 3 ສາມາດສ້າງພູມຕ້ານທານໃນການປ້ອງກັນພະຍາດໂຄວິດ-19 ຫຼາຍກວ່າ 2 ເຂັມນັ້ນຍັງບໍ່ມີຫຼັກຖານຢັ້ງຢືນທາງດ້ານວິທະຍາສາດຈາກອົງການອະນາໄມໂລກ ກໍ່ຄືນະໂຍບາຍຂອງ ກະຊວງ ສາທາລະນະສຸກ ວ່າມັນສາມາດກະຕຸ້ນພູມຄຸ້ມກັນເພີ່ມຂຶ້ນໄດ້ດັ່ງທີ່ຍົກຂຶ້ນມາໃນສື່ສັງຄົມອອນລາຍ

ກະຊວງສາທາລະນະສຸກກໍ່ໄດ້ຕິດຕາມຢ່າງໃກ້ຊິດໂດຍໄດ້ມອບໝາຍໃຫ້ທິມງານ ວິຊາການໂດຍສະເພາະບັນດາອາຈານ ບັນດາຊ່ຽວຊານຈາກສະຖາບັນການສຶກສາ ລວມທັງມະຫາວິທະຍາໄລສຸຂະພາບ ໂດຍສົມທົບກັບຊ່ຽວຊານອົງການອະນາໄມໂລກຄົ້ນຄວ້າສັງລວມຂໍ້ມູນກ່ຽວກັບການສັກວັກຊິນເຂັມທີ 3…ອ່ານຕໍ່

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.