Wednesday, March 26, 2025

ສາເຫດຫຼັກ ແລະ ວິທີປ້ອງກັນ ແບັດໂທລະສັບເສື່ອມ

ຫຼາຍຄົນໜ້າຈະເຄີຍເຮັດໃຫ້ແບັດໂທລະສັບເສື່ອມໂດຍທີ່ບໍ່ຮູ້ໂຕມາກ່ອນ ເຊິ່ງການເຮັດໃຫ້ເເບັດເສື່ອມກໍ່ມີຫຼາຍສາເຫດ ເຊິ່ງເຮົາຈະຍົກໃຫ້ເຫັນເຖິງສາເຫດຫຼັກໆດັ່ງນີ້

ສາເຫດຫຼັກ

  1. ໃຊ້ແບັດຈົນໝົດ: ຖ້າຫາກປ່ອຍໃຫ້ໃຊ້ງານຈົນແບັດໝົດ 0% ຫຼາຍໆຄັ້ງ ຍິ່ງຈະເຮັດໃຫ້ແບັດເສື່ອມໄດ້ໄວ ແລະຈະມີຄວາມຈຸຂອງແບັດເຕີລີໜ້ອຍລົງອິກດ້ວຍ
  2. ໃຊ້ງານຈົນເຄື່ອງຮ້ອນເກີນໄປ: ແນ່ນອນວ່າຖ້າໃຊ້ງານເລື້ອຍໆເຄື່ອງຕ້ອງຮ້ອນຢູ່ແລ້ວ ເຊັ່ນການຫຼິ້ນເກມໜັກໆຕໍ່ເນື່ອງເປັນເວລາຫຼາຍຊົ່ວໂມງ, ເປີດຄວາມສະຫວ່າງໜ້າຈໍສູງສຸດຕິດຕໍ່ກັນດົນຫຼາຍຊົ່ວໂມງ ຫຼືຈະໃຊ້ງານໃນຂະນະທີ່ກຳລັງສາກແບັດຢູ່, ນັ້ນເປັນສິ່ງທີ່ບໍ່ຄວນເຮັດ ເພາະຈະເຮັດໃຫ້ແບັດຄ່ອຍໆເສື່ອມລົງ
  3. ໃຊ້ສາຍສາກປອມ: ປັດຈຸບັນ ມີສາຍສາກປອມວາງຂາຍຫຼາຍຈົນແຍກບໍ່ອອກ ບໍ່ວ່າຢູ່ໃສກໍ່ມີຂາຍ ເຊິ່ງມັນຈະເຮັດໃຫ້ໂທລະສັບເພໄດ້, ສາເຫດຍ້ອນໃນສາຍສາກຂອງແທ້ມີລະບົບໄຟຟ້າທີ່ເປັນພື້ນຖານການຄວບຄຸມໄຟດີກວ່າ ແລະໄດ້ມາດຕະຖານ ເຊິ່ງຖ້າເຮົາໄປຊື້ຂອງປອມໃຊ້ກໍ່ຈະເກີດຄວາມຮ້ອນສະສົມເກີນມາດຕະຖານ ຫຼືອາດລະເບີດໄດ້

ວິທີປ້ອງກັນ

ເມື່ອເຮົາຮຸ້ສາເຫດແລ້ວກໍ່ໃຊ້ວິທີກົງກັນຂ້າມເພື່ອເປັນວິທີປ້ອງກັນເລີຍ

  1. ບໍ່ຄວນໃຊ້ງານຈົນແບັດໝົດ: ແນະນຳໃຫ້ສາກຕອນຍັງເຫຼືອ 30% ຖ້າບໍ່ໄດ້ແທ້ໆກໍ່ຄວນຈະສາກຕາມມາດຕະຖານທີ່ໂທລະສັບເຕືອນວ່າແບັດໜ້ອຍ
  2. ບໍ່ໃຊ້ງານໂທລະສັບຈົນຮ້ອນ: ຖ້າໂທລະສັບອຸນຫະພູມສູງເກີນໄປ ໃຫ້ພັກການໃຊ້ງານເຄື່ອງ ຫຼື ລົດແສງສະຫວ່າງໜ້າຈໍລົງ ແລ້ວຈຶ່ງມາໃຊ້ງານຕອນມັນເຢັນລົງ
  3. ໃຊ້ສາຍສາກທີ່ໄດ້ມາດຕະຖານ: ໃຫ້ເລືອກໃຊ້ສາຍສາກຂອງແທ້ທີ່ເຊື່ອຖືໄດ້ ຫຼືສາຍສາກທີ່ມານຳເຄື່ອງ

ທັງສາເຫດ ແລະ ວິທີປ້ອງກັນ ລອງໄປເຮັດຕາມວິທີນີ້ເບິ່ງອາດຈະຊ່ວຍໃຫ້ຕໍ່ເວລາການໃຊ້ງານໂທລະສັບຂອງທ່ານໄດ້ອີກດົນ

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ