Wednesday, March 26, 2025

ຂໍ້ຄວນລະວັງ ແລະ ວິທີການນຳໃຊ້ “ລາຊາບີ ຜັກຄາວທອງ ແລະ ກະຊາຍຂາວ” ເຂົ້າໃນການປິ່ນປົວພະຍາດໂຄວິດ-19

ດັ່ງທີ່ພວກເຮົາຮູ້ແລ້ວວ່າ, ປັດຈຸບັນ ສປປ ລາວ ເຂົ້າພວກເຮົາ ໄດ້ກຳນົດໃຫ້ໃຊ້ຢາພື້ນເມືອງ ຄວບຄູ່ກັບການແພດສາກົນ ເຂົ້າໃນການຮັກສາພະຍາດໂຄວິດ-19, ເຊີ່ງໃນນັ້ນ ໄດ້ມີພື້ນເປັນຢາ 3 ຊະນິດຄື: “ລາຊາບີ ຜັກຄາວທອງ ແລະ ກະຊາຍຂາວ”

ເຊີ່ງປັດຈຸບັນ, ກະຊວງສາທາລະນະສຸກ ກໍ່ໄດ້ສົ່ງມອບຢາພື້ນເມືອງດັ່ງກ່າວໃຫ້ກັບບັນດາແຂວງຕ່າງໆທີ່ມີການລະບາດຮຸນແຮງເປັນທີ່ຮຽບຮ້ອຍແລ້ວ

ແຕ່ແນວໃດກໍ່ຕາມ, ການໃຊ້ຢາພື້ນເມືອງທັງສາມນີ້, ຍັງມີຂໍ້ຄວນລະວັງຕ່າງໆຫຼາຍຢ່າງ ດັ່ງນັ້ນ, ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ກ່ຽວກັບວິທີການນຳໃຊ້ ແລະ ຂໍ້ຄວນລະວັງໃນການໃຊ້ ຢາພື້ນເມືອງ ເພື່ອປິ່ນປົວພະຍາດໂຄວິດ-19 ໄວ້ດັ່ງນີ້:

ລາຊາບີ Andrographis paniculata (Burm.f.) Nees

ໃຊ້ສໍາລັບຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີຢັ້ງຢືນເປັນບວກທີ່ມີອາການເບົາບາງ ແລະ ປານກາງ ແມ່ນມີຄວາມເໝາະສົມໃນການໃຊ້ຢານີ້, ເຊິ່ງມີສ່ວນປະກອບຂອງ Andrographolide ແລະ ຈະຊ່ວຍສ້າງພູມຄຸ້ມກັນໃນຮ່າງກາຍ, ແກ້ອາການໄຂ້ຫວັດ, ໄອ, ເຈັບຄໍ ແລະ ອັກເສບອາມິດານ ນອກນັ້ນຍັງໃຊ້ປົວທ້ອງບິດ ແລະ ຖອກທ້ອງ

ສຳລັບວິທີໃຊ້ແມ່ນ ກິນເທື່ອລະ 2 ແຄັບຊຸນ (400 mg/1ແຄັບຊູນ), ມື້ໜຶ່ງ 3 ເທື່ອ (ເຊົ້າ, ສວຍ,ແລງ) ຫຼັງອາຫານ 15-20 ນາທີ, ໄລຍະການປິ່ນປົວ 5 ວັນ, ບໍ່ຄວນໃຊ້ຢານີ້ເກີນ 7 ວັນ ແຕ່ກໍລະນີມີຄວາມຈຳເປັນຈະສືບຕໍ່ໃຊ້ ແມ່ນໃຫ້ພັກ 3 ວັນ, ເພາະຢານີ້ມີລົດເຢັນ ອາດຈະເຮັດໃຫ້ມີອາການມຶນຊາ ແລະ ເຮັດໃຫ້ຖອກທ້ອງໄດ້ໃນບາງກໍລະນີ, ຫຼີກລ້ຽງການ ໃຊ້ກັບຄົນເຈັບທີ່ໃຊ້ຢາລົດຄວາມດັນເລືອດສູງ

ກະຊາຍຂາວ Boesenbergia rotunda (L.) Manst

ໃຊ້ສຳລັບຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີຢັ້ງຢືນເປັນພວກທີ່ມີອາການເບົາບາງ ແລະປານກາງ ແມ່ນມີຄວາມເໝາະສົມໃນການໃຊ້ຢານີ້, ເຊິ່ງມີສ່ວນປະກອບຂອງ Pinostrobin, Panduratin A ແລະຈະຊ່ວຍຕ້ານ-ຢັບຢັ້ງເຊື້ອໄວຣັດ, ແກ້ໄຂ້ຫວັດ, ໄຂ້ຫວັດໃຫຍ່ ແລະ ສ້າງພູມຕ້ານທານໃນຮ່າງກາຍ, ຊ່ວຍບຳລຸງສຸຂະພາບ ແລະ ເຮັດໃຫ້ຮ່າງກາຍແຂງແຮງ ແລະ ອາຍຸວັດທະນະ

ສຳລັບວິທີໃຊ້ແມ່ນ ກິນເທື່ອລະ 2 ແຄັບຊູນ (500 mg/1ແຄັບຊູນ), ມື້ໜຶ່ງ 2 ເທື່ອ (ເຊົ້າ-ແລງ) ຫຼັງອາຫານ 15-20 ນາທີ ໄລຍະການປິ່ນປົວ 7 ວັນ, ການໃຊ້ກະຊາຍຂາວ ມີຂໍ້ຄວນລະວັງ ຕໍ່ຜູ້ມີບັນຫາກ່ຽວກັບພະຍາດຕັບອັກເສບ ແລະ ຖົງບີອຸດຕັນ, ຄວນລະວັງ ແລະຫຼີກລ້ຽງໃນຜູ້ທີ່ໄດ້ຮັບຢາລະລາຍລີ້ມເລືອດ, ຢາຕ້ານການແຂງຕົວຂອງເລືອດຫຼືເກັດເລືອດ ແລະ ຜູ້ທີ່ມີພະຍາດເກັດເລືອດຕໍ່າ

ຜັກຄາວທອງ Houttuynia cordata Thunb

ໃຊ້ສຳລັບຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີຢັ້ງຢືນເປັນບວກທີ່ມີອາການເບົາບາງ ແລະປານກາງ ແມ່ນມີຄວາມເໝາະສົມໃນການໃຊ້ຢານີ້, ເຊິ່ງມີສ່ວນປະກອບຂອງ Hyperoside, Quercetrin ແລະຈະຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍ, ແກ້ອາການໄຂ້ຫວັດໃຫຍ່ ແລະຕ້ານເຊື້ອໄວຣັດ

ສຳລັບວິທີໃຊ້ແມ່ນ ກິນເທື່ອລະ 2 ແຄັບຊຸນ (500mg/1ແຄັບຊູນ), ມື້ໜຶ່ງ 2 ເທື່ອ (ເຊົ້າ-ແລງຫຼັງອາຫານ 15-20 ນາທີ), ໄລຍະການປິ່ນປົວ 7 ວັນ, ບໍ່ຄວນໃຊ້ຢານີ້ກັບຜູ້ທີ່ມີບາງອາການເຊັ່ນ: ຕີນ-ມືເຢັນ, ເຈັບທ້ອງ, ຖອກທ້ອງ

ນອກຈາກນີ້ແລ້ວ, ຢາເຫຼົ່ານີ້ຫ້າມໃຊ້ກັບແມ່ຍິງຖືພາ, ແມ່ຍິງໃນໃຫ້ນົມລູກ ແລະ ຜູ້ທີ່ແພ້ຢານີ້, ຄວນເກັບໄວ້ໃນອຸນຫະພູມຫ້ອງ ແລະ ຫຼີກເວັ້ນແສງແດດ, ຫາກມີອາການຜິດປົກກະຕິແມ່ນໃຫ້ຢຸດໃຊ້ຢາ ແລະ ແຈ້ງແພດທັນທີ, ບໍ່ຄວນໃຊ້ຢານີ້ຕິດຕໍ່ກັນເກີນ 7 ວັນ

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ