Thursday, May 15, 2025
Kbank Laos โอน รับ จ่าย

ເຄັດລັບ ທີ່ທຸກຄົນອາດບໍ່ຮູ້ ໃນການໃຊ້ງານ WhatsApp

ໃນການໃຊ້ງານສ່ວນໃຫຍ່ ຜູ້ຄົນມັກແຊັດເປັນຂໍ້ຄວາມຫຼາຍກວ່າການເວົ້າລົມກັນ ເຊິ່ງ WhatsApp ໄດ້ເຊື່ອງລູກຫລິ້ນໄວ້ລັບໆ ທີ່ທຸກຄົນອາດບໍ່ຮູ້ ມັນຈະແມ່ນຫຍັງໄປເບິ່ງເລີຍ

ການປ່ຽນຮູບແບບຂອງຕົວອັກສອນ

ເປັນຮູບແບບຂໍ້ຄວາມລຸ້ນທຳອິດທີ່ຖືກນຳໃຊ້ໃນ Windows ປີ 1995 ເຊິ່ງໃນການປ່ຽນຮູບແບບອັກສອນ WhatsApp  ບໍ່ໄດ້ແຈ້ງໃຫ້ຮູ້ເຖິງວິທີໃຊ້ ແຕ່ເຮົາຈະມາແນະນຳວິທີໃຊ້ໃຫ້ກັບທຸກຄົນ

ໃນການປ່ຽນຕົວອັກສອນໃຫ້ເພີ່ມຕົວອັກສອນ ( “` ) grave accent ໃສ່ທາງໜ້າ ແລະທາງຫຼັງຂອງປະໂຫຍກທີ່ຈະປ່ຽນຮູບແບບ

ການຈັດຮູບແບບຂໍ້ຄວາມ

ການຈັດຮູບແບບຂໍ້ຄວາມໃຫ້ເປັນໂຕໜັງສືໜາ, ໂຕໜັງສຶອ່ຽງ ຫຼືການຂີດຂ້າໂຕໜັງສື ກໍ່ເປັນເຄັດລັບທີ່ເຊື່ອງຢູ່ແຕ່ຫຼາຍຄົນບໍ່ຮູ້ ໄປເບິ່ງວິທີການພິມກັນເລີຍ

ໂຕໜັງສືໜາ: ຕ້ອງພິມເພີ່ມ ( * ) ທີ່ທາງໜ້າ ແລະທາງທ້າຍຂອງປະໂຫຍກ

ໂຕໜັງສືອ່ຽງ: ຕ້ອງພິມເພີ່ມ ( _ ) ທີ່ທາງໜ້າ ແລະທາງທ້າຍຂອງປະໂຫຍກ

ຂີດຂ້າໂຕໜັງສື: ຕ້ອງພິມເພີ່ມ ( ~ ) ທີ່ທາງໜ້າ ແລະທາງທ້າຍຂອງປະໂຫຍກ

ເນື່ອງຈາກວິທີເຫຼົ່ານີ້ຄົນສ່ວນຫຼາຍບໍ່ຮູ້ຈັກ ລອງນຳໄປໃຊ້ໃນການສົ່ງຂໍ້ຄວາມຄວາມເບິ່ງ ເພື່ອເຮັດໃຫ້ເຮົາຍົກລະດັບໃນການໃຊ້ງານ WhatsApp ໄປອີກລະດັບໜຶ່ງ

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້