Friday, April 18, 2025

ແອັບຮຽນພາສາແກ້ເບື່ອ ສຳລັບຜູ້ທີ່ຢາກຮຽນຮູ້ພາສາໃຫມ່ໆ

“ພາສາຕ່າງປະເທດ” ເປັນສິ່ງທີ່ຖືວ່າສຳຄັນ ແລະຈຳເປັນຫຼາຍໃນປັດຈຸບັນ ໂດຍສະເພາະພາສາອັງກິດເປັນພາສາສາກົນ, ບໍ່ວ່າຈະໃຊ້ໃນການສື່ສານ, ການສະໝັກງານ ຫຼືໃຊ້ໃນການເຮັດວຽກ

ດັ່ງນັ້ນເຮົາຄວນຈະໃຊ້ເວລາວ່າງໃຫ້ເປັນປະໂຫຍດ ໂດຍການຮຽນຮູ້ພາສາຕ່າງໆ ໂດຍສະເພາະພາສາອັງກິດ ເຊິ່ງເຮົາຈະມາແນະນຳແອັບຮຽນພາສາ ທີ່ສາມາດຮຽນຮູ້ແລະໃຊ້ງານຟຣີ

1. LingoDeer

ເປັນແອັບສອນພາສາ ເຊິ່ງມີທັງໃນລະບົບ iOS ແລະ Android ມີພາສາໃຫ້ເລືອກຫຼາກຫຼາຍບໍ່ວ່າຈະເປັນພາສາອັງກິດ, ເກົາຫຼີ, ຍີ່ປຸ່ນ, ຈີນ, ສະເປນ ແລະອື່ນໆ (ເປັນການສອນຜ່ານພາສາອັງກິດ ເຊິ່ງຜູ້ເລີ່ມຕົ້ນສາມາດເຂົ້າໃຈໄດ້ງ່າຍໆ)

ເມື່ອເຮົາເຂົ້າແອັບໄປຈະມີໃເຮົາເລືອກຮຽນພາສາທີ່ຕ້ອງການຮຽນ ເຊິ່ງແອັບຈະຕິດຕາມການຮຽນຂອງເຮົາພ້ອມ ແລະຖ້າຫາກຈະໄປບົດຮຽນຕໍ່ໄປຕ້ອງຮຽນບົດຮຽນເລີ່ມຕົ້ນແລ້ວຈະປົດລ໋ອກບົດຮຽນຕໍ່ໄປໃຫ້ ແລະຍັງມີບົດທົດສອບໃນຕອນຈົບຂອງບົດຮຽນອີກດ້ວຍມີທັງຮູບພາບ ແລະສຽງເອົາໄວ້ຟັງຄຳສັບຕ່າງໆ

2. Duolingo

ເປັນແອັບສອນພາສາທີ່ມີຫຼາກຫຼາຍພາສາ ສາມາດໂຫລດໄດ້ທັງໃນ iOS ແລະ Android ໃນການໃຊ້ງານ ຈະເປັນການເລືອກຮຽນພາສາທີ່ຕ້ອງການຮຽນຮູ້, ເລືອກເວລາຮຽນໃນແຕ່ລະມື້ວ່າເຮົາຈະຮຽນ 5 ນາທີ/ມື້ ຫຼື 20 ນາທີ/ມື້ ແລະຍັງສາມາດເລືອກວ່າ ຈະຮຽນລະດັບເລີ່ມຕົ້ນ ຫຼືຖ້າເຮົາມີຄວາມເຂົ້າໃຈໃນພື້ນຖານຂອງພາສາມາກ່ອນແລ້ວຈະເລືອກຮຽນລັດເລີຍກໍ່ໄດ້

ບົດຮຽນສ່ວນຫຼາຍຈະເປັນການຕອບຄຳຖາມ ເຊິ່ງເປັນການແຊກການສອນພາສາເຂົ້າໄປໃນຕົວ, ຜູ້ຮຽນສາມາດຮຽນຮູ້ພາສາໄດ້ຄົບທັງ 4 ທັກສະເຊັ່ນ: ການຟັງ, ການເວົ້າ, ການຂຽນ ແລະການອ່ານ, ຄຳສັບສ່ວນຫຼາຍໃນແອັບຈະໃຊ້ເປັນແບບພື້ນຖານໃຊ້ໃນຊີວິດປະຈຳວັນເລີຍ, ເຊິ່ງຈະເຮັດໃຫ້ເຂົ້າໄດ້ງ່າຍຂຶ້ນ ຮຽນແລ້ວສາມາດນໍາໃຊ້ໄດ້ເລີຍທັນທີ

3. Brain Out

ເປັນມິນິເກມທີ່ທົດສອບທັງພາສາອັງກິດ ແລະທົດສອບສະໝອງໄປພ້ອມໆກັນ ເປັນເກມແກ້ເບື່ອໃນເວລາວ່າງໄດ້ດີ ສາມາດໂຫລດໄດ້ທັງ iOS ແລະ Android ຄຳຖາມສ່ວນຫຼາຍເປັນພາສາອັງກິດ ມີປິດສະໜາຊັ້ບຊ້ອນຕ່າງໆ ທີ່ຈະເຮັດໃຫ້ເຮົາຕ້ອງໄດ້ໃຊ້ສະໝອງໃນການຄິດຢ່າງລະອຽດ

ຕ້ອງໃຊ້ຄວາມຄິດສ້າງສັນໃນການຫລິ້ນ ແລະເກມນີ້ມີຄວາມພິເສດຄືການຕອບທຳມະດາມັກຈະບໍ່ຜ່ານ ສ່ວນຫຼາຍໃນແຕ່ລະດ່ານຂອງເກມຈະລ໋ອກໄປລ໋ອກມາໃຫ້ສັບສົນ

ຢ່າງໃດກໍ່ຕາມໃນການຮຽນຮູ້ພາສາ ມີສິ່ງໜຶ່ງທີ່ເຮົາຂາດບໍ່ໄດ້ຄື Google Translate ແອັບແປພາສາ ເພື່ອໄວ້ໃຊ້ແປພາສາ ຫຼືຄຳສັບທີ່ເຮົາບໍ່ຮູ້ນົ້ນເອງ

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.