ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 25 ກັນຍາ 2021 | ໜັ້ງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ແຂວງຢຸນນານ ສປ ຈີນ ຊ່ວຍອຸປະກອນການແພດໃຫ້ແກ່ລາວ 1 ລ້ານຢວນ

ສະມາຄົມມິດຕະພາບກັບນານາຊາດ ປະຊາຊົນ ແຂວງຢຸນນານ ສປ ຈີນ ໄດ້ຊ່ວຍອຸປະກອນການແພດປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ ແລະ 4 ແຂວງພາກເໜືອຂອງລາວ

ແຂວງຢູນນານ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ທຸກຄັ້ງ ທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຕະຫຼອດໄລຍະທີ່ຜ່ານມາ ແລະ ຄັ້ງນີ້ ສະມາຄົມມິດຕະພາບກັບນານາຊາດ ປະຊາຊົນ ແຂວງຢູນນານ ກໍ່ໄດ້ໃຫ້ການຊ່ວຍເຫຼືອອຸປະກອນດ້ານການແພດລວມມູນ ມູນຄ່າ 1 ລ້ານຢວນ…ອ່ານຕໍ່

ລາວຍັງສະໜັບສະໜູນບັນດາຫຼັກການພື້ນຖານຂອງກົດບັດ ສປຊ

ໃນກອງປະຊຸມ ໄດ້ດຳເນີນໄປໃນຮູບແບບກະທັດຮັດ ແລະ ລັກສະນະເປັນສັນຍາລັກ ໂດຍມີການກ່າວສະແດງເຈດຕະ ນາລົມຮ່ວມກັນຂອງຫົວໜ້າຄະນະຜູ້ແທນ ກ່ຽວກັບຄວາມຈໍາເປັນຕ້ອງໄດ້ຢຶດໝັ້ນຕໍ່ຫຼັກການສາກົນອັນເປັນພື້ນຖານ ທີ່ກໍານົດຢູ່ໃນກົດບັດ ສປຊ

ຢໍ້າຄືນເຖິງຄວາມສຳຄັນໃນການສົ່ງເສີມລະບົບຫຼາຍຝ່າຍ, ການປົກປ້ອງບັນດາຈຸດປະສົງຮ່ວມກັນຂອງບັນດາປະຊາຊາດໃນໂລກ ເພື່ອປົກປັກຮັກສາສັນຕິພາບ, ເຄົາລົບຕໍ່ຄວາມເປັນເອກະລາດແຫ່ງຊາດ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງປະເທດສະມາຊິກ ສປຊ, ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດອື່ນ ລວມທັງ ການເພີ້ມທະວີຄວາມເຊື້ອໝັ້ນ ຕໍ່ບົດບາດໜ້າທີ່ຂອງ ອົງການ ສປຊ ໃນການແກ້ໄຂບັນຫາສິ່ງທ້າທາຍຂອງສາກົນ…ອ່ານຕໍ່

ຈັກຈັ່ນ ລົງທໍາລາຍເນື້ອທີ່ນາປີຫຼາຍກວ່າ 295 ເຮັກຕາ

ເພ້ຍຈັກຈັ່ນໄດ້ລົງທໍາລາຍເຂົ້ານາປີຂອງປະຊາຊົນ ຢູ່ບ້ານໃໝ່ພູຄາ (ກຸ່ມບ້ານທົ່ງແສງຈັນ) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ກໍາລັງຈະອອກຮວງ

ຊຶ່ງເພ້ຍດັ່ງກ່າວໄດ້ເຮັດໃຫ້ຕົ້ນເຂົ້າເຫຼືອງ, ບໍ່ງາມ ແລະ ບໍ່ໃຫຍ່ ຍ້ອນວ່າເພ້ຍຈັກຈັ່ນໄດ້ລົງຈັບ ແລະ ດູດເອົາສານອາຫານຢູ່ຕົ້ນເຂົ້າ ບາງຕົ້ນກໍ່ໄດ້ແຫ້ງຕາຍ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...