ປະເພນີການ ຄ້ຽວໝາກ ແມ່ນໜຶ່ງໃນວັດທະນະທຳອັນດີງາມຂອງຊາວລາວບູຮານ ທີ່ເຮົາມັກຈະພົບເຫັນພໍ່ຕູ້ແມ່ຕູ້ ນິຍົມກັນຄ້ຽວໝາກ ໂດຍຈະມີກະຕ່າໝາກເປັນຂອງຄູ່ກາຍຄົນເຖົ້າໃນສະໄໝກ່ອນ

ຕົກມາຮອດຍຸກປະຈຸບັນນີ້, ການຄ້ຽວໝາກ ແມ່ນພົບເຫັນໄດ້ຍາກຫຼາຍແລ້ວ ເນື່ອງຈາກຍຸກສະໄໝທີ່ປ່ຽນໄປ. ແຕ່ ຂັນໝາກ ກໍ່ຍັງຕິດພັນກັບການດໍາລົງຊີວິດຂອງຄົນລາວເຮົາ ໂດຍສະເພາະໃນພິທີກຳຕ່າງໆ ທີ່ເປັນສິລິມຸງຄຸນ ຄົນລາວເຮົາມັກຈະມີ “ຂັນໝາກ” “ໝາກພູ”ເຂົ້າເປັນໜຶ່ງໃນພິທີນັ້ນໆ ເຊັ່ນ: ງານສູ່ຂໍ, ງານແຕ່ງດອງ, ບາສີສູ່ຂວັນ ແລະ ອື່ນໆ

ແລ້ວທ່ານຮູ້ບໍ່ວ່າ,ໃນກະຕ່າໝາກຂອງແມ່ຕູ້ນັ້ນ ປະກອບມີຫຍັງແດ່? ມື້ນີ້ ອິນໄຊລາວ ຈະພາມາຄົ້ນກະຕ່າໝາກແມ່ຕູ້ອີກຄັ້ງ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໂດຍລັກສະນະຂອງກະຕ່າໝາກ ຫຼື ຊຽນໝາກ ຫຼື ຂັນໝາກ (ຕາມແຕ່ລະທ້ອງຖິ່ນ) ແມ່ນຈະເຮັດຈາກຫວາຍ, ໄມ້ ຫຼື ທອງເຫຼືອງ ທີ່ມີເອົາໄວ້ບັນຈຸ ໝາກອ່ອນ, ກັບຢາເສັ້ນ, ກັບປູນ, ກັບສີສຽດ, ກັບໃສ່ໃບພູ, ມິດສະນາກ, ຄົກຕໍາສີສຽດ ແລະ ອື່ນໆ ທີ່ຜູ້ເຖົ້າມັກເອົາຕິດໂຕໄປນຳຕະຫຼອດ (ໂດຍສະເພາະເງິນ)

ໝາກ ມີລົດຊາດຝາດ ແກ່ນຫວານ ມີສັບພະຄຸນຊ່ວຍໃຫ້ກິນເຂົ້າແຊບ

ໃບພູ ມີລົດເຜັດ, ແກ້ເຈັບແຂ້ວ, ແກ້ປາກເໜັນ, ຂັບລົມໃນລຳໄສ້, ແກ້ທ້ອງອືດ, ທ້ອງເຟີ້, ແກ້ເຈັບທ້ອງ, ຖອກທ້ອງ, ກະຕຸ້ນໃຫ້ເລືອດໜູນວຽນໄດ້ດີ

ເປືອກຂອງສີສຽດ ຄົນບູຮານເຊື່ອກັນວ່າມັນຊ່ວຍໃຫ້ແຂ້ວໝັ້ນ. ໄມ້ຂອງຕົ້ນສີສຽດ ກໍ່ມີທາດຝາດສູງຄືກັນກັບຢູ່ເປືອກ ຊຶ່ງໃຊ້ເປັນຢາພື້ນເມືອງ ແລະ ໃຊ້ຟອກໜັງ. ເປືອກຍັງຖືກໃຊ້ເຮັດສີຍ້ອມທຳມະຊາດອີກດ້ວຍ.

ເມື່ອເວລາຜູ້ຄ້ຽວໝາກ ຈະໄດ້ລົດຫວານຂອງແກ່ນໝາກ, ລົດເຜັດຂອງໃບພູ, ລົດຝາດຮ້ອນຂອງປູນ, ລົດນົວຂອງສີສຽດ. ໂດຍຄົນບູຮານເຊື່ອວ່າ ການຄ້ຽວໝາກນີ້ ຈະເຮັດໃຫ້ປາກຫອມ, ສົບແດງ ແລະ ແຂ້ວແຂງແຮງ

ແຕ່ແນວໃດກໍ່ຕາມ, ປັດຈຸບັນ ໄດ້ມີຜົນວິໄຈຫຼາຍໆສະຖາບັນຄົ້ນຄ້ວາວ່າ ການຄ້ຽວໝາກ ຈະເຮັດໃຫ້ມະເຮັງຊ່ອງປາກ ໂດຍຈາກການສຶກສາຂອງ International Agency for Research on Cancer ພົບວ່າໝາກມີສ່ວນປະກອບທີ່ເອີ້ນວ່າ ສານກໍ່ມະເຮັງ ປົນຢູ່ນຳ ລວມທັງປູນທີ່ໃຊ້ຄ້ຽວໝາກ ຍັງສາມາດກັດເນື້ອເຍື່ອໃນຊ່ອງປາກ ກໍ່ໃຫ້ເກີດການລະຄາຍ ເປັນບາດຊໍ້າເຮື່ອ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້