Wednesday, March 26, 2025

ປັດໄຈທີ່ເຮັດໃຫ້ TikTok ເປັນແອັບພິເຄຊັນວີດີໂອສັ້ນສຸດຮິດຂອງຍຸກ

TikTok ແອັບພິເຄຊັນວີດີໂອສັ້ນສຸດຮິດ ເປັນແອັບທີ່ສາມາດຂຶ້ນເປັນອັນດັບໜຶ່ງຂອງການດາວໂຫລດຫຼາຍທີ່ສຸດໃນໂລກ, ເຊິ່ງກວ່າຈະມາເປັນແອັບພິເຄຊັນທີ່ຄົນນິຍົມໃຊ້ກັນຈົນເຖິງທຸກມື້ນີ້ ກໍ່ຕ້ອງຜ່ານຫຼາຍປັດໄຈຈຶ່ງມາເຖິງຈຸດນີ້

ໃນປີ 2016 TikTok  ຖືກພັດທະນາຂຶ້ນມາໃນປະເທດຈີນ ແລະກໍ່ເປີດໂຕແອັບພິເຄຊັນໃນປີດຽວກັນ, ປີ 2017 ແອັບ TikTok ກໍ່ໄດ້ເປີດໂຕໃນຕະຫຼາດຂອງຕ່າງປະເທດ ແລະເຖິງປີ 2020 ທີ່ຜ່ານມານີ້ TikTok ກໍ່ຂຶ້ນເປັນແອັບທີ່ມີຍອດດາວໂຫລດສູງເຖິງ 850 ລ້ານຄັ້ງທົ່ວໂລກ ເຊິ່ງສ່ວນໜຶ່ງກໍ່ເປັນຜົນມາຈາກວິກິດໂຄວິດ-19

ໃນປີ 2020 ກໍ່ເກີດປາກົດການ “ດາວຕິກຕ໋ອກ” ເຊິ່ງເປັນຜົນມາຈາກແອັບພິເຄຊັນ TikTok ກຳລັງເປັນທີ່ນິຍົມ ເປັນແອັບເບິ່ງວີດີໂອທີ່ມີຄົນເບິ່ງຫຼາຍທີ່ສຸດໃນໂລກ ຍ້ອນມີທັງຄວາມມ່ວນ, ຄວາມສ້າງສັນຂອງຄອນເທັ້ນ ຊຶ່ງໃຊ້ງານງ່າຍ, ເສບຕິດໄດ້ໄວ ແລະມີຄວາມບັນເທີງຈົນອາດຈະເຮັດໃຫ້ຕິດເລີຍກໍ່ໄດ້

ສຳລັບປັດໄຈທີ່ TikTok ເປັນທີ່ນິຍົມຍ້ອນມີ ລະບົບແລະການມີສ່ວນຮ່ວມຂອງຜູ້ໃຊ້ງານ ລະບົບໜ້າຫຼັກຈະສະແດງວີດີໂອ ທີ່ຜູ້ໃຊ້ງານໃຫ້ຄວາມສົນໃຈ ບໍ່ວ່າຈະເປັນໄລຍະເວລາການເບິ່ງ, ຄອນເທັ້ນຕ່າງໆ ຫຼືຜູ້ຄົນທີ່ເຮົາຕິດຕາມ, ໃນຂະນະທີ່ໜ້າຫຼັກຂອງບາງຄົນອາດຈະມີແຕ່ວີດີໂອເຕັ້ນ,ບາງຄົນເປັນວີດີໂອເຮັດອາຫານ ຫຼືວ່າບາງຄົນອາດຈະເປັນ How To ຕ່າງໆ ເຊິ່ງຈະເຮັດໃຫ້ຜູ້ໃຊ້ງານສົນໃຈໃນຄອນເທັ້ນເຫຼົ່ານັ້ນຫຼາຍຂຶ້ນ

ອີກໜຶ່ງປັດໄຈທີ່ເຮັດໃຫ້ຄວາມນິຍົມເພີ່ມທະວີຄູນຫຼາຍຂຶ້ນຄື Trend ທີ່ແຜ່ຫຼາຍເຊັ່ນ: Challenge ການເຕັ້ນ, ເພງຍອດນິຍົມ, ເອັບເຟັກຍອດຮິດ ສິ່ງເຫຼົ່ານີ້ເຮັດໃຫ້ວີດີໂອຂອງຜູ້ໃຊ້ງານໄດ້ຮັບງານຕອບຮັບຫຼາຍຂຶ້ນ, ນອກຈາກນີ້ ຍັງມີສຽງເພງ ແລະ ສຽງພາກຂອງຜູ້ໃຊ້ງານ ກໍ່ສາມາດເລືອກໃຊ້ເພື່ອນຳໄປສ້າງຄອນເທັ້ນໃນຮູບແບບຂອງຕົນເອງໄດ້ອີກດ້ວຍ ເຊິ່ງເຮັດໃຫ້ TikTok ກ້າວໜ້າຂຶ້ນຢ່າງໄວວາ

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ